Ad

Ad

13 February 2014

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2014



      ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2014 ໄດ້ຈັດຂຶ້ນໃນວັນທີ 10-11 ກຸມພາ 2014 ຢູ່ຫ້ອງ ວ່າການລັດຖະບານໂດຍການເປັນປະທານ ຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະ ບານເຂົ້າຮ່ວມນັ້ນກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ເຫັນດີດ້ານຫລັກການຮັບຮອງ ບັນຫາສຳຄັນຕ່າງໆຈຳນວນໜື່ງ. ມາໃນຕອນເຊົ້າ ວັນທີ 12 ກຸມພາ 2014 ນີ້, ທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີ ປະຈຳຫ້ອງວ່າການລັດຖະບານ, ໂຄສົກລັດຖະບານໄດ້ ຖະແຫລ່ງຂ່າວຜົນສຳເລັດຂອງກອງປະຊຸມດັ່ງກ່າວຕໍ່ສື່ມວນຊົນ ໂດຍ ທ່ານໄດ້ໃຫ້ຮູ້ວ່າ: ໃນກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ເຫັນດີດ້ານຫລັກການຮັບຮອງບັນ ຫາສຳຄັນ ຕ່າງໆເປັນຕົ້ນ ແມ່ນໄດ້ຮັບຮອງເອົາຮ່າງນະໂຍບາຍວ່າດ້ວຍອາຫານໃນໂຮງຮຽນ ຊຶ່ງເປັນບັນຫາທີ່ສຳຄັນເພື່ອສ້າງເງື່ອນ ໄຂໃຫ້ເດັກໃນໄວຮຽນ ເຂົ້າເຖິງການສຶກສາໄດ້ຮັບການລ້ຽງດູ ແລະ ເອົາໃຈໃສ່ທາງດ້ານໂພສະນາການ, ສຸຂະພາບທີ່ແຂງແຮງ
ແລະ ຮຽນໄດ້ຕາມ 5 ຫລັກມູນຂອງການສຶກສາ; ຮັບຮອງເອົາຮ່າງແຜນປະຕິບັດງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງ ການນຳໃຊ້ແຮງງານເດັກຢູ່ ສປປ ລາວ ປີ 2014-2020; ຮັບຮອງຮ່າງດໍາລັດວ່າດ້ວຍຄົນພິການ, ຈຸດປະສົງເພື່ອສົ່ງເສີມ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ຄົນພິການໄດ້ເຂົ້າເຖິງການຟື້ນຟູບໍາບັດ, ການປິ່ນປົວ, ການສຶກສາ, ການເຝິກວິຊາຊີບ, ການມີ ວຽກເຮັດງານທຳ ແລະ ການເຂົ້າເຖິງການບໍລິການສາທາລະນະຕ່າງໆ. ແນໃສ່ລົບລ້າງທຸກຮູບການຈຳແນກຕໍ່ຄົນພິການ ທັງເປັນການສ້າງເງື່ອນໄຂໃຫ້ ເຂົາເຈົ້າໄດ້ຮັບການພັດທະນາຕົນເອງ, ເພິ່ງຕົນເອງ ແລະ ສາມາດເຂົ້າຮ່ວມກິດ ຈະກໍາຕ່າງໆໃນ ສັງຄົມ.
