ການສຳມະນາວິທະຍາສາດ, ເພື່ອກຽມຈັດພິມປຶ້ມ “ປະທານ
ຄຳໄຕ ສີພັນດອນ ການອຸທິດຕົນເພື່ອປະເທດຊາດ-ເພື່ອປະຊາຊົນ” ໄດ້ຈັດຂຶ້ນໃນວັນທີ
13 ກຸມພານີ້, ຢູ່ຫ້ອງວ່າການສູນກາງພັກ (ຫລັກ 6) ໂດຍການເປັນປະທານຂອງທ່ານ ເຈືອງ
ສົມບູນຂັນ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ. ຊຶ່ງມີຕົວແທນຈາກ ພາກສ່ວນກ່ຽວຂ້ອງຕ່າງໆໄດ້ເຂົ້າຮ່ວມປຶກສາຫາ
ລືໃນຫລາຍ ຫົວຂໍ້ເປັນຕົ້ນ: ຊີວິດການເຄື່ອນ ໄຫວຫຍໍ້ ແລະ ອຸປະນິໄສຂອງ ປະທານ ຄຳໄຕ ສີພັນດອນ,
ຜົນ ງານ ແລະ ຄຸນງາມຄວາມດີ ຂອງປະທານ ຄຳໄຕ ສີພັນດອນ, ການຢຶດອຳນາດດ້ວຍສາມບາດຄ້ອນຍຸດທະສາດ,
ປະທານຄຳໄຕ ສີພັນດອນ ກັບການເຄື່ອນໄຫວ ຢູ່ພາກກາງຂອງລາວປີ 1951- 1955, ປະທານຄຳໄຕ
ສີພັນດອນ ເປັນຜູ້ຍຶດໝັ້ນແນວ
ທາງມະຫາ ຊົນຕະຫລອດເຖິງການເຄື່ອນໄວເວລາພັກຜ່ອນບຳນານຂອງປະ
ທານຄຳໄຕ ສີພັນດອນ ແລະ ອື່ນໆ.
ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ຍົກໃຫ້ເຫັນ
ຄວາມໝາຍສຳຄັນຂອງການພິມປຶ້ມ “ປະທານ ຄຳໄຕ ສີພັນດອນ ການອຸທິດຕົນເພື່ອປະເທດຊາດ-ເພື່ອປະຊາຊົນ”
ອອກສູ່ສັງຄົມ ເນື່ອງໃນໂອກາດວັນເກີດຄົບ ຮອບ 90 ປີ 8 ກຸມພາ 1923-8 ກຸມ ພາ 2013, ໂດຍປຶ້ມຫົວນີ້ຈະເປັນ
ອະນຸສອນອັນສຳຄັນໃນການສັນລະເສີນກຽດຕິຄຸນ ແລະ ຜົນ ງານການ ປະກອບສ່ວນອັນໃຫຍ່ຫລວງຂອງປະທານ
ຄຳໄຕ ສີພັນດອນ ຮ່ວມກັບການນຳຮຸ່ນທຳອິດຂອງພັກເຮົາຊຶ່ງປະທານ ໄກສອນ ພົມວິຫານ ເປັນຜູ້ນຳ
ໜ້າໃນການຈັດຕັ້ງ ແລະ ການຕໍ່ ສູ້ອັນລະອິດລະອ້ຽວຂ້ຽວຂາດ ແລະ ຍືດເຍື້ອຍາວນານ ເພື່ອຄວາມ ເປັນເອກກະລາດຂອງ
ຊາດ ແລະ ອິດສະລາພາບຂອງ ປະຊາຊົນ, ສາມາດຍາດໄດ້ໄຊຊະນະອັນເປັນປະຫວັດການ ແລະ ສະຖາປະນາລະບອບໃໝ່
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາ 1975. ຕໍ່ຈາກນັ້ນກໍແມ່ນຊີ້ນຳ-ນຳພາພາລະກິດປົກປັກຮັກສາ
ແລະ ສ້າງ ສາລະບອບໃໝ່ຕິດພັນກັບການ ຟື້ນຟູບູລະນະ ແລະ ພັດທະນາປະ ເທດຊາດເປັນເວລາວຍາວນານກ່ວາສາມທົດສະວັດ.
ຊຶ່ງໃນນັ້ນ ລວມທັງໄລຍະ 14 ປີ ທີ່ປະທານຄຳໄຕສີພັນດອນເປັນຜູ້ນຳສູງ ສຸດຂອງພັກ.
ຢ່າງໃດກໍຕາມໃນໄລຍະຜ່ານມາ, ກໍໄດ້ມີການຈັດພິມປຶ້ມ
2 ເຫລັ້ມ: ປະຫວັດເຂດໃຕ້ ແລະ ປຶ້ມກ່ຽວກັບຊີວິດຂອງ ການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ
ອອກສູ່ສັງຄົມແລ້ວ. ແຕ່ສຳລັບປຶ້ມຫົວນີ້ໄດ້ມີການເພີ່ມເຕີມເສີມຂະຫຍາຍ ເນື້ອໃນ ໃຫ້ອຸດົມສົມບູນຂຶ້ນກວ່າເກົ່າເປັນຕົ້ນແມ່ນເຫດການປະຫວັດສາດອັນສຳຄັນ
ທີ່ປະທານ ຄຳໄຕ ສີພັນດອນ ໄດ້ຊີ້ ນຳ-ນຳພາໂດຍກົງຫລືໄດ້ປະກອບສ່ວນກັບໝູ່ຄະນະນຳພາແລະຊີ້ນຳ-ບັນຊາ.
