ເກີດເຫດນ້ຳປ່າໄຫລຖ້ວມ ເທສະບານເມືອງບໍລິຄັນ
ແຂວງບໍລິຄຳໄຊ ຢ່າງກະທັນຫັນ, ຫລັງຈາກມີຝົນຕົກຫນັກຕິດ ຕໍ່ກັນຫລາຍມື້ຜ່ານມາ ຈຶ່ງເຮັດໃຫ້ຫລາຍບ້ານ,
ຫລາຍຄອບຄົວ, ຫລາຍຫ້ອງການຢູ່ເທສະບານ ເມືອງບໍລິຄັນ ຖືກນ້ຳຖ້ວມ ແລະ ຕ້ອງໄດ້ຮີບດ່ວນຍ້າຍເຄື່ອງຂອງ ຫນີນ້ຳຢ່າງກະທັນຫັນ,
ນອກຈາກນີ້ ຢູ່ເສັ້ນທາງ 4B ໄລຍະພູ ແດນເມືອງເກີດມີດິນ ເຈື່ອນຫລາຍ ຈຸດເຮັດໃຫ້ລົດບໍ່ສາມາດສັນຈອນໄດ້.
ຕາມການບອກເຫລົ່າ
ຂອງປະຊາຊົນຜູ້ປະສົບໄພ ໃຫ້ຮູ້ວ່າ: ໃນເວລາປະມານ 11 ໂມງ ຂອງ ຄືນວັນທີ 23 ມີຖຸນານີ້, ມີນ້ຳປ່າໄຫລມາຢ່າງໄວວາ
ບວກກັບນ້ຳຊັນກໍເພີ່ມຂຶ້ນສູງຈຶ່ງເຮັດໃຫ້ນ້ຳປ່າ ບໍ່ມີບ່ອນໄຫລອອກ ສະນັ້ນ ຈຶ່ງເຮັດໃຫ້ມີນ້ຳ
ຖ້ວມ ຂັງໃນເຂດເນື້ອທີ່ຕ່ຳ.
ຕໍ່ກັບບັນຫາດັ່ງກ່າວນີ້ ທ່ານ ບຸນທະວີ ດວງປັນຍາ
ຮອງເຈົ້າເມືອງໆບໍລິຄັນ ໄດ້ກ່າວວ່າ: ຄະ ນະພັກ- ຄະນະປົກເມືອງ ໄດ້ຮີບຮ້ອນຫາທາງແກ້ໄຂເລັ່ງດ່ວນເພື່ອບໍ່ໃຫ້ມີຜົນກະທົບ ເປັນວົງ ກວ້າງ,
ຖ້າຝົນເຊົາຕົກຄາດວ່ານ້ຳດັ່ງກ່າວຄົງຈະບົກແຫ້ງລົງ ໃນ 2-3 ວັນຂ້າງຫນ້ານີ້. ສ່ວນຄວາມເສຍຫາຍຍັງບໍ່ທັນສາມາດປະເມີນໄດ້.

No comments:
Post a Comment