ບຸນນະມັດສະການວັດພູຈຳປາສັກ
ປະຈຳປີ 2014 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວານນີ້ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ອາຊາງ
ລາວລີ ຮອງນາຍົກ ລັດຖະມົນຕີ, ປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ພ້ອມການ ນຳແຂວງ,
ເມືອງ, ແຂກຮັບເຊີນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ທ່ານ ດຣ.ບຸນຖອງ
ດີວິໄຊ ຮອງເຈົ້າແຂວງຈຳປາສັກ, ປະທານຄະນະກຳມະ ການຈັດບຸນດັ່ງກ່າວລາຍງານວ່າ: ບຸນນະ ມັດສະການວັດພູປີນີ້ຖືວ່າເປັນປີໜຶ່ງທີ່ມີຄວາມໝາຍຄວາມສຳຄັນຍິ່ງ
ແລະ ເປັນ ສີລິມຸງຄຸນ ເພາະຈັດຂຶ້ນໃນໄລຍະດຽວກັນ ກັບມະຫະກຳກິລາມັດທະຍົມສຶກສາທົ່ວປະເທດຄັ້ງທີ
V ແລະ ການສະເຫລີມ
ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີທີ່ຜ່ານມາໄປບໍ່ພໍເທົ່າໃດມື້
ແລະ ເປັນປີທີ່ທົ່ວປວງຊົນລາວ ທັງຊາດພວມອອກແຮງແຂ່ງຂັນກັນຢ່າງເປັນຂະບວນຟົດຟື້ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ
IX ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VII ເວົ້າສະເພາະຢູ່ແຂວງຈຳປາສັກແມ່ນໄລຍະການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ
VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ເຂົ້າສູ່ພາກປະຕິບັດຕົວຈິງ ຢ່າງເປັນຂະບວນຟົດຟື້ນ.ຂະນະດຽວກັນກໍເປັນການສືບທອດ
ປະເພນີອັນດີງາມຂອງຊາດແລ້ວຍັງເປັນການສົ່ງເສີມການ ທ່ອງທ່ຽວຕື່ມອີກ ຊຶ່ງມີຫລາຍກິດຈະກຳທ່ີຈັດຂຶ້ນເປັນຕົ້ນການຈັດ
ຕະຫລາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າ ຂອງ ປະຊາຊົນ 10 ເມືອງ ໃນແຂວງ ແລະ ນັກທຸລະກິດທັງພາຍໃນ
ແລະ ຕ່າງປະເທດ, ການສະແດງສິລະປະວັນນະຄະດີ, ການ ແຂ່ງຂັນກິລາປະເພດຕ່າງໆ. ຂະນະທີ່ປະເພນີທາງສາສະໜານັ້ນກໍມີ
ການໄຫວ້ພະຮັບສິນ, ການວຽນທຽນ ແລະ ການໄຕ້ ຕະກຽງ 4.000 ໜ່ວຍເພ່ືອສັກກາລະສິ່ງສັກສິດ.
ສະຖານບູຮານວັດພູພ້ອມເນື້ອທີ່ທາງວັດທະນະທຳຈຳປາສັກ
ແມ່ນສະຖານບູຮານທີ່ຖືກຮັບຮູ້ ແລະ ມີຊື່ສຽງມາເປັນເວ ລາດົນນານແລ້ວເປັນຕົວແທນອັນສຳຄັນທາງການປົກຄອງ
ແລະ ຊີວິດວັດທະນະທຳຂອງຄົນບູຮານໃນຂົງເຂດອາຊີຕາເວັນ ອອກສຽງໃຕ້ທີ່ເຊ່ືອກັນວ່າ ໄດ້ສ້າງຂຶ້ນໃນລະຫວ່າງເຄິ່ງສັດຕະວັດທີ
V ຫາ ສັດຕະວັດທີ XII ແຫ່ງ ຄສ. ຈາກຄຸນຄ່າທີ່ໂດດ
ເດັ່ນເປັນເອກະລັກສະເພາະຄືດັ່ງກ່າວ, ມາຮອດທ້າຍປີ 2001 ສະຖານບູຮານວັດພູພ້ອມເນື້ອທີ່ກໍໄດ້ຮັບການຈົດເຂົ້າໃນບັນຊີ
ມໍລະດົກໂລກຂອງອົງການການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ ຫລື UNESCO ເຊິ່ງໄດ້ນຳເອົາ
ຄວາມຊື່ນຊົມຍິນດີຄວາມພູມໃຈອັນລົ້ນເຫລືອມາສູ່ປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະຊາວແຂວງຈຳປາສັກທີ່ພວກ
ເຮົາໄດ້ມີມໍລະດົກວັດທະນະທຳອັນໂດດ ເດັ່ນລະດັບໂລກ.
