ນາງ ອາມີນາຊາລີ ຮຸດາຍ ຍາຕິ ອາຍຸ 36 ປີ ສັນຊາດອິນໂດເນເຊຍ
ຖືກເຈົ້າໜ້າທີ່ຕຳ ຫລວດສະກັດກັ້ນ ແລະ ຕ້ານຢາ ເສບຕິດປະສານກັບຕຳຫລວດກວດຄົນເຂົ້າເມືອງ (ຕມ)
ຈັບໃນວັນທີ 18 ກັນຍານີ້ຢູ່ສະໜາມບິນສາກົນວັດ ໄຕນະຄອນ ຫລວງວຽງຈັນ ພາຍຫລັງຜູ້ ກ່ຽວໄດ້ນຳເອົາຢາເສບຕິດປະເພດຢາໄອນ້ຳໜັກ
6 ກິໂລກຣາມ ຜ່ານເຂົ້າມາລາວ ເພື່ອ ຈະໄປຕໍ່ປະເທດທີສາມ, ແຕ່ຖືກເຈົ້າໜ້າທີ່ລາວກວດພົບເຫັນກ່ອນ.
ເຈົ້າໜ້າທີ່ໃຫ້ຮູ້ອີກວ່າ: ໃນວັນດຽວກັນກໍສາມາດມ້າງຂະບວນການມົ້ວສຸມຢາເສບ ຕິດໃນເຮືອນຫລັງໜຶ່ງຢູ່ບ້ານໂນນ
ຄໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ສາມາດກັກ ທ້າວ ຕຸ້ຍ ອາຍຸ 36 ປີ, ທ້າວ ຕ້ອມ ອາຍຸ
26 ປີ, ນາງແຕ໋ງ ອາຍຸ 32 ປີ ແລະ ນາງ ພັນສີດາ ອາຍຸ 26 ປີ ພ້ອມຂອງກາງຢາບ້າ 67 ເມັດ ແລະ
ກັນຊາແຫ້ງອີກຈຳນວນໜຶ່ງ.

No comments:
Post a Comment