ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງໂຂງ
ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 28 ພຶດສະພາ 2014 ນີ້, ໄດ້ກັກຕົວຂະບວນການຄ້າຂາຍຢາເສບຕິດລາຍໃຫຍ່
ປະ ກອບມີທ້າວ ໂພໄຊ ອາຍຸ 35 ປີ, ທ້າວ ປານີ ອາຍຸ 38 ປີ, ທ້າວ ເຫລີມ ອາຍຸ 51 ປີ ຢູ່ບ້ານເວີນແທນ
ເມືອງມຸນລະປະໂມກ ແຂວງຈຳປາສັກ ແລະ ທ້າວ ເພັງ ອາຍຸ 54 ປີດ ທ້າວ ສຸກ ອາຍຸ 39 ປີ
ຢູ່ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ ພ້ອມຂອງກາງຢາໄອນ້ຳໜັກ 3 ກິໂລ
ກຣາມ, ປືນສັ້ນ 1 ກະບອກ ແລະ ລູກປືນຈຳນວນໜຶ່ງ ພ້ອມຢຶດລົດເກງ ແລະ ໂທລະສັບມືຖື
4 ໜ່ວຍ ໄວ້ເປັນຫລັກຖານໃນການດຳເນີນຄະດີ. ຜ່ານການສືບສວນ- ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ:
ຢາໄອນັ້ນແມ່ນເປັນຂອງພວກກ່ຽວແທ້ ເຊິ່ງພວມເອົາໄປສົ່ງໃຫ້ລູກຄ້າຢູ່ປະເທດກຳປູເຈຍ,
ແຕ່ຖືກເຈົ້າ ໜ້າທີ່ກຳປູເຈຍສະແດງຕົວເຂົ້າ ຈັບກຸມ ຈຶ່ງໄດ້ເອົາຕົວຫລົບໜີເຂົ້າມາລາວກ່ອນຖືກເຈົ້າໜ້າທີ່ລາວຈັບກຸມຕົວໄດ້.
No comments:
Post a Comment