      ບັນຫາສຳຄັນອີກບັນຫາໜຶ່ງ ກອງປະຊຸມໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບຢ່າງສູງ ພ້ອມທັງວາງມາດຕະການຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຕໍ່ບົດລາຍງານ ແລະ ແຜນການກ່ຽວກັບການສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕາມຄໍາສັ່ງສະບັບ ເລກທີ 27/ນຍ ເປັນຕົ້ນບັນຫາຢາເສບຕິດ, ການປຸ້ນຈີ້ຊີງ ຊັບ, ຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນ, ການຫລິ້ນກິນຟູມເຟືອຍ, ການລະເມີດຕໍ່ຮີດຄອງປະເພນີ, ການຕົວະ ຕົ້ມ, ການສໍ້ໂກງ, ການໂຄສະນາບິດເບືອນຄວາມຈິງໃນສື່ອອນໄລ, ການສໍ້ລາດບັງຫລວງ ແລະ ແຮງງານຕ່າງປະເທດ ທີ່ເຂົ້າ ມາບໍ່ ຖືກຕ້ອງຕາມກົດໝາຍ; ກອງປະຊຸມໄດ້ພິຈາລະນາຮັບຮອງຮ່າງດໍາລັດວ່າດ້ວຍການເອົາເດັກໄປເປັນລູກລ້ຽງ ເພື່ອກຳ ນົດຫລັກ ການ, ລະບຽບການ ແລະ ມາດຕະການກ່ຽວກັບການເອົາເດັກໄປເປັນລູກລ້ຽງຂອງພົນລະເມືອງລາວ, ຄົນຕ່າງ ດ້າວ, ຄົນ ຕ່າງປະເທດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກແນໃສ່ເຮັດໃຫ້ການເອົາເດັກໄປເປັນລູກລ້ຽງ ຢ່າງຖືກ ຕ້ອງ ສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;  ຮັບ ຮອງເອົາຮ່າງ ດຳລັດວ່າດ້ວຍກອງທຶນວິທະຍາສາດແຫ່ງຊາດ; ພ້ອມນີ້, ກອງປະຊຸມຍັງຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ບົດລາຍງານຂອງ ຄະນະສະເພາະກິດ ກ່ຽວກັບການຕິດຕາມເສດຖະກິດມະຫາພາກ ແລະ ຊີ້ນຳການເກັບລາຍຮັບຂອງລັດ ຊຶ່ງກອງປະຊຸມໄດ້ສັງ ເກດເຫັນວ່າການເກັບລາຍຮັບບໍ່ໄດ້ຕາມແຜນ, ການເບີກຈ່າຍເງິນເດືອນຍັງສືບຕໍ່ຊັກຊ້າ, ງົບປະມານ ໃຊ້ຈ່າຍບໍລິຫານ ຂອງບັນ ດາກະຊວງມາເຖິງປັດຈຸບັນກໍຍັງບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ, ຍັງມີການກວດພົບການ ອະນຸມັດເບີກຈ່າຍເງິນໂຄງການ ລົງທຶນເກີນ, ຍັງມີການລັກລອບສົ່ງຊັບພະຍາກອນທຳມະຊາດອອກໄປຕ່າງປະເທດຢູ່ບາງ ແຂວງ, ການເກັບພາສີທີ່ດິນບໍ່ໄດ້ ຕາມແຜນການ ເນື່ອງຈາກການກຳຖານຂໍ້ມູນບໍ່ຄົບຖ້ວນພຽງພໍ, ສະຕິຕື່ນຕົວຂອງຜູ້ປະ ກອບການໃນການປະຕິບັດພັນທະຕໍ່ ລັດ, ປະເທດຊາດຍັງບໍ່ທັນສູງບວກໃສ່ຄວາມຮັບຜິດຊອບ, ຄວາມໂປ່ງໃສຂອງເຈົ້າ ໜ້າທີ່ລັດຍັງຈໍາກັດ, ຄວາມບໍ່ສັກສິດໃນ ການຄຸ້ມຄອງບໍລິຫານລັດຍັງອ່ອນ, ຜູ້ກະທຳຜິດຍັງບໍ່ຖືກວິໃນ ແລະ ລົງໂທດຢ່າງ ຖືກຕ້ອງ. ດັ່ງນັ້ນ, ກອງປະຊຸມໄດ້ຊີ້ນໍາໃຫ້ ບັນດາກະຊວງ-ອົງການຕ່າງໆເອົາໃຈໃສ່ຈັດຕັ້ງນຳພາຂະແໜງການຂອງຕົນຢ່າງ ເຂັ້ມແຂງຕື່ມອີກ, ເອົາໃຈໃສ່ຄຸ້ມຄອງເສດຖະ ກິດມະຫາພາກໃນເງື່ອນໄຂທີ່ຫຍຸ້ງຍາກນີ້ໃຫ້ດີ ແລະ ເປັນຮູບປະທຳຫລາຍຂຶ້ນ, ຕ້ອງສູ້ຊົນເກັບລາຍຮັບຂົງເຂດຕ່າງໆໃຫ້ດີ ໂດຍມີມາດຕະການຈະແຈ້ງ ແລະ ເຂັ້ມງວດ; ຕໍ່ບົດລາຍງານຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ, ຊຶ່ງການຢ້ຽມຢາມໃນຄັ້ງນີ້ ທັງສອງຝ່າຍໄດ້ລົງນາມຮ່ວມກັນ ເຊັ່ນ: ການຮ່ວມມືດ້ານສາທາລະນະສຸກ, ກົດໝາຍ ແລະ ຍຸຕິທໍາ, ດ້ານວັດທະນະທໍາ, ການສ້າງຕັ້ງສະຖານກົງສູນໃຫຍ່ ລະຫ່ວາງ ສອງປະເທດ, ດ້ານການສຶກສາ, ການພົວພັນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນຫລວງພະນົມເປັນ, ການພົວ ພັນລະຫ່ວາງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກະຊວງ ພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ. ຊຶ່ງການ ມາຢ້ຽມຢາມຄັ້ງນີ້ ແມ່ນທັງເປັນການເພີ່ມທະວີສາຍພົວພັນມິດຕະພາບ ໃຫ້ສູງຂຶ້ນກວ່າເກົ່າ; ວຽກງານໜຶ່ງທີ່ສໍາຄັນກອງປະ ຊຸມໄດ້ຮັບຮອງບົດລາຍງານກ່ຽວກັບຜົນການພົບປະສອງກົມການເມືອງ ຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ພັກ ກອມມຸນິດຫວຽດນາມປະຈຳປີ 2014 ເຊິ່ງການພົວພັນຂອງສອງພັກ, ສອງລັດໄດ້ສືບຕໍ່ຂະຫຍາຍຕົວໃນເປັນກ້າວໆມາ, ແຕ່ ໄປພ້ອມກັນນັ້ນ, ທັງສອງຝ່າຍຍັງຈະໄດ້ສືບຕໍ່ຮ່ວມກັນເພື່ອປັບປຸງແກ້ ໄຂບັນຫາທີ່ຍັງຄົງຄ້າງຈຳນວນໜຶ່ງເພື່ອເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ. ຕໍ່ສອງວຽກງານກອງປະຊຸມໄດ້ຊີ້ນໍາໃຫ້ຮີບຮ້ອນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການພົບປະກັນລະ ຫວ່າງສອງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະ ພັກກອມ ມູນິດຫວຽດນາມ ປະຈຳສົກປີ 2014, ຜົນ ການພົບປະລະຫວ່າງສອງນາຍົກລັດຖະມົນຕີລາວ-ກຳປູເຈຍ ແລະ ຜົນກອງ ປະຊຸມໂຕະມົນໃນເດືອນພະຈິກ 2013 ຜ່ານມາ ໃຫ້ເກີດຜົນຕົວຈິງ. ນອກນັ້ນ, ກໍ່ຈັດຕັ້ງນຳພາການກວດກາ ແລະ ຕີລາຄາ ການຈັດຕັ້ງປະຕິບັດໂຄງການ ປັກຫລັກໝາຍ ຊາຍແດນກັບ ສ.ສ ຫວຽດນາມ, ກຳປູເຈຍ ແລະ ໄທ, ສືບຕໍ່ປະຕິບັດແນວ ທາງເປີດກວ້າງການພົວພັນ ແລະ ຮ່ວມມື ກັບຕ່າງປະເທດຂອງພັກ; ເອົາໃຈໃສ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າໄດ້ປຽບ ຕິດພັນກັບເງື່ອນໄຂເຊື່ອມໂຍງກັບພາກພື້ນ, ສາ ກົນ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ ພາກທຸລະກິດ ຂອງປະເທດເຮົາ.
      ຕອນທ້າຍກອງປະຊຸມທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ລັດຖະມົນຕີ-ຫົວໜ້າອົງທຽບເທົ່ານຳໄປປັບປຸງ-ບັນນາທິການ ຕື່ມຕາມຄຳເຫັນຂອງກອງປະຊຸມ ແລະ ສອດຄ່ອງກັບກົດໝາຍ ກ່ຽວຂ້ອງອື່ນໆທັງສາມາດຈັດຕັ້ງປະຕິບັດໄດ້. ສໍາລັບຈຸດສຸມ ເດືອນກຸມພາ ແລະ ເດືອນມີນາ 2014 ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກຄື: ໃຫ້ເອົາໃຈໃສ່ຈັດຕັ້ງນຳພາວຽກງານພັດທະນາ ຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ເກັບກູ້ລະເບີດບໍ່ທັນແຕກຢ່າງເອົາຈິງເອົາຈັງຕື່ມ ໂດຍສຸມໃສ່ບັນດາເມືອງທຸກຍາກ ແລະ ແຂວງທີ່ສ້າງຕັ້ງໃໝ່; ໃຫ້ບັນດາກະຊວງ-ອົງການຕ່າງໆ ເອົາໃຈໃສ່ຈັດຕັ້ງນຳພາການພັດທະນາເສດຖະກິດ, ຊຸກຍູ້ການ ເກັບລາຍຮັບເຂົ້າງົບປະມານ ແລະ ເອົາໃຈໃສ່ຄຸ້ມຄອງເສດຖະກິດມະຫາພາກໃນເງື່ອນໄຂທີ່ຫຍຸ້ງຍາກໃຫ້ດີ ແລະ ເປັນຮູບປະ ທຳຫລາຍຂຶ້ນ. ໃນນັ້ນໃຫ້ເອົາໃຈໃສ່ຮີບຮ້ອນຈັດຕັ້ງການເຜີຍແຜ່ ເຊື່ອມຊຶມ ແລະ ປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິ ການສູນກາງພັກ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບບັນຫາດັ່ງກ່າວ, ສູ້ຊົນເກັບລາຍຮັບໝົດງວດ II ໃຫ້ໄດ້ບໍ່ ຫລຸດ 40% ຂອງແຜນການປີ,ຍູ້ແຮງການຜະລິດສິນຄ້າປາຍແຫລມທີ່ລັດຖະບານໄດ້ຮັບຮອງແລ້ວ, ເປັນຕົ້ນໂຄງການການ ຜະລິດເຂົ້າຄົບວົງຈອນຕິດພັນກັບການປຸງແຕ່ງເພື່ອສົ່ງອອກ, ເອົາໃຈໃສ່ບົວລະບັດຮັກສາ ແລະ ເກັບກ່ຽວເຂົ້ານາແຊງ ແລະ ປູກພືດລະດູແລ້ງ ຕິດພັນກັບການກະກຽມແລ່ງທຶນ ແລະ ຕະຫລາດເພື່ອເກັບຊື້ເຂົ້ານາແຊງ ແລະ ພຶດຜົນຂອງປະຊາຊົນ ໃຫ້ທັນເວລາ, ໂດຍສະເພາະການຂາຍເຂົ້າໃຫ້ໂຮງງານເບຍລາວ, ຄັງແຮເຂົ້າສຸກເສີນ, ແຫ່ງຊາດ ແລະ ອາຊຽນ, ຄັງແຮແນວ ພັນເຂົ້າແລະແນວພັນພືດ, ການຂຸດຄົ້ນ ແລະ ດຳເນີນທຸລະກິດໄມ້ໃຫ້ເອົາໃຈໃສ່ປະຕິບັດ ແຈ້ງການຂອງຫ້ອງວ່າການສູນກາງ ພັກກ່ຽວກັບການຊີ້ນຳຂອງກົມການເມືອງຕໍ່ກັບວຽກງານທຸລະກິດໄມ້ຫວງຫ້າມ, ກະກຽມ ແລະ ຈັດກອງປະຊຸມພົບປະກັບ ນັກທຸລະກິດ ແລະ ຜູ້ປະກອບການທົ່ວປະເທດເພື່ອເຜີຍແຜ່ ເຊື່ອມຊຶມບັນດານະໂຍບາຍ, ນິຕິກຳທີ່ວາງອອກໃໝ່, ເພື່ອຕອບ ແກ້ຂໍ້ສະເໜີຕ່າງໆ, ລະດົມທຶນຮອນເຂົ້າໃສ່ການພັດທະນາ, ປັບປຸງຂີດຄວາມສາມາດໃນການ ແຂ່ງຂັນແລະຍ້ອງຍໍນັກທຸລະ ກິດ ແລະ ຜູ້ປະກອບການທີ່ປະກອບສ່ວນເຂົ້າໃນການພັດທະນາ ແລະ ເສຍພັນທະໃຫ້ລັດດີ, ໄວ, ຫລາຍ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ; ຈັດຕັ້ງນຳພາຂົງເຂດສັງຄົມ-ວັດທະນະທຳຕາມດຳລັດ 241/ລບ, ໝວດ 4 ກຳນົດໄວ້ ແລ້ວໃຫ້ໄດ້ຮັບ ຜົນດີ, ໃນນັ້ນໃຫ້ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ (ທີ່ກອງປະຊຸມໄດ້ປຶກສາຫາລືກັນໃນເທື່ອນີ້) ໂຄງການປຸກລະດົມ ທົ່ວປວງຊົນເຂົ້າຮ່ວມຢ່າງຕັ້ງໜ້າ, ເຮັດໃຫ້ທົ່ວປະ ເທດມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ, ໝັ້ນຄົງ ແລະ ມີການພັດທະນາ, ສືບຕໍ່ເພີ່ມທະວີຕໍ່ວຽກງານສຶກສາອົບຮົມນຳພາແນວຄິດການເມືອງໃຫ້ພະນັກງານ, ທະຫານ, ຕຳ ຫລວດ ແລະ ຕະຫລອດຮອດປະຊາຊົນດ້ານຕ່າງໆໄດ້ຮັບຮູ້, ສືບຕໍ່ຕັ້ງໜ້າປະຕິບັດບັນດາແຜນວຽກຂອງບັນດາກະຊວງ ແລະ ຂະແໜງການທີ່ໄດ້ກຳນົດແລ້ວ, ເປັນຕົ້ນແມ່ນການປະຕິບັດບັນດາເປົ້າໝາຍສະຫັດສະວັດດ້ານ ການພັດທະນາ, ການແກ້ໄຂ ວຽກເຮັດງານທຳ, ການປະຕິ ບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ບັນຫາອື່ນໆ, ຮີບຮ້ອນຄົ້ນຄວ້າປັບ ປຸງດຳລັດ 221/ລບ ກ່ຽວກັບລະບົບເງິນເດືອນ; ດຳລັດ 269/ນຍ, ຄຳສັ່ງ 25/ນຍ ກ່ຽວກັບມາດຕະການປະຢັດ, ຕ້ານການ ຟຸມເຟືອຍ ແລະ ກຳນົດໝາຍການໃຊ້ຈ່າຍບໍລິຫານຕ່າງໆຂອງລັດ; ດຳລັດ 83/ນຍ ກ່ຽວກັບລາຍຮັບວິຊາການ; ດຳລັດ 343/ນຍ ກ່ຽວກັບນະໂຍບາຍດ້ານທີ່ດິນ, ສ້າງຮ່າງມະຕິຂອງກົມການເມືອງກ່ຽວກັບນະໂຍບາຍທີ່ດິນ ເພື່ອເປັນບ່ອນອີງໃນ ການກັບປຸງບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນໃຫ້ສອດຄ່ອງກວ່າເກົ່າ, ຄົ້ນຄວ້າປັບປຸງກົງຈັກ ແລະ  ພາລະບົດບາດຂອງ ບາງອົງການໃຫ້ຈະແຈ້ງ ແລະ ຮັດກຸມໂດຍໄວ, ຕັ້ງໜ້າຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ໃນທ້າຍເດືອນນີ້ ໃຫ້ເຂົ້າສູ່ ລວງເລິກ ໂດຍສະເພາະແມ່ນຄຳສະເໜີຂອງສະມາຊິກສະພາແຫ່ງຊາດ ແລະ ຄຳຮ້ອງທຸກຂອງປະຊາຊົນຕໍ່ການຄຸ້ມຄອງ-ບໍລິ ຫານຂອງບັນດາຂະແໜງການ ແລະ ພະນັກງານ-ລັດຖະກອນ; ໃຫ້ເອົາໃຈໃສ່ຈັດຕັ້ງນຳພາວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມຍຸຕິທຳ ແລະ ຄວາມປອດໄພທົ່ວສັງຄົມ ເພື່ອສ້າງເງື່ອນໄຂ ອຳນວຍແກ່ການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນ, ສືບ ຕໍ່ຫັນລົງກໍ່ສ້າງຮາກຖານການເມືອງໂດຍສົມທົບ 3 ດ້ານ (ການເມືອງ, ເສດຖະກິດ ແລະ ການທະຫານ) ນຳພາປະ ຊາຊົນສ້າງສາພັດທະນາບ້ານເມືອງຂອງຕົນ, ຈັດຕັ້ງນຳພາການເຄື່ອນໄຫວວຽກງານການຕ່າງປະເທດຢ່າງມີຈຸດສຸມ, ສືບຕໍ່ປະຕິ ບັດແນວທາງເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດຂອງພັກ; ເອົາໃຈໃສ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າໄດ້ ປຽບທີ່ຕິດພັນກັບເງື່ອນໄຂເຊື່ອມໂຍງກັບພາກພື້ນ, ສາກົນ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກທຸລະກິດ ຂອງປະເທດເຮົາ, ຮີບຮ້ອນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການພົບປະກັນລະຫວ່າງສອງກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈຳສົກປີ 2014, ຜົນການພົບປະລະຫວ່າງສອງນາຍົກລັດ ຖະມົນຕີລາວ-ກຳປູເຈຍ ແລະ ຜົນກອງປະຊຸມໂຕະມົນໃນເດືອນ 2013 ຜ່ານມາໃຫ້ເກີດຜົນຕົວຈິງ, ຈັດຕັ້ງນຳພາການກວດ ກາ ແລະ ຕີລາຄາການຈັດຕັ້ງປະຕິບັດໂຄງການປັກຫລັກໝາຍຊາຍແດນກັບສ.ສຫວຽດນາມ, ກຳປູເຈຍ ແລະ ໄທ, ຈັດຕັ້ງ ນຳພາການກະກຽມກອງປະຊຸມລັດຖະບານ-ກອງປະຊຸມວິສາມັນຂອງລັດຖະບານໃນກາງເດືອນມີນາ 2014.

No comments:

Post a Comment