Ad

Ad

14 February 2014

ສປປ ລາວ ເປັນເຈົ້າ ພາບຈັດກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ-ນິວຊີແລນ ຄັ້ງທີ 21



     ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ນິວຊີແລນ ຄັ້ງທີ 21 ( 21st ASEAN​​​​​​​​​-New Zealand Dialogue) ທີ່ລາວເຮົາເປັນເຈົ້າພາບໄດ້ຈັດຂຶ້ນ ໃນວັນທີ 13 ກຸມພານີ້, ຢູ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ,  ໂດຍການເປັນປະ ທານຮ່ວມຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ, ທັງເປັນຫົວໜ້າເຈົ້າ ໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ທ່ານ ຈອນ ອາເລັນ (John Allen) ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ ແລະ ການຄ້າ ນິວຊີແລນ ພ້ອມດ້ວຍບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ຜູ້ຕາງໜ້ານຈາກປະເທດ ສະມາ ຊິກອາຊຽນ  ແລະ  ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.       
    ກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນ ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ນິວຊີແລນ ໃນໄລຍະ 1 ປີຜ່ານມາ ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດຖະແຫຼງ ການຮ່ວມວ່າດ້ວຍການ ເປັນຄູ່ຮ່ວມຮອບດ້ານອາຊຽນ- ນິວຊີແລນ ໄລຍະ
2010-2015 ລວມທັງການຈັດຕັ້ງປະຕິບັດ 4 ຂໍ້ລິເລິ່ມອາຊຽນ-ນິວຊີແລນ (Four Flagships) ຄື: ທຶນການ ສຶກສາ, ການຄຸ້ມຄອງໄພພິບັດ, ການຮ່ວມມືດ້ານກະສິກຳ ແລະ ການແລກປ່ຽນນັກທຸລະກິດໜຸ່ມ. ພ້ອມກັນນັ້ນ, ກອງປະຊຸມ
ຍັງຈະໄດ້ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງ ສະພາບດິນຟ້າອາກາດ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳ ຂ້າມຊາດ ແລະ ອື່ນໆ, ການຮັບມືກັບພະຍາດລະບາດ ແລະ ພະຍາດຕິດແປດ, ການຮ່ວມມືດ້ານການເຊື່ອມ ຈອດ, ການ ຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວ ຊີແລນ. ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ນອກຈາກນີ້, ກອງປະຊຸມຍັງຈະໄດ້ປຶກສາກາລືກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າເປັນຕົ້ນ ແມ່ນການຮ່າງເອກະສານ ຜົນກອງປະຊຸມ ສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ນິວ ຊີແລນຄົບຮອບ 40ປີ ລວມທັງ ການຮ່າງແຜນປະຕິບັດ ງານໄລຍະແຕ່ປີ 2016-2020.      ສປປ ລາວໄດ້ຮັບໜ້າທີ່ເປັນປະ ເທດປະສານງານການພົວພັນອາຊຽນ-ນິວຊີແລນສຳລັບໄລຍະ 2012 -2015. ສະນັ້ນ, ໃນຖານະທີ່ເປັນປະເທດປະສານ ງານດັ່ງກ່າວແຕ່ນີ້ຫາປີ 2015, ສ ປປ ລາວ ຈະໄດ້ເຮັດວຽກຢ່າງໃກ້ຊິດ ກັບບັນດາປະເທດອາຊຽນ ແລະ ນິວຊີແລນ ເພື່ອກະກຽມໃຫ້ແກ່ການຈັດກອງປະຊຸມສຸດ ຍອດສະເຫຼີມສະຫຼອງຄົບຮອບ 40 ປີແຫ່ງການພົວພັນອາຊຽນ-ນິວຊີແລນ ໃນປີ 2015, ພ້ອມກັນນັ້ນ, ສປປ ລາວ ກໍຈະສືບຕໍ່ສຸມທຸກຄວາມພະຍາຍາມ ຕາມຄວາມສາມາດຂອງຕົນເພື່ອເຮັດ ໃຫ້ການພົວພັນຮ່ວມມືອາຊຽນ-ນິວຊີແລນກໍຄືການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ນິວຊີແລນ ໄດ້ຮັບການ ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນ.







No comments:

Post a Comment