Ad

Ad

12 June 2014

ຖັງ​ຢາງ​ແບ່ງ​ຊ່ວງ​ຈະລາຈອນ​ບົນ​ເສັ້ນທາງຕໍ່ໜ້າ​ໂຮງຮຽນ​ມັດທະຍົມ​ສິນ​ໄຊ​ແຕກ​ກະຈາຍ​ຍ້ອນ​​ຂັບ​ຂີ່​ແບບ​ປະໝາດ



     ພາຍຫລັງ​ເຫັນ​ວ່າ​ສະພາບ​ການ​ສັນຈອນ​​ໃນ​ຕົວ​ເມືອງ ນະ ຄອນ​ຫລວງ​ວຽງ​ຈັນ ນັບ​ມື້ມີ​ຄວາມ​ແອ​ອັດ​ສັບສົນ​ຂຶ້ນ, ທາງ ພາກສ່ວນ​ກ່ຽວຂ້ອງ​ຈຶ່ງ​ໄດ້​ຈັດ​ສັນ​ລະບົບ​ການ​ສັນຈອນ​ຄືນ​ໃໝ່​ໃນ​ບາງ​ສາຍ​ທາງ​ໃຫ້​ມີ​ຄວາມ​ຄ່ອງ​ຕົວ​ດີ​ຂຶ້ນ​ໂດຍ​ໄດ້​ນຳ​​ເອົາ​ຖັງ​ຢາງ​ສີສົ້ມ​ໄປ​ວາງ​ກັ້ນກາງ ຂອງ​ເສັ້ນທາງ​ເພື່​ອ​ແບ່ງ​ຊ່ອງ​ການ​ສັນ ຈອນ​ ຄື​ເສັ້ນທາງ​ໄກສອນ ພົມວິ ຫານ ຈຸດ​ຕໍ່ໜ້າ​ໂຮງຮຽນ​ມັດທະ ຍົມ​ສົມບູນ​ສິນ​ໄຊກໍ​ແມ່ນ​ຈຸດ​ໜຶ່ງ​ ແຕ່ເມື່ອ​ຕອນ​ເຊົ້າຂອງ​ວັນ​ທີ 11 ມິຖຸນາ​ນີ້ ຖັງ​ຢາງ​ໃນ​ຈຸດ​ດັ່ງກ່າວ​ຈຳນວນ​ບໍ່​ໜ້ອຍ​ແຕກ​ຫັກຢາຍ​ລະ​ເນລະນາດ ​ເຊິ່ງ​ເຫັນ​ແລ້ວ​ແມ່ນ​ເປັນ​ພາບ​ທີ່​ບໍ່​ຈົບງາມ​ ຍ້ອນ​ຜູ້​ຂັບ​ຂີ່​ລົດ​ໃຫຍ່​ຄັນ​ໜຶ່ງ​ແລ່ນ​ມາ​ດ້ວຍ​ຄວາມ​ໄວ​ສູງ​ແລ້ວ​ຕຳ​ເອົາ​ຖັງ​ຢູ່​ຈຸດ​ດັ່ງກ່າວ​ແລ້ວ​ໜີ​ໄປ​ຢ່າງ​ຂາດ​ຄວາມ​ຮັບຜິດຊອບ ​ແລະ ມາ​ຮອດ​ດຽວນີ້ ກໍ​ຍັງ​ບໍ່​ມີ​ພາກ ສ່ວນ​ໃດ​ມາ​ຮັບຜິດຊອບ ​ແລະ ເກັບ​ມ້ຽນ​ເສດ​ຖັງ​ຢາງດັ່ງກ່າວ ເພື່ອ​ຄວາມ​ຈົບງາມ​ຂອງ​ເສັ້ນ ທາງ ​ແລະ ຮັບປະກັນ​ໃຫ້ການ​ຈະ ລາຈອນ​ມີ​ຄວາມ​ສະດວກ​ປອດ​ໄພ.

2 comments:

  1. ບໍ່ມີຄວາມຮັບຜິດຊອບເນາະຄົນໃຊ້ລົດໃຊ້ຖະຫນົນກໍ

    ReplyDelete
    Replies
    1. This comment has been removed by the author.

      Delete