ສະຫາຍເລຂາຊາວໜຸ່ມ ຮາກຖານ ທຄຕລ ໄດ້ສະເໜີຜົນ
ງານການເຄື່ອນໄຫວໃນຕະຫຼອດ 3 ປິ ກວ່າຜ່ານມາຍາມໃດກໍຖືເອົາວຽກງານການເມືອງເປັນ
ຫຼັກ, ເອົາວິຊາສະເພາະເປັນສຳ ຄັນ, ໂດຍໄດ້ຕັ້ງໜ້າເຮັດໜ້າທີ່ໃນການເປັນສູນກາງ
ຊຳລະສະສາງ
ໃຫ້ແກ່ການເຄື່ອນໄຫວທຸລະກິດທັງພາຍໃນ-ຕ່າງປະເທດ, ໃນນີ້ຊາວໜຸ່ມໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປຸກລະດົມເງິນຝາກ,
ບໍລິການຮັບຝາກຖອນໃຫ້ແກ່ລູກຄ້າ, ບໍລິການສິນເຊື່ອ, ບໍລິການເປີດໜັງສືສິນເຊື່ອ,
ການຄ້ຳປະກັນໄດ້ເປັນຢ່າງດີ, ພ້ອມນັ້ນ ຍັງໄດ້ພັດທະນາການບໍລິ ການໃຫ້ທັນສະໄໝເປັນກ້າວໆ
ໂດຍມີການໂອນເງິນຜ່ານຕູ້ ATM, BCEL ONE, E-BANKING, ATM POOL, ສິ່ງທີ່ພົ້ນເດັ່ນ
ໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫຼືອສັງຄົມ ໂດຍສະເພາະຊາວໜຸ່ມຜູ້ດ້ອຍໂອກາດ ທີ່ຢູ່ເຂດຫ່າງໄກສອກຫຼີກ
ແລະ ໜ່ວຍຊາວໜຸ່ມຮາກຖານດັ່ງກ່າວຍັງມີຄວາມເຂັ້ມແຂງທາງດ້ານເງິນຄັງ ສາມາດສ້າງກອງທຶນຊາວໜຸ່ມ
400 ລ້ານກວ່າກີບ ແລະ ສວາມາດສ້າງໄດ້ຜົນງານດ້ານອື່ນໆຢ່າງຫຼວງຫຼາຍ ເປັນການປະກອບສ່ວນເຂົ້າໃນການພັດທະນາ
ທຄຕລ ກໍຄືແຜນພັດ ທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ຈາກນັ້ນ ກອງປະຊຸມຍັງໄດ້ຜ່ານແຜນການເຄື່ອນໄຫວໃນສະເພາະໜ້າ,
ພ້ອມທັງມີການເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ເພື່ອນຳພາໜ່ວຍຊາວໜຸ່ມ ຮາກຖານຈັດຕັ້ງປະຕິບັດ
ແລະ ເຮັດສຳເລັດ ໜ້າທີ່ອັນມີກຽດ ທີ່ຄະນະພັກຮາກຖານ-ຄະນະອຳ ນວຍການ ທຄຕລ ມອບໝາຍໃຫ້
ເຊິ່ງສະຫາຍ ສົມສຸກ ດວງດາລາ ໄດ້ຮັບເລືອກຕັ້ງເປັນເລຂາຄະນະ ໜ່ວຍຊາວໜຸ່ມຮາກຖານຄົນໃໝ່,
ສະຫາຍວົງສັກ ລັດຕະນະວົງ ເປັນຮອງເລຂາ ແລະ ສະ ຫາຍສົມມະນາ ທິດາວັນ ເປັນຄະ
ນະກວດກາ.
ສະຫານຍເລຂາຊາວໜຸ່ມ ທະນາຄານແຫ່ງ ສປປ
ລາວ ໄດ້ຕີລາຄາສູງຕໍ່ຜົນງານທີ່ໜ່ວຍ ຊາວໜຸ່ມຮາກຖານ ທຄຕລ ຍາດມາໄດ້ໃນໄລຍະເວລາ
3 ປີຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດມະຕິຂອງຄະນະພັກຮາກຖານ, ທິດທາງແຜນການຄະນະອຳນວຍການ
ທຄຕລ ແລະ ບັນລຸເປົ້າໝາຍການອອກແຮງປະຕິ ບັດຂໍ້ແຂ່ງຂັນ 4 ບຸກໄດ້ຢ່າງມີ ໝາກຜົນອັນໃຫຍ່ຫຼວງໃນຫຼາຍ
ດ້ານ ແລະ ໃນຕໍ່ໜ້ານີ້ ຄະນະ ໜ່ວຍຊຸດໃໝ່ຕ້ອງເສີມຂະຫຍາຍຜົນງານທີ່ດີເດັ່ນ, ປັບປຸງແກ້ໄຂຂໍ້ຄົງຄ້າງ,
ເອົາໃຈໃສ່ດຳເນີນຊີວິດການເມືອງເປັນປົກກະຕິມີຈຸດສຸມ, ຕິດຕາມກໍ່ສ້າງມະ ຫາຊົນທີ່ກ້າວໜ້າເຂົ້າເປັນສະ
ມາຊິກຊາວໜຸ່ມ, ເພີ່ມທະວີວຽກ ງານປ້ອງກັນຄວາມສະຫງົບຢ່າງເຂັ້ມງວດຄື: ບັນຫາອັກຄີໄພ,
ບັນຫາການລັກເງິນໃນຕູ້ ATM ແລະ ສະເໜີໃຫ້ຄະນະພັກຮາກຖານມີຄວາມເຊື່ອໝັ້ນຕໍ່ຊາວໜຸ່ມ,
ມອບໝາຍວຽກງານ ແລະ ກໍ່ສ້າງຊາວໜຸ່ມເພື່ອເປັນຜູ້ສືບທອດໃນອະນາຄົດ.
No comments:
Post a Comment