Ad

Ad

24 September 2014

ສາທາຮ່ວມກັບກະສິກຳເຝິກແອບແຜນການສຸກເສີນປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ



        ວັນທີ 23 ກັນຍານີ້ກົມຄວບ ຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຮ່ວມກັບກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກຳ ແລະ ປ່າໄມ້ໄດ້ຈັດ ກອງປະຊຸມຝຶກຊ້ອມແຜນສຸກເສີນ ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຫວັດ ສັດປີກຂຶ້ນ, ຢູ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງທ່ານ ດຣ ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະ ຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ທ່ານ ດຣ ມະຫານະຄອນ ສຸລິຍາ ຮອງຫົວ ໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້, ມີສັດຕະວະແພດ, ຄູ່ຮ່ວມ ງານ, ໂຮງໝໍ ສູນກາງເຂົ້າຮ່ວມ ຢ່າງພ້ອມພຽງ.
    ທ່ານຫົວໜ້າກົມຄວບຄຸມ ພະຍາດຕໍ່ຕິດກ່າວວ່າ: ການຈັດ ຝຶກຊ້ອມຄັ້ງນີ້ແມ່ນຜົນຕໍ່ເນື່ອງ ຈາກກອງປະຊຸມທີ່ຈັດຂຶ້ນຢູ່ ແຂວງຫຼວງພະບາງໃນຜ່ານມາ,ໂດຍໄດ້ເຊີນເອົາບັນດາແຂວງ ພາກເໜືອທີ່ມີຊາຍແດນຕິດກັບ ປະເທດທີ່ມີການລະບາດຂອງ ພະຍາດໄຂ້ຫວັດສັດປີກ H7N9 ມາ ຮ່ວມປຶກສາຫາລື, ສ້າງແຜນ ເພື່ອວາງມາດຕະການປ້ອງກັນ ແລະ ພາຍຫຼັງສ້າງແຜນ
ສຳເລັດແລ້ວ, ຈຶ່ງໄດ້ຈັດຊຸດເຝິກແອບ ນີ້ຂຶ້ນເພື່ອວັດແທກປະສິດທິຜົນ ຂອງແຜນການ, ສຳລັບການ ແອບແມ່ນໄດ້ຍົກເອົາ ເຫດການຈຳລອງການລະບາດຂອງພະ ຍາດດັ່ງກ່າວຢູ່ບ່ອນໃດໜຶ່ງ, ໂດຍເນັ້ນໃສ່ລະບົບເຝົ້າລະວັງ, ການຕອບໂຕ້ ແລະ ການຮ່ວມມື ກັບຂະແໜງການອື່ນຄວນເຮັດ ແນວໃດ, ພ້ອມທັງເປັນການ ສ້າງຄວາມສາມາດໃຫ້ແກ່ພະນັກງານເຝົ້າລະວັງ ແລະ ຕອບ ໂຕ້ພະຍາດ ແລະ ສ້າງຄວາມເຂັ້ມແຂງລະຫ່ວາງຂະແໜງການໃຫ້ດີຂື້ນເພື່ອຮ່ວມມືປ້ອງ ກັນ ແລະ ຕອບໂຕ້ເມື່ອ ມີການລະບາດຂອງພະຍາດເກີດຂຶ້ນ.
    ທ່ານຫົວໜ້າກົມກ່າວວ່າ: ບັນຫາໄຂ້ຫວັດສັດປີກເປັນຫາ ໜຶ່ງທີ່ພາກພື້ນກໍຄືຢູ່ໃນໂລກກັງ ວົນຕໍ່ການລະບາດ ແລະ ປະ ເທດເຮົາກໍເຊັ່ນດຽວກັນ, ເຖິງວ່າຍັງ ບໍ່ມີການລາຍງານພົບການລະ ບາດກໍຕາມ ແຕ່ຂໍໃຫ້ພາກສ່ວນ ກ່ຽວຂ້ອງສືບຕໍ່ເຝົ້າລະວັງ, ໂດຍສະເພາະແມ່ນປະຊາຊົນຄວນເອົາໃຈໃສ່ລະວັງການສຳ ພັດກັບສັດປີກຕ້ອງລ້າງມືໃຫ້ສະອາດກ່ອນຈະຈັບບ່າຍສິ່ງຂອງ ອື່ນ ແລະ ສິ່ງສຳຄັນແມ່ນເມື່ອນຳສັດປີກມາລ້ຽງຕ້ອງສອບຖາມໃຫ້ດີວ່ານຳມາຈາກໃສ່, ຄວນແຍກສັດປີກທີ່ນຳມາລ້ຽງໃໝ່ໄວ້ໄລ ຍະໜຶ່ງ, ເພື່ອຕິດຕາມ ແລະ ທັງເປັນການປ້ອງການການລະບາດຂອງພະຍາດດັ່ງກ່າວນຳອີກ.

No comments:

Post a Comment