Ad

Ad

24 September 2013

FPT ແລະ ລາວໂທລະຄົມສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ



         ວັນທີ 19 ກັນຍາ 2013, ບໍລິສັດລະບົບຂໍ້ມູນຂ່າວສານ FPT (FPT IS) ແລະ ລາວໂທລະຄົມໄດ້ ຖະແຫລງການ ເຊັນສັນຍາຮ່ວມມື “ ສະໜອງລະບົບຄິດໄລ່ຄ່າບໍລິການ, ຄຸ້ມຄອງລູກຄ້າ ແລະ ບໍລິການຂາຍສິນຄ້າໃນຫລາຍຮູບແບບ”.
        ນີ້ແມ່ນສັນຍາສະບັບທີ 2 ລະຫວ່າງ FPT ກັບລາວໂທລະຄົມ ໃນປີ 2013  FPTIS ກໍໄດ້ຜັນຂະຫຍາຍລະບົບຄຸ້ມ ຄອງເຄືອຂ່າຍລວມສູນໃຫ້ແກລາວໂທລະຄົມ. FPTIS ແລະ ຄູ່ຮ່ວມມື  Lognet Systems ສາມາດເອົາຊະນະຜູ້ປະມູນ ອື່ນໆໃນການປະມູນ ຄັ້ງນີ້ໃນເວລາ 12 ເດືອນ FPTIS ແລະ Lognet Systems ຈະທຳການສຳຫລວດ, ວິເຄາະທາງວິຊາ ການ, ປັບປ່ຽນຂໍ້ມູນ, ຜັນຂະຫຍາຍ ແລະ ສ້າງລະບົບຄິດໄລ່ຄ່າບໍລິການ, ຄຸ້ມຄອງລູກຄ້າ ແລະ ບໍລິການຂາຍສິນຄ້າໃນ ຫລາຍຮູບແບບຂອງ FPT ໃຫ້ແກ່ລາວໂທລະຄົມ.
        FPT ໄດ້ເຂົ້າມາດຳເນີນທຸລະກິດຢູ່ລາວແຕ່ປີ 1999 ແລະ ໄດ້ຜັນຂະຫຍາຍຫລາຍໂຄງການສຳຄັນໃນຂົງເຂດໂທລະ ຄົມມະນາຄົມ, ທະນາຄານແລະການເງິນ.

No comments:

Post a Comment