ທ່ານນາງ ວຽງທອງ ສີພັນດອນ ຫົວໜ້າອົງການກວດສອບແຫ່ງລັດ
ເປີດເຜີຍວ່າ: ພາຍຫລັງໄດ້ດຳເນີນການກວດກາຫລາຍອົງການລັດໃນຜ່ານມາ ເຫັນວ່າມີຫລາຍອົງການນຳໃຊ້ງົບປະ
ມານລັດຜິດລະບຽບ ໂດຍສະເພາະແມ່ນການລົງທຶນໃສ່ໂຄງການທີ່ສະພາແຫ່ງຊາດບໍ່ໄດ້ຮັບຮອງ
ຄືສະເພາະສົກປີ 2011- 2012 ມີມູນຄ່າເຖິງ 2.741 ຕື້ກວ່າກີບ ແລະ ປັດຈຸບັນ ຍັງສືບຕໍ່ກວດກາຢູ່ກະຊວງການເງິນ,
ແຂວງຊຽງຂວາງ, ຫລັງຈາກນັ້ນ ຈຶ່ງຈະສືບຕໍ່ກວດກາບັນດາກະຊວງ, ແຂວງ ແລະ ນະ ຄອນຫລວງວຽງຈັນຕໍ່ປີ.
ທ່ານຫົວໜ້າອົງການກວດສອບແຫ່ງລັດ ກ່າວວ່າ:
ໃນສົກປີ 2011-2012, ການສະສາງ, ການເກັບຄືນໜີ້ຕ້ອງຮັບໃນລະ ບົບຄັງເງິນແຫ່ງຊາດມີຈຳນວນ
2.992 ຕື້ກວ່າກີບ, ໃນນັ້ນ ຂັ້ນສູນກາງປະມານ 2.708 ຕື້ກວ່າກີບ ແລະ ທ້ອງຖິ່ນ
284 ຕື້ກວ່າກີບ ແລະ ໜີ້ຕ້ອງຮັບຂອງຄັງເງິນສູນກາງເກີດຂຶ້ນໃນສົກປີ
2012-2013 ມີ ຈຳນວນ 334 ຕື້ກວ່າກີບ, ເມື່ອລວມເຂົ້າກັນກັບໜີ້ຂອງສົກປີ
2011-2012 ແລ້ວມີປະມານ 2.869 ຕື້ກວ່າກີບ, ໃນນັ້ນ ສາ ມາດຊຳລະສະສາງໄດ້ພຽງແຕ່
334 ຕື້ກວ່າກີບ, ສ່ວນໜີ້ໃນລະ ບົບຄັງເງິນປະຈຳແຂວງ ແລະ ນະຄອນຫລວງ ກະຊວງການເງິນໄດ້ກວດກາແຕ່ບໍ່ທັນສາມາດສະຫລຸບໄດ້ລະອຽດ.
No comments:
Post a Comment