ທ່ານ ພັນໂທ ຄຳສຸ້ຍ ແກ້ວ ມະນີ ຮອງກົມຕຳຫຼວດຈະລາຈອນ,
ຄະນະ ກຳມະການແກ້ບັນຫານັກເລງອັນຕະພານ ແລະ ແກ໊ງກວນເມືອງ ໃຫ້ຮູ້ວ່າ: ພາຍ ຫຼັງໄດ້ມີການປຶກສາຫາລືໃນກອງປະຊຸມຂອງເຈົ້າໜ້າທີ່ກ່ຽວຂ້ອງເມື່ອທ້າຍອາທິດ ຜ່ານ
ມານີ້ ໄດ້ຍົກໃຫ້ເຫັນວ່າ: ຢູ່ນະຄອນ ຫຼວງວຽງຈັນບັນຫາແກ໊ງກວນ ເມືອງຍັງ ເປັນປາກົດການຫຍໍ້ທໍ້ທາງສັງຄົມ
ແລະ ຂາດ ຄວາມເປັນລະບຽບຮຽບຮ້ອຍ, ສ່ວນ ໃຫຍ່ແມ່ນມາຈາກໄວລຸ້ນນັກ ຮຽນທີ່ຍັງບໍ່ທັນມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ,
ສະນັ້ນ ທາງ ເຈົ້າໜ້າທີ່ຈຶ່ງເພີ່ມມາດຕະການ ສະກັດກັ້ນໂດຍຈັດໜ່ວຍສະ ເພາະ ຮ່ວມກັບກຳລັງເຄື່ອນທີ່
ຂອງ ປກສ ນະ ຄອນຫຼວງວຽງຈັນ ເພື່ອກວດກາລາດ ຕະເວນ ຕາມສາຍທາງຫຼັກຕ່າງໆໃນແຕ່ລະ ຄືນ ໄປຮອດ
4 ໂມງເຊົ້າ, ຖ້າພົບເຫັນ ຜູ້ກະທຳຜິດກໍໄດ້ນຳມາສຶກສາອົບຮົມ ແລະ ປັບໃໝຕາມ ລະບຽບກົດໝາຍ.
ຮອງກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ຜ່ານການປະຕິບັດ
ວຽກງານນັບແຕ່ຕົ້ນປີມານີ້ ທາງເຈົ້າໜ້າທີ່ສາມາດກວດພົບ ແລະ ຢຶດລົດທີ່ຜິດກົດໝາຍ ແລະ ບໍ່ມີເອກະສານຖືກຕ້ອງໄດ້ກວ່າ
100 ຄັນ, ກັກເອກະສານລົດໄວ້ກວ່າ 500 ຄັນ, ພົ້ນເດັ່ນ ແມ່ສະກັດກັ້ນກຸ່ມໄວລຸ້ນທີ່ຂີ່ລົດກວນ
ເມືອງໄດ້ກວ່າ 20 ຄົນມາສຶກ ສາອົບຮົມ.
ທ່ານ ພັນໂທ ຄຳສຸ້ຍ ໃຫ້ ທັດສະນະວ່າ: ເຈົ້າໜ້າທີ່ສັງເກດ
ເຫັນວ່າ: ກຸ່ມແກ້ງກວນເມືອງ ດັ່ງກ່າວມັກຈະມີການ ເຄື່ອນ ໄຫວໃນໄລຍະຂອງການປິດ ພາກຮຽນ ແລະ
ມັກຈະຊັກຊວນ ກັນທ່ຽວຫຼີ້ນໃນຍາມຄ່ຳຄືນ, ໂດຍສະເພາະແມ່ນການ ເຂົ້າຮ້ານກິນດື່ມ-ບັນເທີງ ແລະ
ພາຍຫຼັງເລີກຈາກຮ້ານບັນເທີງແລ້ວກໍພາກັນຂີ່ລົດເປັນພຶງເປັນແພຕາມທ້ອງຖະໜົນໂດຍສະ ເພາະແມ່ນເສັ້ນທາງໄກສອນພົມວິຫານ,
ເສັ້ນທາງໂພນສະອາດໄປຫາວົງວຽນ 450 ປີ ແລະ ເສັ້ນທາງອື່ນໆ, ສະນັ້ນ ເພື່ອສາ ມາດແກ້ໄຂບັນຫາດັ່ງກ່າວໃຫ້ມີປະສິດທິຜົນຕ້ອງມີສ່ວນຮ່ວມຈາກຫຼາຍ
ພາກສ່ວນໃນສັງຄົມ, ນັບທັງສະຖາບັນຄອບຄົວກໍ ຕ້ອງເປັນເຈົ້າການສຶກສາອົບຮົມລູກຫຼານຂອງຕົນໃຫ້ເຂົາເຈົ້າມີສະຕິຕື່ນຕົວປະຕິບັດລະບຽບກົດໝາຍຂອງບ້ານເມືອງ.
No comments:
Post a Comment