Ad

Ad

24 September 2013

ຍ້ອນຫຍັງການຄຸ້ມຄອງສີນຄ້າ ແລະ ບໍລິການ ຈຶ່ງເຮັດໄດ້ຍາກ ?



           ຄືດັ່ງຮູ້ນຳກັນແລ້ວວ່າ: ປະເທດເຮົາແມ່ນນຳເຂົ້າສີນຄ້າຫລາຍກວ່າ ສົ່ງອອກ, ສີນຄ້າທີ່ນຳ ເຂົ້າສ່ວນຫລາຍແມ່ນ ປະເພດອຸປະໂພກ ແລະ ບໍລິໂພກ, ຂະນະທີ່ການສວຍໂອກາດຂອງພໍ່ໍຄ້າຊາວຂາຍກໍປາກົດເຫັນມີຫລາຍ ແລະ ຍາກທີ່ຈະສາ ມາດກວດສອບໄດ້.
           ກົມການຄ້າພາຍໃນ ໃຫ້ຮູ້ກ່ຽວກັບສະພາບການຄຸ້ມຄອງສີນຄ້າວ່າ:  ການຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການ ແມ່ນວຽກງານທີ່ລະອຽດອ່ອນ ແລະ ໜັກໜ່ວງສຳລັບຂະແໜງອຸດສາຫະກຳ ແລະ ການຄ້າເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງຜູ້ບໍລິໂພກທັງເປັນການກຳຈັດການສວຍໂອກາດ ແລະ ຝ່າຝືນລະບຽບການກ່ຽວກັບລາຄາສີນຄ້າ ແລະ ຄ່າບໍລິການ ເຊັ່ນ:ສ້າງສະ ພາບປັ່ນປ່ວນ ກັກຕຸນສີນຄ້າເພື່ອເກງກຳໄລ ແລະ ເອົາປຽບລູກຄ້າທັງປະລິມານ ແລະ ຄຸນນະພາບເ ຫລົ່ານີ້ເປັນຕົ້ນ.
       ການຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການ ໃນໄລຍະຜ່ານມາ ແມ່ນຈັດຕັ້ງປະຕິບັດໂດຍອົງການຄຸ້ມຄອງລາຄາ ທີ່ໄດ້ ສ້າງຕັ້ງຂຶ້ນຢູ່ໃນຂະແໜງການຈຳນວນໜຶ່ງຄືອຸດສາຫະກຳ ແລະ ການຄ້າ, ກະສິກຳ-ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ໄປສະ ນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພະລັງງານ ແລະ ບໍ່ແຮ່ ເຊິ່ງມີທັງໝົດ 23 ລາຍການ, ໃນນີ້ສະເພາະກະ ຊວງອຸດ
ສາຫະກຳ ແລະ ການຄ້າ ມີ 14 ລາຍການຄວບຄຸມລາຄາ ແລະ 106 ລາຍການທີ່ຕ້ອງຕິດຕາມການເໜັງຕີງລາຄາ ແລະ ນຳໃຊ້ ມາດຕະການຄວບຄຸມລາຄາຄືກຳນົດໂຄງປະກອບລາຄາ, ກຳນົດລາຄາແພງສຸດ, ລາຄາຖືກສຸດ, ຄວບຄຸມສີນຄ້າໃນຄັງແຮສຳ ຮອງ, ຖົມຂຸມສີນຄ້າ ແລະ ບໍລິການ, ດັດສົມສະໜອງ ແລະ ຄວາມຕ້ອງການ.
           ກົມການຄ້າພາຍໃນໃຫ້ຮູ້ ວ່າ:ໃນ 14 ລາຍການສີນຄ້າຄວບຄຸມແມ່ນມີການແບ່ງຂັ້ນຄຸ້ມຄອງຄືກົມການຄ້າພາຍໃນ ຮັບຜິດຊອບໂດຍກົງຄວບຄຸມລາຄານ້ຳມັນເຊື້ອໄຟ, ປະເພດເຂົ້າ, ຊີ້ນ, ປາ ແລະ ອື່ນໆ ແມ່ນຂັ້ນພະແນກ ແລະ ນະຄອນ ຫລວງຮັບຜິດຊອບ, ສ່ວນການຕິດຕາມການເໜັງຕີງຂອງລາຄາສີນຄ້າ ແລະ ກວດກາການຈັດຕັ້ງປະຕິບັດຂອງຜູ້ປະກອບ ການແມ່ນຂັ້ນເມືອງ. ແນວໃດກໍຕາມຍ້ອນການຄຸ້ມຄອງລາຄາສີນຄ້າເປັນວຽກໜັກ ແລະ ລະອຽດອ່ອນພົວພັນກັບຫລາຍ ຂະແໜງການຄືດັ່ງກ່າວມານັ້ນ ລຳພັງແຕ່ອຸດສາຫະກຳ ແລະ ການຄ້າຂະແໜງການດຽວແມ່ນບໍ່ສາມາດເຮັດໄດ້ມັນຈຳເປັນຢ່າງ ຍິ່ງທີ່ທຸກຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການຕ້ອງໄດ້ຮ່ວມມື ແລະ ເອກະພາບກັນ, ພ້ອມກັນເປັນເຈົ້າການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວຕາມຄວາມຮັບຜິດຊອບ ແລະ ອັນສຳຄັນທີ່ຫລີກເວັ້ນບໍ່ໄດ້ແມ່ນຕ້ອງມີສ່ວນຮ່ວມຈາກພໍ່ຄ້າຊາວ ຂາຍໃນການປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ ແລະ ຕ້ອງມີຈັນຍາບັນໃນການຊື້-ຂາຍ, ບໍ່ຄວນເຫັນແຕ່ກຳໄລຫລາຍ ຢ່າງດຽວ ເຊິ່ງເປັນການເອົາປຽບລູກຄ້າກໍຄືຜູ້ບໍລິໂພກ. ອີກດ້ານໜຶ່ງສັງຄົມ ກໍຕ້ອງໃຫ້ການຮ່ວມມືໃນການລາຍງານຂໍ້ມູນຂ່າວ ສານທີ່ເປັນປະໂຫຍດໃນກໍລະນີພົບເຫັນການສວຍໂອກາດຂຶ້ນລາຄາສີນຄ້າຂອງພໍ່ຄ້າໃນທ້ອງຕະຫລາດຕ່າງໆເພື່ອເປັນການປົກ ປ້ອງຜົນປະໂຫຍດຂອງຕົນເອງຈາກການເອົາປຽບດັ່ງກ່າວ.

No comments:

Post a Comment