ປັດຈຸບັນຢູ່ນະຄອນຫລວງ ວຽງຈັນ,ຮ້ານອາຫານ,ຮ້ານບັນເທີງເກີດຂຶ້ນຢ່າງແຜ່ຫລາຍ,ຂະ
ນະທີ່ການຄຸ້ມຄອງບັນດາຮ້ານເຫລົ່ານັ້ນຂອງພາກສ່ວນກ່ຽວ ຂ້ອງຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນອັນເຮັດໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງ
ຄົມ,ກາຍເປັນແຫລ່ງມົ້ວສຸມ ຫລິ້ນກິນຟຸມເຟືອຍ ແລະ ເກີດປາ ກົດຫຍໍ້ທໍ້ອັນບໍ່ດີອື່ນໆຕາມມາ.
ຜູ້ອ່ານຫລາຍທ່ານຄົງໄດ້ ຍີນຂ່າວເຫດການຍິງກັນຈົນມີຜູ້ເສຍຊີວິດ
1 ຄົນຢູ່ຮ້ານອາຫານຊ້າງຄຳ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເມື່ອວັນທີ 19 ກັນຍານີ້,ເຫດການນີ້ເກີດຂຶ້ນໃນເວລາ
2 ໂມງເຊົ້າ ແລະ ຖືໄດ້ວ່າເປັນເຫດການທີ່ບໍ່ເພິ່ງປາຖະໜາ ເກີດຂຶ້ນມານຳການສວຍໂອກາດລະເມີດລະບຽບການບ້ານເມືອງຂອງຜູ້ປະກອບການທັງໆທີ່ຜູ້ປະກອບການທຸລະກິດບັນເທີງ
ຕ່າງກໍຮູ້ດີວ່າລະບຽບໄດ້ກຳນົດບໍ່ໃຫ້ເປີດບໍລິການເກີນ 23:30 ໂມງ,ແຕ່ຮ້ານບັນເທີງດັ່ງກ່າວກໍຍັງດື້ດ້ານຝ່າຝືນເປີດໃຫ້ບໍລິການຈົນຮອດ
2 ໂມງເຊົ້າຈົນເກີດເຫດ ການບໍ່ດີເກີດຂຶ້ນ.
ບັນຫາດັ່ງກ່າວບໍ່ພຽງສະ ແດງໃຫ້ເຫັນວ່າຜູ້ປະກອບການຮ້ານບັນເທີງສ່ວນຫລາຍມີພຶດຕິກຳລະເມີດລະບຽບເທົ່ານັ້ນ,ແຕ່ມັນສ່ອງແສງໃຫ້ເຫັນວ່າພາກ
ສ່ວນກ່ຽວຂ້ອງທີ່ຄຸ້ມຄອງຫົວ ໜ່ວຍທຸລະກິດປະເພດນີ້ຢູ່ຂັ້ນ ຕ່າງໆ ຍັງບໍ່ເຂັ້ມງວດໃນ
ການຕິດ
ຕາມກວດກາ,ບໍ່ເຄັງຄັດໃຫ້ຜູ້ປະ ກອບການປະຕິບັດຕາມລະບຽບບ້ານເມືອງ ແລະ ປະປ່ອຍໃຫ້ຮ້ານອາຫານ-ບັນເທີງຫລາຍແຫ່ງໃຫ້ບໍລິການຕາມລຳພັງໃຈ
ເປັນຕົ້ນ ປ່ອຍໃຫ້ຊາວໜຸ່ມນັກ ຮຽນ-ນັກສຶກສາ ອາຍຸບໍ່ເຖິງກະ ສຽນເຂົ້າໃຊ້ບໍລິການ,ບາງຮ້ານເປີດບໍລິການແຕ່ເຊົ້າຮອດຄ່ຳ
ກາຍເປັນບ່ອນມົ້ວສຸມຢາເສບຕິດ, ສິ່ງມຶນເມົາ,ການພະນັນ ແລະ ຄ້າປະເວນີຕ່າງໆ
ໃນທີ່ສຸດກໍເກີດປາ ກົດການຫຍໍ້ທໍ້ທາງສັງຄົມຕາມມາ ເປັນຕົ້ນ ປະລະການຮຽນ,ຄ້າ
ຂາຍສິ່ງຜິດກົດໝາຍ,ຂີ້ລັກງັດແງະ, ປຸ້ນຈີ້-ຊິງຊັບ ແລະ ສ້າງຄວາມບໍ່ສະຫງົບວຸ້ນວາຍຕໍ່ສັງຄົມ
ເຊິ່ງບັນຫາດັ່ງກ່າວນີ້ ຫາກພາກສ່ວນກ່ຽວຂ້ອງຍັງຖືເບົາຕໍ່ການຄຸ້ມຄອງກວດກາສົ່ງຜົນໃຫ້ຜູ້ປະກອບການບໍ່ປະຕິບັດລະບຽບກົດໝາຍເຂັ້ມງວດແລ້ວກໍ່ໍໃຫ້ເກີດສິ່ງບໍ່ດີຕາມມາ.
No comments:
Post a Comment