ກົມອຸຕຸນິຍົມ ແລະ ອຸທົກກະ ສາດ ໄດ້ລາຍງານໃຫ້ຮູ້ໃນວັນທີ
24 ມິຖຸນານີ້ວ່າ: ລົມພາຍຸເບບິນກາ (BeBinCa) ຫົວ ທີ 5 ຢູ່ເສັ້ນຂະໜານທີ 28,0 ອົງສາເໜືອ
ແລະ ເສັ້ນແວງທີ 106,4 ອົງສາຕາເວັນອອກ ເຊິ່ງເຮັດໃຫ້ມີຝົນ ຕົກຟ້າຄະນອງໃນລະ
ດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ມີລົມພັດແຮງໃນບາງທ້ອງຖິ່ນທາງພາກກາງ
ແລະ ພາກເໜືອ, ແຕ່ຍ້ອນວ່າພາຍຸຫົວດັ່ງ ກ່າວໄດ້ເຄື່ອນເຂົ້າຝັ່ງປະເທດຫວຽດນາມ
ແລະ ວົງລັດສະ ໝີຂອງພາຍຸຫົວນີ້ກວມເອົາເຂດພາກເໜືອຂອງລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ,
ລົມພັດແຮງ, ນ້ຳໄຫລສຸ,ດິນເຈື່ອນໃນເຂດແຂວງ ດັ່ງກ່າວ. ດັ່ງນັ້ນ ຈຶ່ງແຈ້ງເຕືອນມາເຖິງປະ
ຊາຊົນ ແລະ ອຳນາດການປົກຄອງທຸກພາກ ສ່ວນຈົ່ງມີສະຕິລະມັດລະວັງຕໍ່ສະພາບອາ ກາດດັ່ງກ່າວ
ແລະ ມີແຜນຮັບມືໃຫ້ດີ ທີ່ສຸດ.
No comments:
Post a Comment