ໃນກອງປະຊຸມໂຕະມົນປະຈຳປີ
2016
ເມື່ອບໍ່ດົນມານີ້ໄດ້ຍົກໃຫ້ເຫັນເນື້ອໃນຂອງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີຄັ້ງທີ VIII
ຂອງປະເທດເຮົາແມ່ນເລັ່ງໃສ່ການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ,
ແນໃສ່ສົ່ງເສີມການເຕີບໂຕທີ່ມີຄວາມດຸ່ນດ່ຽງ ແລະ ກວມເອົາທຸກພາກສ່ວນ,
ທຸກຄົນໄດ້ຮັບປະໂຫຍດ ແລະ ຍືນຍົງ. ແຕ່ແນວໃດກໍຕາມ, ເປົ້າໝາຍການພັດທະນາທີ່ຍືນຍົງຮອດປີ 2030 ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຫລາຍດ້ານທັງພາຍໃນ
ແລະ ຕ່າງປະເທດຕໍ່ການ ພັດທະນາເສດຖະກິດ, ສັງ ຄົມຂອງປະເທດເຮົາ,
ສະນັ້ນຕ້ອງມີຄວາມພະຍາຍາມຮ່ວມມືກັນຫລາຍຂຶ້ນ ແລະ ຜ່ານ
ມາກໍເຫັນວ່າລັດຖະບານເຮົາກໍໄດ້ເອົາໃຈໃສ່ ຈັດຕັ້ງ ປະຕິບັດ
ແຜນພັດທະນາເສດຖະກິດ-ສັງແຫ່ງຊາດ, ໂດຍສະເພາະໃນກອບແຜນງານຄວາມໝັ້ນຄົງດ້ານສະບຽງອາຫານ
ແລະ ໂພສະນາການ ເພື່ອແນໃສ່ບັນລຸດັດສະນີໝາຍສາກົນໃນດ້ານການສຶກສາ, ສາທາລະນະສຸກຂອງມະນຸດ, ຊຶ່ງແມ່ນບັນຫາທ້າທາຍຫລາຍທີ່ສຸດໃນບັນດາເງື່ອນໄຂຂອງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະ
ນາ. ການລະດົມທຶນຈາກຫລາຍໆແຫລ່ງບວກກັບແຫລ່ງທຶນຂອງປະເທດ, ເພື່ອນໍາໃຊ້ເຂົ້າໃນການພັດ
ທະນາແມ່ນມີຄວາມຈໍາເປັນທີ່ສຸດ, ໂດຍສະເພາະໃນໄລຍະທີ່ປະເທດພວມມີການຂາດດຸນງົບປະມານ
ແລະ ຄວາມສ່ຽງຂອງເສດຖະກິດມະຫາພາກຕໍ່ກັບການປ່ຽນແປງພາຍນອກ, ຄວາມພະຍາຍາມໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ
ແລະ ສິ່ງແວດລ້ອມທີ່ອໍານວຍໃນການດຶງດູດການລົງທຶນແມ່ນມີຄວາມສໍາຄັນທີ່ສຸດ,ເພື່ອຫາວິທີທາງຊຸກຍູ້ສົ່ງເສີມແນວທາງທີ່ເໝາະສົມ, ເພີ່ມທະວີຄວາມໂປ່ງໃສດ້ານງົບປະມານ
ແລະ ຄວາມ
ຕັ້ງໃຈຂອງບັນດາຄູ່ຮ່ວມພັດທະນາທີ່ຈະສະໜັບສະໜູນການຍົກສູງລະບົບການຄຸ້ມຄອງການເງິນພາກລັດ.
ເນື່ອງຈາກວ່າຄວາມໂປ່ງໃສດ້ານງົບປະມານທີ່ມີປະສິດທິພາບແມ່ນເງື່ອນໄຂສໍາຄັນສໍາລັບການສ້າງຄວາມເຊື່ອໝັ້ນອັນແຮງກ້າຕໍ່ປະເທດ
ແລະ ແນ່ນອນວ່າສິ່ງນີ້ແມ່ນຈໍາເປັນຕ້ອງມີການປະສານຮ່ວມມືລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ
ພາກເອກະຊົນໃຫ້ຫລາຍຂຶ້ນ.
No comments:
Post a Comment