Ad

Ad

14 February 2014

ຍູ້ການອ່ານ ດ້ວຍມາດຕະການ ໂຕຈິງ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
       ຫລັງໆມານີ້ ມີຫລາຍຄົນ ໂດຍສະເພາະແມ່ນເພື່ອນຮ່ວມປາກກາພາສາສິນ, ບັນດາເຈົ້າ ຂອງຄໍລຳປະຈຳສື່ສິ່ງພິມຕ່າງໆ ໄດ້ຂຽນກ່ຽວກັບບັນຫາການອ່ານຂອງຄົນລາວໃນປັດຈຸບັນ ວ່າຍັງດ້ອຍກວ່າປະເທດອ້ອມແອ້ມ, ແຕ່ອ່ານໜ້ອຍຊ່ຳໃດນັ້ນ ຈານແຍ່ບໍ່ທັນເຫັນອົງການໃດ ບໍ່ວ່າຈະເປັນທາງການ ຫລື ອົງ ການຈັດຕັ້ງທາງສັງຄົມໄດ້ເກັບກຳສະຖິຕິມີໂຕເລກໂຕຜາຄັກແນ່ ວ່າຈຳນວນຄົນອ່ານທົ່ວປະເທດ, ແຕ່ລະເຂດ, ເພດໄວ, ໃນເມືອງ ແລະ ຊົນນະບົດນັ້ນມີເທົ່າໃດ, ຫລຸດໂຕນກັນຫລາຍ ປານ ໃດ. ເມື່ອບໍ່ມີແນວຢັ້ງຢືນຢ່າງເປັນ ທາງການມັນກໍຍາກທີ່ພາກສ່ວນກ່ຽວຂ້ອງຈະວາງແຜນຊອກທາງແກ້. ຜ່ານມາຈານແຍ່ ເຄີຍ ຕັ້ງເປັນຂໍ້ຄິດວ່າ: ຢູ່ບ້ານເຮົາ ການເກັບກຳສະຖິຕິສ່ວນຫລາຍ ຍັງເນັ້ນແຕ່ບັນຫາເສດຖະກິດ ຫລາຍໂພດ. ພະນັກງານ ເກັບສະຖິຕິ ເຊິ່ງທຽວຂຶ້ນເຮືອນປະຊາຊົນ ຈົນຂັ້ນໄດຊິກິ່ວກໍມັກຈະຖາມຄຳ ຖາມຊ້ຳຊາກເຊັ່ນ: ມີດິນຈັກ ຕອນ ?, ມີເຮືອນ ຈັກຫລັງ ?, ມີລາຍຮັບຫຍັງແດ່ ?, ຂາດເຂີນ, ກຸ້ມກິນ ຫລືວ່າ ເຫລືອກິນ ?. ຈານ ແຍ່ຈຳບໍ່ໄດ້ວ່າເຄີຍຕອບຄຳຖາມຊ້ຳ ຊາກແນວນີ້ ຈັກເທື່ອແລ້ວ, ບໍ່ພຽງແຕ່ຕອບແຕ່ຫລາຍຄັ້ງຍັງໄດ້ຕື່ມແບບຟອມໂດຍສະເພາະເມື່ອມີການສຳຫລວດ ຫລື ຂຽນຊີວະປະ ຫວັດ. ເປັນແບບນີ້ເລີຍມີຫລາຍຄົນຕັ້ງເປັນຄຳຖາມວ່າ: ເຫດໃດພວກເຮົາບໍ່ປະສົມປະສານຄຳຖາມທີ່ພົວພັນ ກັບບັນຫາ ຊີວິດສັງຄົມໃຫ້ດຸ່ນດ່ຽງກັນແດ່. ເອີ... ມີຢູ່ດອກບາງຄັ້ງພະນັກງານເກັບກຳສະຖິຕິກ່ຽວກັບຂະບວນສ້າງບ້ານວັດ
