ຜູ້ເປັນເມຍ, ເປັນລູກ, ຍາດພີ່ນ້ອງ ແລະ
ໝູ່ເພີ່ນຫລາຍຄົນ, ໄດ້ແຕ່ຮ້ອງໄຫ້ດ້ວຍຄວາມໂສກເສົ້າອາໄລ ຕໍ່ການ ເສຍຊີວິດ ຂອງທ້າວ ກົມອາຍຸ
42 ປີ ຢູ່ວັດບ້ານຕານມີໄຊ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ຫລັງຈາກ ເກີດອຸປະຕິເຫດໃນຄ່ຳຄືນຂອງວັນທີ
20 ກັນຍານີ້, ຂະນະທີ່ຜູ້ຂັບລົດໃຫຍ່ມີອາຍຸພຽງ 15 ປີ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນເວລາປະມານ
24 ໂມງ ຂອງວັນທີ 19 ກັນຍາ ຢູ່ເສັ້ນທາງເຂດ ບ້ານຕານມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນໂດຍລົດເກງ
ໝາຍເລກທະບຽນ ກກ 2148 ກຳ ແພງນະຄອນ (ປ້າຍລັດ) ຂັບຂີ່ມາດ້ວຍຄວາມໄວສູງແຕ່ທາງບ້ານຫ້ວຍຫົງເພື່ອຈະມຸ່ງໜ້າໄປທາງບ້ານຕານມີໄຊ
ພໍມາຮອດຈຸດທີ່ເປັນທາງ ໂຄ້ງລົດໄດ້ເກີດເສຍຫລັກເຈີດມາຕຳລົດຈັກຄັນໜຶ່ງທີ່ມີຜູ້ຂັບຂີ່ສອງຄົນຂີ່ສວນທາງມາຢ່າງແຮງເຮັດຜູ້ຊ້ອນທ້າຍລົດຈັກ
ຄື ທ້າວ ກົມ ເສຍຊີວິດຄາທີ່ ແລະ ຜູ້ຂັບໄດ້ຮັບບາດເຈັບສາຫັດ.
ອຸປະຕິເຫດຄັ້ງນີ້ ແມ່ນອຸທາຫອນເພື່ອເຕືອນສະຕິຜູ້ປົກຄອງທີ່ມັກຕາມໃຈລູກຫລານໂດຍການປະປ່ອຍໃຫ້ລູກທີ່
ບໍ່ເຖິງກະສຽນໄດ້ຂັບຂີ່ລົດຕາມລຳພັງໃຈ ແລະ ຈາກຄວາມຮູ້ເທົ່າບໍ່ເຖິງການນັ້ນຈຶ່ງເກີດຄວາມປະໝາດເລີ່ນເລີໃນການຂັບຂີ່
ລົດບົນທ້ອງຖະໜົນຈົນກໍໍ່ໃຫ້ເກີດອຸປະຕິເຫດທີ່ໜ້າສະຫຍອງຂວັນດັ່ງກ່າວ.
No comments:
Post a Comment