ຂະແໜງກະສິກຳ-ປ່າໄມ້ຖື ເປັນຂະແໜງການໜຶ່ງທີ່ສຳຄັນ ໃນການປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງລວມ
ຍອດພະລິດຕະພັນພາຍໃນ, ຊຶ່ງເຫັນໄດ້ຈາກສົກປີຜ່ານມາຂະ ແໜງການນີ້ສາມາດຂະຫຍາຍ ຕົວຢູ່ໃນລະດັບ
3,3%, ສາ ມາດປະກອບສ່ວນເຂົ້າ (GDP) ຂອງຊາດໄດ້ ປະມານ 25,5 %, ດັ່ງ ນັ້ນເພື່ອສືບຕໍ່ຈັດຕັ້ງປະຕິບັດ
ແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີຄັ້ງທີ 7 (2011-2015) ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ຂະແໜງການດັ່ງກ່າວຕ້ອງໄດ້ເອົາໃຈໃສ່,
ຫັນບັນດາ ແຜນງານ, ແຜນການເປັນໂຄງການ ແລະ ກິດຈະກຳລະອຽດຄື: ຈະສູ້ຊົນ ເຮັດໃຫ້ລວມຍອດຜະລິດຕະພັນ
ຂອງຂະແໜງ ການເພີ່ມຂຶ້ນໃນ ລະດັບ 3% ຂຶ້ນໄປ, ກວມເອົາ 24,6% ຂອງ GDP, ປະກອບສ່ວນໃຫ້ໂຄງປະກອບເສດຖະກິດຂອງຊາດຂະຫຍາຍຕົວໃນລະດັບ
8,3 % ແລະ ຍັງຈະສູ້ຊົນຜະລິດເຂົ້າເປືອກໃຫ້ໄດ້ 4 ລ້ານໂຕນ, ເຮັດໃຫ້ອັດຕາການ ບໍລິໂພກຊີ້ນ-ປາເພີ່ມຂຶ້ນ
51 ກິໂລ/ຄົນ/ປີ, ພ້ອມທັງໄດ້ກຳນົດເຂດຟື້ນຟູປ່າ ຜະລິດໃຫ້ໄດ້ 4 ແສນເຮັກຕາ ແລະ ຈະສູ້ຊົນ
ສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດໃຫ້ໄດ້ 4,40 ແສນເຮັກຕາ, ໃນນັ້ນລະດູແລ້ງ ໃຫ້ໄດ້ 1,80
ແສນເຮັກຕາ ແລະ ລະດູແລ້ງ 2,60 ແສນເຮັກຕາ.
No comments:
Post a Comment