ທ້າວ ສົມໝາຍ ອາຍຸ 22 ປີ ຢູ່ບ້ານສົມຫວັງ
ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຖືກສານນະຄອນຫລວງວຽງຈັນຕັດສິນລົງໂທດໃຫ້ຈຳຄຸກເປັນເວລາ
3 ປີ ພ້ອມປັບໄໝເງິນ 1 ລ້ານກີບ ຍ້ອນຜູ້ກ່ຽວໄດ້ກໍ່ເຫດລັກຊັບຂອງບໍລິສັດ ອີຕັນໄທ-
ລາວ ເຊິ່ງເປັນບໍລິສັດທີ່ຜູ້ກ່ຽວເຮັດວຽກນຳ ເມື່ອຄັ້ງວັນທີ 13 ສິງຫາ 2013
ໂດຍໄດ້ເງິນຈຳ ນວນ 23 ລ້ານກີບ, ໜຶ່ງແສນກວ່າບາດ ແລະ 80 ໂດລາສະຫະລັດ ພາຍຫລັງໄດ້ເງິນກໍເອົາໄປຊື້ລົດໃຫຍ່ມາຂີ່
ແລະ ຕົກມາຮອດວັນທີ 25 ສິງຫາ 2013 ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
No comments:
Post a Comment