Ad

Ad

14 February 2014

ເບິ່ງຄືນ ບຸນບ້ານຫນັກໄປເລື່ອງການພະນັນ



   ໂດຍ: ທ່ຽງທຳ.
        ແຕ່ໃດມາບຸນບ້ານເປັນຮີດຄອງອັນດີງາມຫນຶ່ງຂອງປະຊາຊົນເຮົາ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ແລະ ເພື່ອ ເປັນການກາບໄຫວບັນພະບູລຸດ, ເຖົ້າແກ່ກົກເຄົ້າເຫງົ້າກໍຂອງຊາວບ້ານທີ່ໄດ້ລ່ວງລັບໄປ ແລະ ເພື່ອສ້າງຄວາມເບີກບານມ່ວນ ຊື່ນລື່ນເລີງ. ບຸນດັ່ງກ່າວມັກຈັດຂຶ້ນພາຍຫລັງສຳເລັດລະດູການເກັບກ່ຽວ ແລະ ສ່ວນຫລາຍກໍແມ່ນ ໃນໄລຍະເດືອນ 11, 12 ຫລື ເດືອນຍີ່, ເດືອນຈຽງຂອງລາວເຮົາ, ເພາະໄລຍະນີ້ເປັນໄລຍະບໍ່ມີຝົນການໄປມາຫາສູ່ສະດວກສະບາຍ ເພື່ອຈະໄດ້ເຊື່ອ ເຊີນຍາດຕິພີ້ນ້ອງບ້ານໃຕ້ບ້ານເຫນືອມາຮ່ວມນຳດ້ວຍ, ຊຶ່ງຮູບແບບການຈັດບຸນບ້ານແມ່ນຈະຖືເອົາ ວັດເປັນຈຸດເຕົ້າໂຮມ ເພື່ອທຸກຄອບຄົວຈະໄດ້ເຮັດກອງຖານ, ຕົ້ນກະລາຜຶກເພື່ອເຂົ້າມາກາບໄຫວ ແລະ ທານຫາຜູ້ລວງລັບໄປ, ພ້ອມນັ້ນຕອນ ຄຳ່ກໍຈະມີການຄົບງັນທາງສາສະຫນາເພື່ອຟັງເທດຟັງທຳຈຳສິນດ້ວຍຄວາມເຄົາລົບບູຊາ ແລະ ແຕ່ລະເຮືອນກໍ ຈະເຮັດເຂົ້າ ປຸ້ນ ເຂົ້າຫນົມ ຫລື ຂອງຢູ່ຂອງກິນໄວ້ເພື່ອຮັບແຂກຜູ້ມາຢ້ຽມຢາມດ້ວຍຄວາມຈິງໃຈ ແລະ ເບີກບ້ານມ່ວນຊື່ນ. ແຕ່ມາ ປັດຈຸບັນງານບຸນດັ່ງກ່າວໄດ້ປ່ຽນແປງໄປຫລາຍເບິ່ງແລ້ວຈະຫນັກໄປເບື້ອງການພະນັນ, ບ່ອນຊຸມນຸມໄດ້ກາຍມາເປັນສະ ຫນາມຊັດປຸມເປົ້າ, ແທງປິງໂກ, ລົງໄພ້ລົງເບີປູປາເຕົ້ານ້ຳ, ກູຫນຶ່ງມຶງສອງບໍເວັ້ນແຕ່ຜູ້ໃຫຍ່ເດັກນ້ອຍອະນຸຊົນຄົນຮຸ້ນໃຫມ່
ໃຜໆກໍມຶນເມົານຳການພະນັນທີ່ບໍ່ໂປ່ງໃສດັ່ງກ່າວ, ບາງຄັ້ງບາງ ບຸນເກີດການປະຖະກັນກໍມີຍ້ອນກິ່ນເຫລົ້າອາຍເບຍເຮັດໃຫ້
