ແຫລ່ງຂ່າວຈາກ ແຂວງ ສາລະວັນ ລາຍງານໃນວັນທີ
23 ກັນຍານີ້ວ່າ: ປັດຈຸບັນ, ສະພາບນ້ຳຖ້ວມຢູ່ແຂວງຂອງຕົນໃນປັດຈຸບັນໄດ້ຂະຫຍາຍອອກເປັນວົງ ກວ້າງແລ້ວ
ແລະ ແຂວງໄດ້ຮີບຮ້ອນໄປຊ່ວຍເຫລືອຜູ້ປະສົບໄພອອກສູ່ເຂດປອດ ໄພດ້ວຍຄວາມລຳບາກ.
ຜູ້ສື່ຂ່າວແຂວງລາຍງານ ວ່າ:ຫລັງຝົນຕົກແຮງ
ແລະ ຕໍ່ເນື່ອງສົ່ງຜົນໃຫ້ ເມືອງຄົນເຊໂດນ ປະສົບນ້ຳຖ້ວມຢ່າງຮ້າຍ ແຮງອາດຈະເຮັດໃຫ້ການສັນຈອນຖືກຕັດຂາດກໍເປັນໄດ້
ໂດຍສະເພາະເສັ້ນທາງ 13 ໃຕ້ຈຸດບ້ານນາປົ່ງ ແລະ
ບ້ານຫີນສ່ິວ ນຳ້ໄດ້ຍຶ່ງສູງຂຶ້ນຍັງເຫລືອພຽງ 50 ຊັງຕີແມັດເທົ່ານັ້ນກໍຈະຖ້ວມ ເສັ້ນທາງແລ້ວ.
ຂະນະທີ່ຢູ່ເທສະບານເມືອງ, ເຈົ້າໜ້າທີ່ ປກສ-ປກຊໄດ້ເລ່ັງເຂົ້າໄປຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມໄປສູ່ບ່ອນປອດໄ ພແລ້ວ.
ສ່ວນຢູ່ເມືອງວາປີ, ຜູ້ສື່ ຂ່າວເມືອງດັ່ງກ່າວກໍລາຍງານວ່າ:ຫລັງສະພາບນ້ຳຖ້ວມກັບຄືນສູ່ປົກກະຕິໃນວັນທີ
21 ກັນຍາ, ແຕ່ມາເຖິງເຊົ້າວັນທີ 23 ກັນຍານີ້ນ້ຳໄດ້ຍຶ່ງສູງຂຶ້ນຖ້ວມອີກເທື່ອໃໝ່ຫລັງຝົນສືບຕໍ່ຕົກລົງມາຢ່າງບໍ່ຂາດເຮັດໃຫ້ການສັນຈ
ອນໄປມາຂອງປະຊາຊົນ
ຖືກ ຕັດຂາດເປັນຕົ້ນຢູ່ຈຸດຫົວຂົວຕະປຸງ, ຂົວຢູ່ບ້ານມ່ວງ, ຂົວບ້ານບັງຄານ້ຳ, ຂົວບ້ານວາປີ
ແລະ ຂົວບ້ານສະພາດ. ຂະນະ ທີ່ຢູ່ບ້ານນາໂພນ ຕານກໍຖືກນ້ຳຖ້ວມເຄ່ິງບ້ານ ແລ້ວສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນເປັນບໍ່ ໜ້ອຍໂດຍສະເພາະອາ
ຫານການກິນ, ນ້ຳດື່ມນ້ຳໃຊ້ ແລະ ທີ່ໜັກໜ່ວງທີ່ສຸດກໍຄືກະແສໄຟຟ້າຖືກຕັດຂາດຫລັງເສົາໄຟຟ້າ ຢູ່ເຂດບ້ານໜອງໃສ
ເມືອງ ສາລະວັນ ຫັກລົງມາ. ນັບແຕ່ວັນທີ 20 ກັນຍາເປັນຕົ້ນມາ, ພາກສ່ວນຕ່າງໆໄດ້ເຂົ້າໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່
ເມືອງຄົງເຊໂດນແລ້ວເປັນຕົ້ນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ມອບເຂົ້າ ສານ 10 ໂຕນພ້ອມເງິນສົດ
10 ລ້ານ ກີບ, ຜູ້ປະກອບການບໍລິສັດຕ່າງໆໄດ້ມອບໝີ່ສຳເລັດຮູບ, ນ້ຳດື່ມ, ປາປ໋ອງ, ຢາປົວສຸຂະພາບຄື
ວັນທີ 22 ຜ່ານມານີ້, ພະອາ ຈານ ພົງສະຫວັນ ອານຸສິນສັນຕະຈິຕໂຕ ປະທານມູນນິທິສາຂານະຄອນຫລວງວຽງຈັນ