ບັນດາເຫດກາສຳຄັນ ແລະ ຂໍ້ມູນປະຫວັດສາດ ທີ່ຍົກຂຶ້ນໃນປຶ້ມຫົວນີ້ ລ້ວນແຕ່ຢັ້ງຢືນ ແລະ ສະທ້ອນໃຫ້ເຫັນຄຸນທາດການເມືອງກໍຄື
ມານະຈິດປະຕິວັດ ແລະ ຄວາມ ເປັນເຈົ້າການປະດິດສ້າງຂອງ ປະທານ ຄຳໄຕ ສີພັນດອນໃນໄລຍະຜ່ານມາ.
ປະທານກອງປະຊຸມທ່ານ ເຈືອງ ສົມບູນຂັນ ຍັງຊີ້ແຈງ
ເນື້ອຫາສຳຄັນຂອງບັນດາຫົວຂໍ້ຕ່າງໆທີ່ໄດ້ລະບຸເຖິງການມີ ຄວາມຕື່ນຕົວຮັກຊາດແຕ່ຍັງໜຸ່ມ ແລະ
ການຕັດສິນໃຈເຂົ້າຮ່ວມການປະຕິວັດບົນພື້ນຖານການກຳແໜ້ນສະພາບການຜັນ ແປທີ່ເກີດຂຶ້ນຢູ່ໃນພາກພື້ນ
ແລະ ໃນໂລກກໍຄືທ່າຂະຫຍາຍຕົວແຫ່ງການຕໍ່ສູ້ຂອງກຳລັງທີ່ຮັກຊາດກ້າວໜ້າ ແລະ ເປັນທຳ ຢູ່ພາຍໃນປະເທດ;
ຄວາມເປັນເຈົ້າການລິເລີ່ມ ແລະ ຄວາມກ້າຫານເຂົ້າໄປກໍ່ສ້າງຮາກຖານການເມືອງ ແລະ ສ້າງຖານ ທີ່ໝັ້ນເຂດປະຕິວັດຢູ່ແນວຫລັງຂອງສັດຕູ,ລວມທັງຄວາມຊຳນິຊຳນານເຄື່ອນໄຫວປິດລັບ
ແລະ ຄວາມມີໄຫວພິບໃນການຊີ້ ນຳ-ບັນຊາ ຕົວຈິງ; ການລົງເລິກກຳແໜ້ນສະພາບການທັງມີຄວາມສະດຸ້ງໄວເຫັນການໄກ
ແລະ ຄ່ອງແຄ້ວວ່ອງໄວ ໃນການແກ້ໄຂບັນຫາສະເພາະໜ້າເພື່ອບັນລຸເປົ້າໝາຍຍຸດທະສາດ; ການປະກອບສ່ວນຢ່າງເປັນເຈົ້າການຮ່ວມກັບປະທານ
ໄກສອນ ພົມວິຫານ ໃນການນຳ ພາລິເລີ່ມການປ່ຽນແປງໃໝ່, ມີຄວາມກ້າຫານ ແລະ ມີວິໄສທັດອັນກວ້າງໄກໃນການສ້າງ
ແຜນຍຸດທະສາດຮອດປີ 2020 ແລະ ການຟື້ນຟູແຜນພັດທະນາເສດຖະກິດ-ສັງຄົມ 5 ປີ; ການສະຫລຸບຖອດຖອນ
ບົດຮຽນ 10 ປີການປ່ຽນແປງໃໝ່ ແລະ ການປັບປຸງບູລະນະແນວທາງໃຫ້ມີຄວາມສົມບູນຍິ່ງຂຶ້ນເພື່ອການພັດທະນາຊົນ
ນະບົດ, ການພັດທະນາຊັບພະຍາກອນມະນຸດ, ວັດທະ ນະທຳໄລຍະໃໝ່ ແລະ ການຫັນ ເປັນອຸດສາຫະກຳ-ທັນສະໄໝ;
ທີ່ສຳຄັນປຶ້ມຫົວນີ້ໄດ້ບົ່ງບອກ ຄວາມເປັນເຈົ້າການສະເໜີອອກພັກຜ່ອນ-ເບ້ຍບຳນານເພື່ອຮັບປະກັນການສືບທອດອັນໜັກ
ແໜ້ນ ແລະ ສ້າງພັກໃຫ້ເຕີບ ໃຫຍ່ເຂັ້ມແຂງ, ສືບຕໍ່ອຸທິດຕົນ ເພື່ອຈັດຕັ້ງປະຕິບັດແນວທາງ ຂອງພັກໃຫ້ເປັນຈິງ.
No comments:
Post a Comment