ລັດຖະບານລາວ ແລະ ລັດຖະບານ ສ.ເກົາຫຼີ, ໄດ້ຈັດກອງປະຊຸມປຶກສາຫາລືໂຄງການຮ່ວມມືທາງປັນຍາ
(KSP) ໃນວັນທີ 13 ກຸມພານີ້ ຢູ່ນະຄອນຫຼວງວຽງ ຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ
ດຣ ບຸນທະວີ ສິສຸພັນທອງ ລັດຖະ ມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ
ສັນຕິພາບ ພົມວິ ຫານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທ່ານ ຈົງຈັນ ຈອຍ ທີ່ປຶກສາດ້ານບໍລິຫານອະດີດລັດຖະມົນຕີວ່າການກະຊວງທີ່ດິນໂຄງລ່າງພື້ນຖານ
ແລະ ການຂົນສົ່ງຂອງ ສ.ເກົາຫຼີ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ມີການສະເໜີບົດຄົ້ນຄວ້າຈາກວິຊາການລາວ
ແລະ ສ.ເກົາຫຼີ ໃນຫົວຂໍ້ຄື: ການເພີ່ມທະວີຂີດຄວາມສາມາດໃນການແຂ່ງຂັນຂອງວິສາຫະ
ກິດຂະໜາດກາງ ແລະ ນ້ອຍໃນ ສປປ ລາວ ເພື່ອກະກຽມເຂົ້າເປັນປະຊາຄົມ
ເສດຖະກິດອາຊຽນໃນປີ
2015; ການເຕືອນລ່ວງໜ້າ ຂອງລະບົບການເງິນ; ການພັດ ທະນາຕະຫຼາດພັນທະບັດລັດຖະ ບານຂອງລາວ;
ການແບ່ງຂັ້ນຄຸ້ມຄອງການເງິນລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ການປັບປຸງລະບົບສະຖິຕິອຸດສາຫະກຳ.
ຊຶ່ງຫຼາຍ ພາກສ່ວນເຂົ້າຮ່ວມໄດ້ມີການສຶກສາຄົ້ນຄວ້າກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດກ່ອນທີ່ປະເທດເຮົາຈະກ້າວເຂົ້າສູ່ປະຊາຄົມອາຊຽນໃນປີ
2015.
ໃນໂອກາດນີ້,
ທ່ານລັດຖະ ມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ບຸນທະວີ ສີສຸພັນທອງ
ກ່າວວ່າ: ການເຂົ້າປະຊາຄົມເສດຖະກິດອາ ຊຽນຂອງປະເທດເຮົາຈະມີທັງກາລະໂອກາດ
ແລະ ສິ່ງທ້າທາຍຫຼາຍຢ່າງ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີການປຶກສາຫາລື ແລະ
ກະກຽມຄວາມພ້ອມຢ່າງເໝາະສົມ ເພື່ອໃຫ້ສາມາດເສີມຂະຫຍາຍຜົນກະທົບທາງດ້ານບວກ
ແລະ ຫຼຸດຜ່ອນຜົນກະທົບ ທາງດ້ານລົບ. ນອກນັ້ນ, ການ ຄຸ້ມຄອງການເງິນ ແລະ ເງິນຕາຍັງເປັນສະພາບທີ່ພົ້ນເດັ່ນໃນ
ສປປ ລາວ ໃນປັດຈຸບັນ. ສະນັ້ນ, ທັງ 5 ຫົວຂໍ້ຄົ້ນຄວ້າຂອງໂຄງ ການຮ່ວມມືນີ້ ຈິ່ງມີຄວາມໝາຍ
ສຳຄັນ, ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ແລະ ເປັນປະໂຫຍດອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ.
ໃນໄລຍະຜ່ານມາ,
ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການ KSP ເພື່ອແລກປ່ຽນບົດຮຽນ ກ່ຽວກັບການພັດທະນາກັບສ.ເກົາຫຼີ
ກໍຄືເພື່ອເພີ່ມຂີດຄວາມສາມາດໃນດ້ານການຄົ້ນຄວ້າ-ວິໄຈ ໃຫ້ແກ່ສະຖາບັນ
ແລະ ນັກຄົ້ນຄວ້າຂອງລາວເຊັ່ນ:ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃນການພັດທະນາພື້ນ
ຖານໂຄງລ່າງ, ການລະດົມທຶນ ແລະ ສະພາບການລະບາດຂອງພະຍາດຢູ່ລາວ, ການເຊື່ອມໂຍງຂະແໜງການເງິນ
ແລະ ອື່ນໆ.
No comments:
Post a Comment