ໃນວັນທີ 24 ມິຖຸນານີ້, ກະ ຊວງການຕ່າງປະເທດ,ໄດ້ຈັດ
ກອງປະຊຸມເຜີຍແຜ່ວຽກງານ ການເຊື່ອມໂຍງອາຊຽນ ແລະ ການກະກຽມເຂົ້າເປັນປະຊາຄົມ ເສດຖະກິດອາຊຽນໃນປີ
2015 ໃຫ້ແກ່ອາດີດນັກສຶກສາລາວທີ່ ຈົບມາຈາກປະເທດ ອົດສະຕາລີ ແລະ ນັກສຶກສາທີ່ກຳລັງສຶກ ສາ ຢູ່ມະຫາວິທະຍາໄລແຫ່ງຊາດ
ໂດຍສະເພາະແມ່ນນັກສຶກສາທີ່ໄດ້ຮັບທຶນຂອງ ອົດສຕາລີ (Laos- Australia National
Scholarship Student) ທີ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC) ໂດຍການເຂົ້າຮ່ວມຂອງທ່ານ
ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າ ການກະຊວງການຕ່າງ ປະເທດ ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂຊ
ອາຊຽນຂອງ ສປປ ລາວ, ມີທ່ານ ນາງ Lynda Worthaisong ເອກອັກຄະລັດຖະທູດອົດສະຕາລີປະ ຈຳລາວ
ພ້ອມດ້ວຍນັກສຶກສາ ແລະ ຄູ,ອາຈານ ເຂົ້າຮ່ວມກວ່າ 200 ທ່ານ.
ຈຸດປະສົງຂອງກອງປະຊຸມ ເຜີຍແຜ່ວຽກງານຄັ້ງນີ້
ແມ່ນ ເພື່ອໃຫ້ອາດີດນັກສຶກສາເຂົ້າໃຈກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການກະກຽມ
ຕ່າງໆຂອງ ສປປ.ລາວ ໃນໂອກາດທີ່ຈະເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນປີ 2015.
ລັດຖະມົນຕີຊ່ວຍວ່າ ກະຊວງການຕ່າງປະເທດກ່າວວ່າ:
ເປົ້າໝາຍຂອງການສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 ນັ້ນແມ່ນເພື່ອ ແນ່ໃສ່ເຮັດໃຫ້ບັນດາປະເທດສະມາຊິກໃນກຸ່ມອາຊຽນທີ່ມີຄວາມຫຼາກລາຍທາງດ້ານວັດທະນະທຳ
- ສັງ ຄົມ ແລະ ມີລະດັບການພັດທະນາທີ່ແຕກ ຕ່າງກັນນັ້ນ ກ້າວໄປສູ່ການ ສ້າງປະຊາຄົມເສດຖະກິດທີ່ປະກອບດ້ວຍ
3 ເສົ້າຄ້ຳ ທັງເຮັດໃຫ້ອາຊຽນກາຍເປັນຕະຫຼາດ ແລະ ຖານການຜະລິດດຽວ ທີ່ມີພົນລະເມືອງລວມຫຼາຍກວ່າ
500 ລ້ານຄົນ ດ້ວຍການ ເປີດກວ້າງດ້ານການຄ້າ, ການບໍລິການ ແລະ ການລົງທຶນຢ່າງເຕັມສ່ວນ.
ສຳລັບ ສປປ.ລາວ ການເຂົ້າຮ່ວມປະຊາຄົມດັ່ງກ່າວແມ່ນມີທັງກາລະໂອກາດ
ແລະ ສິ່ງທ້າທາຍ ຫຼາຍຢ່າງເປັນຕົ້ນ: ຫາກຈຸດໝາຍທີ່ບັນດາ ປະເທດສະມາຊິກວາງໄວ້ນັ້ນໄດ້ຮັບການສ້າງຕັ້ງຂຶ້ນນອກຈາກຈະເຮັດໃຫ້ສະພາບການຄ້າ
ແລະ ການ ຈໍລະຈອນສິນຄ້າລະຫວ່າງປະເທດມີຄວາມ ສະດວກແລ້ວຍັງຈະມີຜົນດີຕໍ່ລະບົບການສຶກສາຂອງລາວເນື່ອງຈາກວຽກງານ
ການສຶກສາຂອງບັນດາປະເທດສະມາຊິກໃນກຸ່ມ ອາຊຽນມີການ ເຊື່ອມໂຍງ ແລະ ພົວພັນໃກ້ສິດກັນຫຼາຍຂຶ້ນກວ່າເກົ່າ,
ນັກສຶກ ສາລາວສາມາດເຂົ້າສຶກສາ ແລະ ຍົກລະດັບວິຊາສະເພາະໃນບັນດາປະເທດຕ່າງໆ ຂອງອາຊຽນງ່າຍຂຶ້ນ
ໃນຂະນະທີ່ນັກສຶກ ສາຈາກບັນດາປະເທດສະມາຊິກອາຊຽນກໍມີໂອກາດເຂົ້າມາສຶກສາຢູ່ລາວ ດ້ວຍຮູບການທີ່ສະດວກເຊິ່ງບັນ ຫາດັ່ງກ່າວໄດ້ສ້າງ
ເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພົບພັນ, ຮ່ວມມື ແລະ ແລກປ່ຽນວັດທະນະທຳ
-ສັງຄົມ, ເຕັກ ນິກວິທະຍາສາດ ແລະ ວິທະ ຍາການຕ່າງໆຫຼາຍຂຶ້ນ.
ເຖິງແມ່ນວ່າແຜນການສ້າງປະຊາຄົມເສດຖະກິດອາຊຽນໃນປີ
2015 ນັ້ນ ຈະນຳຜົນປະໂຫຍດທາງເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການສຶກສາມາສູ່ປະເທດເຮົາ
ແລະ ບັນດາປະເທດສະມາຊິກບົນພື້ນຖານຫຼັກການສະເໝີພາບ ຕ່າງຝ່າຍຕ່າງມີຜົນກໍຕາມ ແຕ່ສຳລັບ ສປປ
ລາວ ຕໍ່ເສັ້ນທາງກ້າວຂຶ້ນຈຸດໝາຍດັ່ງກ່າວມີສິ່ງທ້າທາຍຫຼາຍຢ່າງໂດຍສະເພາະ ຢ່າງຍິ່ງແມ່ນສິ່ງທ້າທາຍດ້ານບຸກຄະລາກອນ
ເນື່ອງຈາກຄຸນນະພາບ ແລະ ປະສິດທິຜົນຂອງການສຶກສາລາວ ຍັງຕ່ຳເມື່ອ ທຽບໃສ່ບັນດາປະເທດສະມາຊິກ,
ຄຸນນະພາບ ແລະ ສີມືແຮງງານຍັງດ້ອຍ ແລະ ບໍ່ສາມາດຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງ
ຕະຫຼາດແຮງງານ ລວມທັງຄຸນ ນະພາບ ແລະ ປະສິດທິຜົນຂອງສິນຄ້າກໍຍັງມີຫຼາຍປະເພດບໍ່ສາ ມາດແຂ່ງຂັນກັບເຂົາໄດ້
ຈຶ່ງເຮັດໃຫ້ ສປປ.ລາວ ອາດພົບຄວາມຫຍຸ້ງຍາກໃນການຮັບມືກັບການແຂ່ງຂັນທີ່ອາດຈະມີຂຶ້ນ ແລະ
ມີຫຼາຍອັນທີ່ຈະຕ້ອງໄດ້ເລັ່ງລັດປັບປຸງ ແລະ ແກ້ໄຂແຕ່ດຽວນີ້.

No comments:
Post a Comment