Ad

Ad

25 June 2013

3 ປີຜ່ານມາ ການກໍ່ສ້າງທາງຫົວຂົວ-ນາ ຄວາຍຄືບຫນ້າພຽງ 28% ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນບໍ່ຫນ້ອຍ



     ການ​ກໍ່ສ້າງ​ເສັ້ນທາງ​ແຕ່​ສາມ​ແຍກ​ຕະຫລາດ​ຫົວ​ຂົວ-ບ້ານ​ນາ​ຄວາຍ ​ເມືອງ​ໄຊ​ເຊ​ດຖາ ນະຄອນ ຫລວງ​ວຽງ​ຈັນ ມີ​ຄວາມ​ຍາວ 7 ກວ່າ​ກິ​ໂລ​ແມັດ ແລະ ມີມູນ​ຄ່າ​ການ​ກໍ່ສ້າງ 152 ຕື້ກີບ,​ເຊິ່ງ​ເປັນ​ໂຄງການ​ຂອງ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ ​ແລະ ຮັບ​ເໝົາ​ກໍ່ສ້າງ​ໂດຍ​ກຸ່ມ​ບໍລິສັດ​ກໍ່ສ້າງ ​ແລະ ຊຸກຍູ້​ການ​ຜະລິດ​ກະສິກຳ ໂດຍໄດ້​ລົງມື​ກໍ່ສ້າງ​ມາ​ແຕ່​ປີ 2011, ມາ​ຮອດ​ປັດຈຸບັນ​ມີ​ຄວາມ​ຄືບ​ໜ້າ​ພຽງ 28% ​ແລະ ​ສ້າງ​ຄວາມ​ຫຍຸ້ງຍາກ​ລຳບາກ​ບໍ່ໜ້ອຍ​ຕໍ່​ການ​ສັນຈອນ​ໄປມາ ເສັ້ນທາງດັ່ງກ່າວ ໂດຍສະເພາະ​ໃນ​ໄລຍະ ລະດູຝົນຍິ່ງເປີະເປື້ອນຫລາຍ.
     ທ່ານ ສຸກ ຫົວໜ້າ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ​ໃຫ້​ສຳ ພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດ ທະນາ ​ໃນ​ວັນ​ທີ 24 ມິຖຸນາ​ນີ້ວ່າ: ການ​ກໍ່ສ້າງ​ເສັ້ນທາງ​ດັ່ງ ກ່າວ​ແມ່ນ​ມີ​ຄວາມ​ລ້າ​ຊ້າ​ຫລາຍ ​ເມື່ອ​ທຽບ​ໃສ່​ການ​ກໍ່ສ້າງ​ເສັ້ນທາງ​ອື່ນໆ​ໃນ​ນະຄອນຫລວງ​ວຽງ​ຈັນ ຍ້ອນ​ເກີດ​ຈາກ​ຫລາຍ​ປັດ​ໄຈ ດ້ານ​ວັດຖຸ​ອຸປະກອນ, ທຶນຮອນ ​ແລະ ສະພາບ​ແວດ​ລ້ອມ​ຕ່າງໆ, ​ແຕ່​ແນວ​ໃດ​ກໍ​​ຈະ​ພະຍາ ຍາມ​ຊຸກຍູ້​ໃຫ້​ຜູ້​ຮັບ​ເໝົາ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ກໍ່ສ້າງ​ໃຫ້​ໄວ​ກວ່າ​ເກົ່າ ​ເນື່ອງ​ຈາກ​ວ່າການ​ກໍ່ສ້າງ​ໄດ້​ແກ່ຍາວ​ເວລາ​ມາ​ຫລາຍ​ປີ​ແລ້ວ ​ເຊິ່ງ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃຫ້​ແກ່​ປະຊາຊົນ ກໍ​ຄື​ສັງຄົມ​ໃນ​ການ​ສັນຈອນ​ໄປ​ມາ​ບໍ່​ໜ້ອຍ ຈົນ​ເກີດ​ມີ​ຫາງ​ສຽງ​ວິພາກ​ວິຈານ ​ແລະ ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ສັງຄົມ​ ​ເຊິ່ງຜູ້​ຮັບ​ເໝົາ ເອງຂໍ​ຢືນຢັນ​ວ່າຈະ​ໃຫ້​ສຳ​ເລັດ​ຕາມ​ສັນຍາ​ແນ່ນອນ ຄື​ໃນ​ປີ2014.
    ການ​ກໍ່ສ້າງ​ເສັ້ນທາງ ດັ່ງກ່າວ ມາຮອດປັດຈຸບັນ​ມີ​ຄວາມ​ຄືບ​ໜ້າ​ພຽງ 28%, ​ໃນ​ນັ້ນ ວຽກ​ວາງ​ທໍ່​ລະບາຍ​ນ້ຳທັງ​ສອງ​ຂ້າງ​ທາງ​ ແມ່ນ​ສຳ​ເລັດ 100%, ສ່ວນ​ວຽກ​ທີ່​ຈະ​ປະຕິບັດ​ຕໍ່​ໄປ​ແມ່ນ​ການ​ປັບ​ໜ້າດິນ ​ແລະ ປູ​ເບ​ຕົງ ​ໂດຍ​ໃນ​ຂັ້ນ ຕອນ​ນີ້​ແມ່ນ​ຈະ​ໄດ້​ເລັ່ງມື​ຈັດຕັ້ງ ປະຕິບັດ​​ໃຫ້​ໄວ​ກວ່າ​ເກົ່າ ໝາຍວ່າ​ປັບ​ໜ້າ​ທາງ​ແລ້ວ​ຈຸດ​ໃດ ​ແມ່ນ​ຈະ​ປູ​ເບ​ຕົງ​ໄປ​ພ້ອມ​ທັນທີ.

No comments:

Post a Comment