Ad

Ad

25 June 2013

ສປປ.ລາວ ຖືສຳຄັນໃນການສະກັດກັ້ນ ແລະ ປາບປາມຢາເສບຕິດ

ທ່ານ ພັນເອກ ຄຳ​ຜົນ ສີ​ຫາ​ປັນຍາ


          ທ່ານ ພັນເອກ ຄຳ​ຜົນ ສີ​ຫາ​ປັນຍາ ຫົວໜ້າກົມ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ​ໄດ້​ໃຫ້​ສຳ ພາດ​ຕໍ່ນັກ​ຂ່າວ​ລາວ​ພັດທະນາ ​ໃນ​ວັນ​ທີ 24 ມິຖຸນາ, ​ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​ຕ້ານ​ຢາ​ເສບ​ຕິດ ວ່າ: ປັດຈຸ​ບັນຢາ​ເສບ​ຕິດ​ໄດ້​ແຜ່​ລາມ​ໄປ​ທົ່ວ​ໂລກ ບໍ່ວ່າ​ປະ​ເທດ​ທຸກ​ຍາກຫຼືຮັ່ງມີ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ ສະທ້ອນ​ໃນ​ລັກສະນະ​ແຕກ​ຕ່າງ​ກັນ ແລະ ​ໄດ້ກາຍ​ເປັນ​ບັນຫາ​ຂອງ​ໂລກທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ, ສະ​ເພາະ ຢູ່ ສປປ ລາວ ກໍ​ໄດ້​ຮັບ​ຜົນ​ສະທ້ອນ​ເຊັ່ນ​ກັນ, ຈາກ​ການ​ສຳຫຼວດ ຂອງຄະນະ ກຳມະການ​ແຫ່ງ​ຊາດ ​ເພື່ອ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ​ໃນປີ 2006, ລາວ ສາມາດ ລົບ​ລ້າງ​ການ​ປູກ​ຝິ່ນ​ໄດ້​ໂດຍ​ພື້ນ ຖານ​ແຕ່ມາ​ຮອດ​ປັດຈຸ​ບັນຜູ້​ປູກ​ຝິ່ນ​ໄດ້​ກັບ​ຄືນ​ມາ​ອີກ, ຄາດ​ວ່າ​ຈະ​ມີ​ເນື້ອທີ່​ປະມານ 3000 ກ່ວາ​ເຮັກຕາ ​ແລະ ຜູ້​ຕິດ​ຝິ່ນ​ກໍ​ເພີ່ມ​ຂື້ນ​ແຕ່ 9 -10 ພັນ​​ຄົນ, ສ່ວນຫຼາຍຢູ່​ບັນດາ​ແຂວງ​ພາກ​ເໜືອ, ສະ​ເພາະ​ຢາ​ບ້າ​ພວມ​ເປັນ​ບັນຫາ​ໃໝ່​ແຜ່​ຂະຫຍາ​ຍຫຼາຍ, ຊຶ່ງ​ຢາ​ເສບ​ຕິດ​ປະ​ເພດ​ນີ້​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ໂດຍ​ສະ​ເພາະ​ປະ​ເທດ​ໃກ້​ຄຽງມຄື: ປີ 2012 ສະ ຖິຕິ​ຜູ້​ຕິດ​ຢາ​ບ້າ​ມີ​ປະ ມານ 50 ພັນ​ຄົນອັນ​ເປັນສາ​ເຫດ​ຕົ້ນຕໍພາ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້ຕ່າງໆ, ສົ່ງ​ຜົນກະທົບ​ຕໍ່ບັນຫາ​ຄວາມ​ບໍ່ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ, ກ້າວ​ໄປ​ເຖີງກົດໜ່ວງທວງ​ດຶງການ​ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ, ຕໍ່ບັນຫາ​ດັ່ງກ່າວ ແຕ່​ໃດ​ມາພັກ-ລັດ ຖະບານ​ເຮົາ​ໄດ້​ເອົ​າ​ໃຈ​ໃສ່​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ດ້ວຍຫຼາຍ ຮູບ​ການທີ່​ມີກົດໝາຍ ​ແລະ ລະ ບຽບການ​ຕ່າງໆ ຄື: ​ໃນ​ຕົ້ນ​ເດືອນ ພຶດສະພາ 2012 ຜ່ານ​ມານາຍົກ​ໄດ້​ອອກ​ຄຳ​ສັ່ງ​ເລກທີ 27/ນຍ; ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກງານ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ, ຄະນະ​ເລ ຂາທິການ​ສູນ​ກາງ​ພັກ​ອອກ​ຄຳ​ສັ່ງ​ເລກທີ 22 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ​ແລະ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ກໍ​ໄດ້​ມີ​ບົດ​ຍຸດ​ທະ​ສາດ​ສະກັດ​ກັ້ນ, ປາບ​ປາມ​ການ​ຜະລິດ, ຄ້າຂາຍ, ຂົນ​ສົ່ງ ຢາ​ເສບ​ຕິດ ແລະ ຫຼາຍນິຕິ​ກຳ​ກ່ຽວຂ້ອງ​ອື່ນໆ.

