Ad

Ad

14 February 2014

ອພສລາວຈັດງານບຸນມາຄະບູຊາປະຈຳປີ 2014


       ວັນທີ 13 ກຸມພານີ້ ຄະນະອົງກອນພຸດທະສາສະໜາສຳພັນແຫ່ງປະເທດລາວ (ອພສ) ໄດ້ຈັດງານບຸນມາຄະບູຊາ ຂຶ້ນຢູ່ຫໍທັມມະສະພາວັດທາດຫຼວງເໜືອ, ນະ ຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງພະອາຈານ ດຣ ພວງປະເສີດ ພູມະວົງ, ອຳນວຍການວິທະຍາໄລສົງວັດອົງຕື້, ທັງເປັນປະທານຈັດງານບຸນມາຄະບູຊາດັ່ງກ່າວ ພ້ອມດ້ວຍພະສົງ ແລະ ຊາວພຸດທະສາສະນິກະຊົນເຂົ້າຮ່ວມເປັນຈຳນວນຫຼາຍ. ພະອາຈານ ດຣ. ພວງປະເສີດ ພູມະວົງກ່າວວ່າ: ວັນມາຄະບູຊາ ເປັນວັນສຳຄັນທາງສາສະໜາອີກວັນໜຶ່ງໃນ 3 ວັນພະພຸດທະເຈົ້າໄດ້ວາງການເຜີຍແຜ່ພະພຸດທະສາສະໜາໃຫ້ກັບພະອໍລະຫັນ ຈຳນວນ 1.250 ອົງ, ທີ່ຈະນຳໄປເຜີຍແຜ, ຊຶ່ງເປັນຫົວໃຈສຳຄັນຂອງຫຼັກທຳມະໃນທາງພະພຸດທະສາສະໜາ, ພຣະອົງໄດ້ ວາງອຸດົມການ ແລະ ຫຼັກການດຳເນີນຊີວິດຊາວພຸດ ແລະ ວິທີການເຜີຍແຜ່ນພຣະພຸດທະສາສະໜາ, ຊຶ່ງເປັນແນວທາງທີ່ ພະສົງ ແລະ ຊາວພຸດໄດ້ຍືດຖື ແລະ ປະຕິບັດມາຈົນເຖິງທຸກມື້ນີ້, ຫຼາຍປະເທດທີ່ຖືພະພຸດ ທະສາສະໜາລ້ວນແຕ່ຖືເປັນວັນ ສຳຄັນໜຶ່ງໃນທາງສາສະໜາ. ດັ່ງນັ້ນ, ພໍເຖິງວັນນີ້ວຽນມາເຖິງຫຼາຍປະເທດທີ່ນັບຖືພຸດທະສາສະໜາຕ່າງກໍຈະໄດ້ພ້ອມກັນ ຈັດຕັ້ງສະເຫຼີມສະຫຼອງອັນ ດັ່ງກ່າວ ຢ່າງຍິ່ງໃຫຍ່ເຊັ່ນ: ປະເທດສີລັງກາ, ມຽນມາ, ຫວຽດນາມ ແລະ ປະເທດໄທເປັນຕົ້ນ, ສຳລັບປະເທດລາວກໍປະກົດຢູ່ໃນຮີດ 12 ຄອງ 14 ຕັ້ງແຕ່ລະໄໝອານາຈັກລາວລ້ານຊ້າງກໍມີການປະກອບພິທີບູຊາວັນ ມາຄະບູຊາໃນມື້ຂື້ນ 15 ຄ່ຳເດືອນ 3 ເພັງ ພ້ອມກັບປະເພນີລາວອີກຢ່າງໜຶ່ງຄືການເຮັດບຸນເຂົ້າຈີ່ໃນວັນດຽວກັນ, ຊຶ່ງປັດ ຈຸບັນທາງສູນການ ອພສ ໄດ້ມີແນວທາງນະໂຍບາຍໃຫ້ວັດຕ່າງໆ, ຫຼືສະຖາບັນການສຶກສາທີ່ມີເງື່ອນໄຂໄດ້ຈັດຕັ້ງສະເຫຼີມ ສະຫຼອງວັນດັ່ງກ່າວໃຫ້ເກີດດອກອອກຜົນເພື່ອເປັນການເຜີຍແຜ່ລັກສິນທຳທາງພຣະພຸດທະສາສະໜາ ແລະ ຮີດຄອງປະ ເພນີອັນດີງາມຂອງລາວໃຫ້ຍືນຍົງຕະຫຼອດໄປ. ປະທານຈັດງານບຸນກ່າວວ່າ: ການຈັດງານມະຄະບູຊາຂຶ້ນ ກໍເພື່ອສະເຫຼີມ ສະຫຼອງວັນປະກາດຫຼັກທຳຄຳສອນຂອງພະພຸດທະເຈົ້າ ແລະ ເຮັດໃຫ້ຜູ້ເຂົ້າຮ່ວມງານບຸນໄດ້ຮູ້ຄວາມໝາຍຄວາມສຳຄັນ ຂອງວັນມາຄະບູຊາຫຼາຍຂື້ນ ແລະ ຮູ້ຫຼັກທຳທາງພຸດທະສາສະໜາໃຫ້ໜັກແໜ້ນ, ທັງເປັນການເພີ່ມຄວາມສາມັກຄີສະ ຫວ່າງພະສົງ, ອົງການຈັດຕັ້ງ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າອັນນຳມາຊຶ່ງພະພຸດທະສາສະໜາ ແລະ ປະເພນີອັນດີງາມ ຂອງຊາດ, ພ້ອມນັ້ນຍັງເປັນການເປີດໂອກາດໃຫ້ຜູ້ທີ່ສົນໃຈສຶກສາພະພຸຸດທະສາສະໜາໄດ້ສຶກສາຮຽນຮູ້ສິ່ງໃໝ່ໆ ແລະ ນຳເອົາ ຫຼັກທຳໄປປະຕິບັດໃນຊີວິດປະຈຳວັນອັນນຳມາຊຶ່ງການພັດທະນາຄຸນະພາບຊີວິດໃຫ້ມີຄວາມສຸກຈະເລີນ, ຊ່ວຍຫຼຸດຜ່ອນບັນ ຫາປາກົດການຫຍໍ້ທໍ້ຕ່າງໆໃນ ສັງຄົມ.

No comments:

Post a Comment