ສະຖານມໍລະດົກໂລກວັດພູ ພ້ອມເນື້ອທີ່ວັດທະນະທຳຈຳປາສັກມໍລະດົກໂລກແຫ່ງທີ
2 ຂອງ ສປປ ລາວ ແມ່ນສະຖານທີ່ທ່ອງທ່ຽວທີ່ສຳຄັນແຫ່ງໜຶ່ງທາງວັດທະນະທຳທີ່ນອນໃນແຫລ່ງທ່ອງທ່ຽວ
212 ແຫ່ງ ທົ່ວແຂວງທີ່ໄດ້ຮັບ ຄວາມສົນໃຈຈາກນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດດັ່ງສົກປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມວັດພູ
ເຖິງ 1 ແສນກວ່າຄົນ ຂອງຈຳນວນນັກທ່ອງທ່ຽວກວ່າ 493 ພັນຄົນຊຶ່ງສະແດງໃຫ້ເຫັນວ່າ: ຍາມໃດກໍໄດ້ຮັບການເອົາໃຈໃສ່
ຈາກພັກ ແລະ ລັດຖະບານກໍຄື ຄະນະພັກ, ອຳນາດການປົກຄອງແຂວງຈຳປາສັກ, ເມືອງຈຳປາສັກ, ເມືອງປະທຸມພອນ
ແລະ ເມືອງໂພນທອງ ບ່ອນທີ່ມີເນື້ອທີ່ມໍລະດົກກວມເຖິງ ຄື ໄດ້ຮັບການຄຸ້ມຄອງປົກປັກຮັກສາພັດທະນາເນື້ອທີ່ຕາມແຜນຄຸ້ມ
ຄອງປົກປັກຮັກສາ ແລະ ລະ ບຽບການທີ່ລັດຖະບານ ສປປ ລາວ ແລະ ອົງການ UNESCO ຮັບຮອງເອົາ ຊຶ່ງເຫັນວ່າຂອບ ເຂດເນື້ອທີ່ມໍລະດົກທັງໝົດ
ຍັງຮັກສາໄດ້ຄວາມເປັນດັ້ງເດີມຂອງບູຮານສະຖານຕະຫລອດສະພາບທິວທັດ. ພະແນກມໍລະ ດົກໂລກວັດພູທີ່ເປັນການຈັດຕັ້ງວິຊາການປະຈຳພາກສະໜາມ
ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຮັດໜ້າທີ່ໂດຍກົງຄຸ້ມຄອງປົກປັກຮັກສາ,
ຮ່ວມມືສຶກສາຄົ້ນຄວ້າ, ບູລະນະປະຕິສັງຂອນ ຮ່ວມກັບຊ່ຽວຊານວິຊາການ ຂອງລາວ ແລະ ຕ່າງປະເທດ
ເປັນຕົ້ນໂຄງການຮ່ວມມືລາວ- ຍ່ີປຸ່ນ, ໂຄງການຮ່ວມມືລາວ-ອີຕາລີ,
ໂຄງການຮ່ວມມືລາວ- ຝຣັ່ງ, ໂຄງການຮ່ວມມືລາວ-ອິນເດຍ, ໂຄງການຮ່ວມມືລາວ-ເກົາຫລີ ທີ່ໄດ້ເຂົ້າມາຊ່ວຍເຫລືອ
ເຊິ່ງເປັນການປະກອບສ່ວນ ຢ່າງແຂງແຮງໃນການຈັດຕັ້ງປະຕິບັດແຜນຄຸ້ມຄອງປົກປັກຮັກສາ ແລະ ພັດທະນາຢ່າງມີໝາກຜົນເປັນຢ່າງດີ.
No comments:
Post a Comment