ທະນະທຳ, ສ້າງຄອບຄົວຕົວແບບກໍເຄີຍຖາມກ່ຽວກັບຄວາມສາມັກຄີຮັກ ແພງ, ການສົ່ງເສີມການຮ່ຳຮຽນ ຂອງລູກຫລານ, ແຕ່ເວົ້າ ຄວາມຊື່, ດຽວນີ້ອາຍຸຈານແຍ່ກໍກາຍ ເລກຫົກຂຶ້ນໜ້າມາສອງສາມປີ ແລ້ວ, ແຕ່ບໍ່ເຄີຍໄດ້ຕອບຄຳຖາມ ພະນັກງານ ກ່ຽວກັບ ການອ່ານປຶ້ມຈັກເທື່ອເຊັ່ນ: ອ່ານປຶ້ມຈັກຫົວຕໍ່ປີ, ຢູ່ຄອບຄົວມີຫ້ອງອ່ານ ຫລື ບໍ່, ແຕ່ລະປີໄດ້ໃຊ້ຈ່າຍເພື່ອຊື້ປຶ້ມ ອ່ານ, ໜັງສື ພິມຫລາຍປານໃດ. ຈານແຍ່ເຄີຍຕັ້ງເປັນຂໍ້ສະເໜີວ່າ: ເທື່ອໜ້າຖ້າມີການເກັບກຳຂໍ້ມູນບໍ່ວ່າຈະເປັນລະດັບບ້ານ, ເມືອງ, ແຂວງລາມໄປຮອດການເກັບ ກຳສະຖິຕິພົນລະເມືອງທົ່ວປະ ເທດ ກໍຂໍໃຫ້ເອົາຄຳຖາມກ່ຽວກັບລະດັບການອ່ານ ຂອງພົນລະເມືອງລາວເຂົ້ານຳ.
     ຢູ່ຕ່າງປະເທດ ເລື່ອງສະຖິຕິການອ່ານຂອງພົນລະເມືອງນີ້ ເຂົາເຮັດກັນເປັນລຳເປັນສັນຄັກ ແນ່ ທັງເກັບກຳແບບລວມໆ ທັງ ເກັບກຳກຸ່ມເປົ້າໝາຍ, ເພດໄວ ເຊັ່ນ: ຫວ່າງປີກ່ອນ ຢູ່ ສປ ຈີນ ກໍມີການສຳຫລວດລະດັບການ ອ່ານຂອງພົນລະເມືອງ ຈົນສະ ຫລຸບໄດ້ວ່າ: ຄົນຈີນອ່ານປຶ້ມ, ອ່ານຈາກສື່ສິ່ງພິມ ແລະ ສື່ເອ ເລັກໂຕຣນິກນັ້ນ ຖ້າສະເລ່ຍເປັນປຶ້ມແລ້ວແມ່ນປະ ມານ 7 ຫົວຕໍ່ປີ ເຊິ່ງກໍເຫັນວ່າເພີ່ມຂຶ້ນຫລາຍສົມທຽບກັບປີກ່ອນໆໜ້ານັ້ນ. ແຕ່ທາງການຈີນບໍ່ຄ່ອຍຈະນິຍົມສົມຄວນທຽບ ກັບຕົນເອງ, ແຕ່ຫາກເອົາໂຕເລກໄປສົມທຽບກັບປະເທດທີ່ຈະເລີນພັດທະນາອື່ນໆ ແລະ ພົບວ່າ: ປະຊາຊົນ ສ.