           ທ່ານ ຫົວໜ້າກົມ​ຕຳຫຼວດ ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ​ໃຫ້​ຮູ້​ວ່າ: ​ນັບ​ແຕ່ ປີ 2012 ຫາ​ຕົ້ນ​ປີ 2013 ກົມ​ຕຳຫຼວດສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ຮ່ວມ​ກັບ​ບັນດາ​ກຳລັງ​ຕຳຫຼວດສາມາດ ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ໄດ້​ຢ່າງ​ແຂງ​ແຮງຄື: ​ໃນ​ປີ 2012 ມ້​າງຄະດີ​ໄດ້​ທັງໝົດ 1.300 ກ່ວາ​ເລື່ອງ, ກັກ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ 2 ພັນ​ກ່ວາ​ຄົນ, ຍິງ 407 ຄົນ, ​ໃນ​ນັ້ນມີຄົນ​ຕ່າງປະ​ເທດ  66 ຄົນ. ຢຶດຂອງ​ກາງ​ປະ​ເພດ​ເຮ​ໂລ​ອິນ​ໄດ້ 54,84 ກິໂລກຼາມ ​ແລະ ຢາ​ບ້າຫຼາຍກ່ວາ 1.200 ກິ​ໂລກຼາມ, ຝິ່ນມີ​ເກືອບ 200 ກິ​ໂລກຼາມ, ກັນ ຊາ​2.266 ກ່ວາກິ​ໂລກຼາມ ​ແລະ ສະ​ເພາະ 6 ເດືອນຕົ້ນ​ປີ 2013 ມ້າງ​ຄະດີ​ໄດ້​ທັງໝົ້ດ 600 ກ່ວາ​ເລື່ອງ, ກັກ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ 963 ຄົນ, ຍິງ 142 ຄົນ, ​ໃນ​ນັ້ນມີຄົນ​ຕ່າງປະ​ເທດ 20 ຄົນ. ຍຶດຂອງ​ປະ​ເພດເຮ​ໂລ​ອິນ​ໄດ້​ກ່ວາ 186 ກິ​ໂລ ກຼາມ, ຢາ​ບ້າ 1.696 ກິ​ໂລກຼາມ, ຝິ່ນ 58,24 ກິ​ໂລກຼາມ, ກັນຊາ 4.594 ກ່ວາກິ​ໂລກຼາມ, ​ໂຄ​ເຄນ 10,5 ກິ​ໂລກຼາມ, ຜົງ​ຂາວ 19,9 ກິ​ໂລກຼາມ, ​ແປ້ງ​ທີ່​ມີ​ສານ​ເສບ​ຕິດ 112,25 ກິ​ໂລກຼາມ, ລົດ​​ໃຫຍ່ 43 ຄັນ, ລົດຈັກ 79 ຄັນ, ​ເຮືອ​ບັນທຸກ 3 ລຳ, ອາວຸດ​ປືນ 21 ກະບອກ, ລູກ​ປືນ 2.000 ກ່ວາລູກ, ໝາກ​ແຕກ 2 ໜ່ວຍ, ໝາກຝ່າ 13,5 ກິ​ໂລກຼາມ ​ແລະ ອຸປະກອນ​ໂຮງ​ອັດ​ຢາ​ບ້າ 2 ຊຸດ, ​ໂຮງ​ອັດ​ເຮ​ໂລ​ອິນ 2 ຊຸດ.
          ທ່ານ ພັນເອກ ຄຳ​ຜົນ ສີ​ຫາ​ປັນຍາ ​ໃຫ້​ທັດສະນະ​ວ່າ: ຄຽງຄູ່​ຜົນງານ​ດັ່ງກ່າວ ພວກ​ເຮົາ​ກໍ​ຍັງເຫັນ​ວ່າ​ມີຫຼາຍບັນຫາ​ທ້າ​ທາຍທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ ​ແລະ ມັນ​ຕ້ອງ​​ໄດ້​ຮ່ວມ​ມື​ກັບຫຼາຍປະ​ເທດ ​ແລະ ພ້ອມ​ກັນ​ແກ້​ໄຂ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​​ເພື່ອ​ໃຫ້​ຢາ​ເສບ​ຕິດຫຼຸດລົງ ​ແລະ ຄ່ອຍ ໝົດ​ໄປ​ເທື່ອ​ລະ​ກ້າວ ດັ່ງ​ທີ່​ພວກ​ເຮົາ​ໄດ້​ກຳນົດ​ໃນ​ບົດ​ຍຸດ​ທະ​ສາດ​ປີ 2011 ຫາ 2015. ຊຶ່ງ​​ເມື່ອ​ບໍ່ດົນ​ມານີ້ ລາວ​ເຮົາກໍ​ໄດ້​ສ້າງຕັ້ງ  ໜວ່ຍສະ​ເພາະ​ກິດເພື່ອ​ປາບ​ປາມ​ຢາ​ເສບ​ຕິດ​ຢູ່ເຂດ​ພາກ​ເໜືອຂື້ນຊຶ່ງ​ລວມມີ​ແຂວງຫຼວງ ພະ​ບາງ, ອຸດົມ​ໄຊ, ຫຼວງນ້ຳທາ ​ແລະ ບໍ່​ແກ້ວ. ພ້ອມ​ດຽວກັນ​ກໍ​ໄດ້​ປະສານສົມທົບ​ກັບ​ເຈົ້າໜ້າທີ່​ຕຳຫຼວດປະ​ເທດ​ໃກ້​ຄຽງ​ເພື່ອ ຫາລືແລກປ່ຽນ​ບົດຮຽນໃນ​ການ​ສະກັດ​ກັ້ນ ແລະ ປາ​ບາ​ປມຢາ​ເສບ​ຕິດໃຫ້​ມີ​ປະສິດທິ​ຜົນກ່ວາ​ເກົ່າ.

No comments:

Post a Comment