ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້,
ໄດ້ອອກຄຳສັ່ງໃຫ້ທຸກພາກສ່ວນເອົາໃຈໃສ່ໃນການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າໃນລະດູແລ້ງປີ
2014, ເນື່ອງຈາກຜ່ານມາຍັງເກີດມີປະກົດການບຸກລຸກ ແລະ ທຳລາຍປ່າໄມ້ ເພື່ອທຳການຜະ
ລິດ ແລະ ການຈູດປ່າລ່າສັດ ອັນເປັນສາເຫດເຮັດໃຫ້ເກີດໄຟໄໝ້ ລາມປ່າໃນແຕ່ລະປີໂດຍສະເພາະໃນລະດູແລ້ງ
ເພື່ອແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ ທັງເປັນການປ້ອງກັນ ແລະ ສະກັດກັ້ນໄຟໄໝ້
ລາມປ່າໃນເຂດປ່າຜະລິດ ແລະ ປ່າປູກ.
ແມ່ນເນັ້ນໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ,
ນະຄອນຫຼວງສົມທົບກັບພາກສ່ວນກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ ວາງມາດຕະການໃນການປ້ອງກັນ
ແລະ ສະກັດກັ້ນໄຟໄໝ້ລາມປ່າ ເປັນຕົ້ນໃນເຂດປ່າຜະລິດ, ປ່າປູກທີ່ມີປະຊາຊົນອາໄສຢູ່ໃກ້
ແລະ ອາໄສປ່າໃນການທຳມາຫາກິນ, ທ່ອງວທ່ຽວ ແລະ ອື່ນໆ ຕ້ອງປະຕິບັດຕາມມາດຕະການຕ່າງໆຢ່າງເຂັ້ມງວດ
ເຊັ່ນ:ການ ກໍ່ກອງໄຟ, ຕ້ອງດັງໃນບໍລິເວນ ທີ່ບໍ່ມີປ່າ, ຕ້ອງຖາງອ້ອມຮອບບໍລິເວນກອງໄຟ
ແລະ ກ່ອນຈະຍ້າຍອອກຕ້ອງມອດໄຟເສຍກ່ອນ, ຫ້າມເດັດຂາດບໍ່ໃຫ້ຈູດປ່າຫຍ້າ ຫຼື
ອູດຕົ້ນໄມ້ເພື່ອລ່າສັດ. ພ້ອມນີ້ ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງແນະນຳໃຫ້ປະຊາຊົນທີ່ອາໄສຢູ່ໃກ້ປ່າໄມ້
ຮູ້ກ່ຽວກັບວິທີປ້ອງກັນ ແລະ ຄວບຄຸມໄຟເຊັ່ນ:ກ່ອນຈະຈູດຕ້ອງຖາງແລວປ້ອງກັນໄຟອ້ອມຮອບເນື້ອທີ່ດ່ງກ່າວເສຍກ່ອນ,
ຕ້ອງຈູດຕອນແລງອາກາດບໍ່ຮ້ອນ ແລະ ບໍ່ມີລົມແຮງ. ຖ້າເກີດກໍລະນີໄຟໄໝ້ລາມປ່າຢູ່ເຂດບ້ານ-ເມືອງໃດໃຫ້ບ້ານ
ຫຼື ເມືອງນັ້ນ ເປັນເຈົ້າການປຸກລະດົມຊ່ວຍກັນດັບມອດ, ກໍລະນີໄຟໄໝ້ລາມປ່າຢ່າງຮຸນແຮງຕ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນ,
ທະຫານ ແລະ ຕຳຫຼວດທີ່ຢູ່ໃກ້ຄຽງເພື່ອຊ່ວຍກັນດັບມອດ.
ຂໍຝາກ ເວັບ ຂອງຄົນຮັກກະເສດ http://hukased.blogspot.com/ ເຊິ່ງລວມເລື່ອງກະສິກຳຂອງລາວ ວິທີການປູກ ຂະຫຍາຍພັນ ປະສົມພັນ ແລະ ອື່ນ ທີ່ມີຢ່າງຫລວງຫລາຍ ເຫມາະແກ່ນັກທຸລະກິດທີ່ຈະລົງທຶນໃນຂະແຫນງການນີ້ ສາມາດປຶກສາໄດ້ ແລະ ເປັນຄວາມຮູພື້ນຖານໃຫ້ນັກຮຽນນັກສຶກສາທີ່ກຳລັງສຶກສາ ແລະ ຕ້ອງການສຶກສາຫາຂໍ້ມູນ ເພື່ອນຳໄປຂຽນບົດ ຫລື ນຳໄປນຳໃຊກໍ່ດີ ເຊີນທ່ານເຂົ້າໄປຢ້ຽມຢາມໄດ້ ຫວັງວ່າທ່ານຄົງບໍ່ຜິດຫວັງ http://hukased.blogspot.com/
ReplyDelete