ທ້າວ ກິໂຕ່ ອາຍຸ 19 ນັກສຶກສາວິທະຍາໄລແຫ່ງໜຶ່ງ ໃຫ້ທັດ ສະນະວ່າ: ວັນດັ່ງກ່າວເປັນວັນໜຶ່ງທີ່ຄົນລາວບໍ່ໄດ້ຖືເອົາເປັນວັນສະແດງຄວາມຮັກແກ່ໜຸ່ມສາວ,
ເພາະໃນຄວາມຈິງແລ້ວມັນເປັນວັນປະ
ເພນີທີ່ຊາວຕ່າງປະເທດ ຍຶດຖື ແລະ ບໍ່ໄດ້ມີຄວາມໝາຍສຳຄັນຫຍັງກັບປະເທດເຮົາ
ແຕ່ກໍບໍ່ປະຕິເສດ ຍັງມີຊາວໜຸ່ມທີ່ຮູ້ເທົ່າບໍ່ເຖິງການຈຳນວນໜຶ່ງໄດ້ຍິນ,
ໄດ້ເບິ່ງ, ໄດ້ຟັງຈາກຕ່າງປະເທດ ແລ້ວເອິກກະເລິກພາກັນເຮັດຂຶ້ນມາແລ້ວເຮີ່ກັນເຮັດແລ້ວໃຫ້ເກີດສະພາບການສັງຄົມ,
ຫຼິ້ນກິນຟູມເຟືອຍ, ເສຍທາດຂາດຄຸນໄປກໍມີ.
ທ້າວ ໄຊມ້ອນ ອາຍຸ 14 ນັກຮຽນມັດທະຍົມແຫ່ງໜຶ່ງໃຫ້ທັດສະນະວ່າ:
ວັນແຫ່ງຄວາມຮັກເປັນວັນທີ່ພວກຊາຍໜຸ່ມຍິງ ສາວຈຳນວນໜຶ່ງພາກັນນິຍົມ ເຮັດຂຶ້ນແຕ່ກໍບໍ່ຖືວັນດັ່ງກ່າວເປັນສິ່ງວິເສດເໜືອກວ່າວັນອື່ນໆ
ຂອງຊາດກໍຄືວັນບຸນປະເພນີ ຂອງລາວເຮົາ ໃນນັ້ນສະເພາະສ່ວນໂຕຂອງຂ້ອຍແລ້ວ
ໃນຖານະທີ່ຄອບຄົວພໍ່ແມ່ຍັງທຸກຍາກຂາດເຂີນກໍຈະບໍ່ສົນໃຈຫຍັງກັບວັນດັ່ງກ່າວ,
ເພາະຖ້າເຮົາໄປສົນໃຈກັບມັນແລ້ວ ກໍຈະເຮັດໃຫ້ເຮົາເສຍໄປຫຼາຍຢ່າງ, ເສຍວັດຖຸເງິນຄຳ,
ເສຍເວລາຫຼືຮ້າຍແຮງແຕ່ ນັ້ນກໍຈະໄປຕົກຢູ່ໃນສະພາບເບື່ອເມົາຂອງໄພສັງຄົມກໍເປັນໄດ້.
ດັ່ງນັ້ນ ຕົນເອງຈຶ່ງບໍ່ໃຫ້ຄວາມພິເສດ ແລະ ກະຕືລືລົ້ນຫຍັງຕໍ່ວັນດັ່ງກ່າວ.
No comments:
Post a Comment