ກໍໄດ້ມອບເຂົ້າສານ 2 ໂຕນ, ໜີ່ສຳ ເລັດຈຳນວນໜຶ່ງລວມມູນຄ່າກວ່າ 20 ລ້ານ ກີບ ເຊິ່ງໄລ່ມາຮອດປັດຈຸບັນ,
ແຂວງສາລະວັນ ໄດ້ຮັບການຊ່ວຍເຫລືອແລ້ວ ເປັນມູນຄ່າກວ່າ 117 ລ້ານກີບ. ສ່ວນເຈົ້າໜ້າທີ່ພະແນກກະສິກຳ
ແລະ ປ່າໄມ້ແຂວງຈຳປາສັກ ໃຫ້ຮູ້ວ່າ:ພາຍຫລັງຝົນຕົກຕິດ ຕໍ່ກັນແຕ່ວັນທີ 12 ກັນຍາ ເປັນຕົ້ນມາໄດ້ເຮັດໃຫ້ລະດັບນ້ຳຂອງ
ແລະ ສາຂາເພີ່ມຂຶ້ນຢ່າງໄວວາ ແລະ ຖ້ວມເນື້ອທີ່ການຜະ ລິດຂອງປະຊາຊົນ 6 ເມືອງເຖິງ 4.319
ເຮັກຕາຄືເມືອງມຸນລະປາໂມກ 315 ເຮັກຕາ, ເມືອງ ຈຳປາ ສັກ 1.300 ເຮັກຕາ, ເມືອງສຸຂຸມາ
2.320 ເຮັກຕາ, ເມືອງບາຈຽງ 153 ເຮັກຕາ, ເມືອງຊະນະສົມບູນ 181 ເຮັກຕາ ແລະ ເມືອງປາກເຊ
50 ເຮັກ ຕາ. ຂະນະທີ່ເຮືອນຊານຂອງປະຊາຊົນຢູ່ລຽບແຄມນໍ້າເຊໂດນ, ນໍ້າຂອງ ແລະ ສາຂາຖືກຜົນກະທົບຢ່າງໜັກໜ່ວງ.
ຜູ້ສື່ຂ່າວແຂວງຈຳປາສັກ ລາຍງານມື້ວານນີ້ວ່າ:ວັນທີ
21- 22 ກັນຍານີ້, ການນໍາແຂວງພ້ອມ ດ້ວຍວິຊາການກ່ຽວ ຂ້ອງໄດ້ລົງພົບປະໂອ້ລົມໃຫ້ກຳລັງໃຈປະຊາຊົນເຂດປະສົບໄພ
ພ້ອມທັງມອບໝີ່, ນໍ້າດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນຈໍານວນ ໜຶ່ງໃຫ້ແກ່ປະຊາຊົນ ແລະ ເຕືອນໃຫ້ເຂົາເຈົ້າມີສະຕິລະວັງຕົນເນື່ອງຈາກວ່າຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງອາດເຮັດໃຫ້ລະດັບ
ນໍ້າສູງຂຶ້ນຖ້ວມບ້ານເຮືອນກໍເປັນໄດ້.
ຮອງນາຍບ້ານບ້ານພັດທະນາ ປາກຊອນ ເມືອງຊະນະສົມບູນ
ລາຍງານວ່າ:ບ້ານຂອງຕົນ ໄດ້ຮັບຜົນກະທົບໜັກຈາກນໍ້າ ຖ້ວມຄັ້ງນີ້ຄືເນື້ອທີ່ນາປີ 250 ເຮັກຕາຖືກນໍ້າຖ້ວມແກ່ຍາວມາ
ແຕ່ວັນທີ 19 ກັນຍາ ແລະ ເຮືອນ ຊານຂອງປະຊາຊົນຈຳນວນ 122 ຄອບຄົວຖືກນຳ້ຖ້ວມ. ການໄປມາພົບຄວາມຫຍຸ້ງຍາກເນື່ອງຈາກຫົນທາງເຂົ້າບ້ານຖືກຕັດຂາດເຊິ່ສົ່ງຕ້ອງການທີ່ສຸດ
ໃນປັດຈຸບັນກໍຄືນໍ້າດື່ມ, ນໍ້າໃຊ້, ເຂົ້າ ແລະ ອາຫານ.
ຈາກສະພາບນໍ້າຖ້ວມຢູ່ 6 ເມືອງດັ່ງກ່າວສົ່ງຜົນເຮັດໃຫ້ປະຊາຊົນທີ່ປະສົບໄພຕ້ອງການຄວາມຊ່ວຍເຫລືອຈາກ
ສັງຄົມເຊິ່ງຮຽກຮ້ອງເຖິງທຸກພາກສ່ວນຈົ່ງໄດ້ປະກອບສ່ວນຊ່ວຍເຫລືອເພື່ອໃຫ້ຊິວິດການເປັນຢູ່ຂອງຜູ້ປະສົບໄພຄືນສູ່ສະ
ພາບປົກກະຕິໂດຍໄວ.

No comments:
Post a Comment