ຄົນ ເບື່ອເມົາໄປຢ່າງບໍ່ຮູ້ສຶກຕົວ, ຕະຫລອດຮອດການຈັດຮອບລຳວົງກໍມີການເກກັນກູຫາມຶງສິບຟັງແລ້ວຄືບໍມີວັດທະນະທຳ
ປານໃດ. ເວົ້າລວມແລ້ວບຸນບ້ານປັດຈຸບັນຈະຫນັກໄປເບື້ອງເຮຮາຊຸມແຊວຫລາຍກ່ວາດ້ານປະເພນີ, ບາງຄົນ, ບາງກຸ່ມ ຈະອາໃສບຸນນີ້ ເພື່ອການເກງກຳໄລ, ໂດຍສ ເພາະແມ່ນຜູ້ເຮັດການພະນັນເຖື່ອນກໍຈະນຳອຸປະກອນການພະນັນຕ່າງໆເຂົ້າ
ມາຕັ້ງໃນງານບຸນ ໂດຍຈະມີການແບ່ງປັນຜົນປະໂຫຍດບາງເລັກຫນອ້ຍໃຫ້ກັບອຳນາດການປົກຄອງບ່ອນທີ່ຕັ້ງຂອງບຸນແລ້ວ ກໍດຳເນີນການໄປຢ່າງບໍ່ຮູ້ເວັນຮູ້ຄືນ, ບໍ່ຮູ້ຜູ້ໃຫຍ່ຜູ້ນ້ອຍເດັກເຍົາວະຊົນ, ຊຶ່ງພວກເຂົາຈະມີການຊັກຊວນເຂົ້າມາຫລິ້ນການ ພະນັນໂດຍບໍ່ຮູ້ສຶກຕົວ, ຈົນເງິນຫມົດຖົງຫມົດໄຖ່, ຄອບຄົວຜົວເມຍ, ລູກເຕົ້າ ແລະ ຜູ້ເປັນພໍ່ ເປັນແມ່ຜິດຖຽງກັນ ເຮັດໃຫ້ຂາດຄວາມສາມັກຄີຜົວເສຍເມຍຮ້າງລູກເຕົ້າຕິດການພະນັນບໍ່ໄປໂຮງຮຽນ, ໂລເລເສເພ, ເສຍທາດຂາດຄຸນໄປກໍມີ. ບຸນນັ້ນຜ່ານໄປ, ບຸນນີ້ຜ່ານໄປແຕ່ກໍບໍ່ມີພາກສ່ວນກ່ຽວຂ້ອງໃດມາສົນໃຈກັບສິ່ງຫຍໍ້ທໍ້ດັ່ງກ່າວໃນຂະນະທີບ້ານໃດກໍມີອຳ ນາດການປົກຄອງ, ມີອົງການຈັດຕັ້ງມະຫາຊົນຊາວຫນຸ່ມ, ແມ່ຍິງແຕ່ກໍບໍ່ມີໃຜຈະມາ ເອົາຫົວໃສ່ໃຈຊາປະປ່ອຍສະພາບນັ້ນ ໄປຕາມມີຕາມເກີດ, ສົ່ງຜົນໃຫ້ສັງຄົມຂາດຄວາມເປັນລະບຽບຮຽບຮ້ອຍ, ທັ້ງໆທີ່ທົ່ວສັງຄົມພວມສຸມໃສ່ແກ້ໄຂບັນຫາ ດັ່ງກ່າວຢ່າງເອົາຈິງເອົາຈັງສ້າງບ້ານວັດທະນະທຳ, ບ້ານແບບ ຢ່າງການພັດທະນາ, ບ້ານປອດ ຄະດີ ແລະ ອື່ນໆ ແຕ່ແລ້ວຍັງປະ ປ່ອຍສະສະພາບຫໍ້ທໍ້ນັ້ນໄວ້ຢ່າງຫນ້າເສຍດາຍ ແລະ ກໍເປັນບັນຫາໃຫ້ພວກເຮົາຊ່ວຍກັນຄິດວ່າ ຈະມີມາດຕະການແກ້ໄຂ ແລະ ສະກັດກັ້ນແນວໃດ.


No comments:

Post a Comment