![]() |
| ພາບປະກອບຈາກອິນເຕີເນັດ |
ເຈົ້າໜ້າທີ່ພະແນກສືບສວນ-ສອບສວນນະຄອນຫຼວງວຽງຈັນ
ໃຫ້ຮູ້ວ່າ: ໃນເວລາ 7 ໂມງ ຂອງວັນທີ 22 ກັນຍາ ນີ້ ໄດ້ຮັບລາຍງານຈາກ ປກສ ເມືອງ
ສີໂຄດຕະບອງ ນະຄອນຫຼວງວຽງຈັນວ່າ: ມີຄົນແຂນຄໍຕາຍ ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ
ນະຄອນຫຼວງວຽງຈັນ. ດັ່ງນັ້ນທາງກອງຕຳຫຼວດນິຕິວິທະຍາ ສົມທົບກອງສອບສວນ ແລະ ແພດນິຕິເວດໂຮງໝໍ
05 ເມສາ ກະຊວງປ້ອງກັນຄວາມສະຫງົບ ໄດ້ພ້ອມກັນລົງກວດກາສະຖານທີ່ເກີດເຫດເຊິ່ງຢູ່ກົກວິກແຄມທາງ
ຫຼັງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຜູ້ຕາຍຊື່ວ່າ: ທ້າວ ຄຳຫຼ້າ ອາຍຸ 23 ປີ ອາຊີບພະນັກງານ
ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຜູ້ກ່ຽວໄດ້ໃຊ້ເຊືອກນິລົງແຂວນຄໍຕົນເອງກັບຕົ້ນໄມ້ດັ່ງກ່າວ,
ສ່ວນສາເຫດການແຂວນຄໍຕາຍໃນຄັ້ງນີ້, ເຈົ້າໜ້າທີ່ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ.

No comments:
Post a Comment