ອາເມລິກາ ອ່ານປຶ້ມສະເລ່ຍແລ້ວ 14-15 ຫົວຕໍ່ຄົນຕໍ່ປີ ລື່ນຈີນເຄິ່ງໜຶ່ງ. ຈາກສະຖິຕິທີ່ອາດເບິ່ງເປັນເລື່ອງທຳມະດານີ້ເອງໄດ້ຊຸກຍູ້ໃຫ້ ທາງການຈີນເອົາມາດຕະການທາງ ກົດໝາຍຄັ້ງສຳຄັນໃນທ້າຍປີ 2013 ຜ່ານມາ ຄືກົດໝາຍລົງ ໂທດຄົນອ່ານໜັງສືໜ້ອຍ. ກົດໝາຍສະບັບນີ້ໄດ້ຮັບຜ່ານແລ້ວ, ແຕ່ຈານແຍ່ຍັງບໍ່ມີລາຍລະອຽດ ກ່ຽວກັບລະດັບການລົງໂທດ ເລື່ອງນີ້ຂໍຕິດໜີ້ໄວ້ກ່ອນ. ມີແຕ່ສາມາດຄາດເດົາເອົາເອງວ່າ: ຖ້າມີກົດໝາຍລົງໂທດແບບນີ້ຢູ່ ບ້ານເຮົາ, ຈານແຍ່ຢ້ານວ່າຊິບໍ່ມີ ຄຸກໃສ່ນັກໂທດ. ທ່ານຜູ້ ອ່ານເຫັນບໍລະວ່າ: ຢູ່ບ້ານເພິ່ນເມືອງທ່ານນັ້ນມີການເກັບກຳສະຖິຕິຂອງບັນຫາການອ່ານຢ່າງລະອຽດ, ເກັບມາແລ້ວກໍມີມາດ ຕະການຊຸກຍູ້ສົ່ງເສີມ ຫລື ແກ້ໄຂບັນຫາຄັກ ແນ່. ສ່ວນຢູ່ອິນໂດເນເຊຍກໍມີເລື່ອງທີ່ພົວພັນກັບການອ່ານເຊັ່ນດຽວກັນ ຄືໃນ ລະຫວ່າງທ້າຍປີ 2013 ຜ່ານມາ, ທາງການອິນໂດເນເຊຍກໍໄດ້ປະກາດຍົກເລີກພາສີ ປຶ້ມນຳເຂົ້າປະເພດວິຊາການຈາກຕ່າງປະ ເທດເພາະເຫັນວ່າວິ ຊາການດີໆຈາກບັນດາປະເທດທີ່ຈະເລີນພັດທະນານັ້ນເປັນປະໂຫຍດສຳລັບອິນໂດເນເຊຍເພື່ອພັດທະ ນາປະເທດຊາດ. ດັ່ງນັ້ນ ປຶ້ມປະເພດນີ້ຕ້ອງຫລຸດພາສີລົງຮອດ 0% (ແປວ່າບໍ່ເກັບຈັກດີ້).
      ບັດນີ້ກ້ຽວມາໃສ່ບ້ານເຮົາເບິ່ງດູລາຄານຳເຂົ້າປຶ້ມ, ລາຄາປຶ້ມອ່ານໃນຮ້ານຂ້າຍປຶ້ມ, ຄ່າຂົນສົ່ງປຶ້ມ ແລະ ໜັງສືພິມເດ ພວກເຮົາໄດ້ຄິດລາຄາຫລຸດພິເສດແລ້ວ ຫລື ບໍ່ ? ພວກເຮົາມີວິທີໃຫ້ ໜັງສືພິມ, ປຶ້ມອ່ານລົງສູ່ເຂດຫ່າງໄກສອກຫລີກຢ່າງ ທັນການ ແລະ ບິນເຖິງ ຫລື ບໍ່ ? ນີ້ຄືຄຳ ຖາມທີ່ພວກເຮົາຕ້ອງແກ້ໄຂ ເພາະຖ້າມີແຕ່ຜູ້ຂຽນ, ຜູ້ເວົ້າ ແລະ ຜູ້ຈົ່ມຊື່ໆນັ້ນກໍຄົງ ຈະໄປບໍ່ລອດດອກຈານແຍ່ວ່າ.

No comments:

Post a Comment