ຄະນະກຳມະການດັ່ງກ່າວໃຫ້ຮູ້ວ່າ: ການລົງທຶນສ່ວນໃຫຍ່
ແມ່ນສຸມໃສ່ຂະແໜງບໍລິການ ກວມ 48,79%, ອຸດສາຫະ ກຳກວມ 32,58% ແລະ ຂະແໜງການຄ້າກວມ
14,63% ສາມາດສ້າງວຽກເຮັດງານທຳໄດ້ປະມານ 7800 ກວ່າຄົນ, ໃນ
ນັ້ນ ແຮງງານລາວ
1600 ກວ່າຄົນ ແລະ ຕ່າງປະເທດ 6200 ກວ່າຄົນ, ປະຕິບັດພັນທະສັນຍາສຳປະທານໄດ້ 2 ລ້ານກວ່າໂດລາສະຫະລັດ.
ຄຽງຄູ່ກັບບັນຍາກາດລົງທຶນທີ່ດຄືີດັ່ງກ່າວນັ້ນເຫັນວ່າ:
ການພັດທະນາເຂດເສດຖະກິດທາງແພ່ງຍັງມີຄວາມຊັກຊ້າ, ບໍ່ສາ ມາດພັດທະນາໄປຕາມແຜນ
ເນື່ອງຈາກບໍ່ມີງົບປະມານພຽງພໍ, ມີບັນຫາກ່ຽວກັບການຊົດເຊີຍທີ່ດີນ, ນອກຈາກນີ້
ຫົວໜ່ວຍ ທຸລະກິດຂະໜາດໃຫຍ່ຢາກມາລົງທຶນແບບຈິງຈັງມີຈຳນວນຈຳກັດ ເນື່ອງຈາກກັງວົນເລື່ອງຄວາມຊັດເຈນຂອງນະໂຍບາຍສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ
ແລະ ສະເພາະຂອງພວກເຮົາ ແລະ ນອກຈາກນີ້ ບັນດາຫົວໜ່ວຍທຸລະກິດຈຳ ນວນໜຶ່ງໄດ້ມາຈັບຈອງທີ່ດິນ
ແລະ ລົງທະບຽນແລ້ວ ແຕ່ຍັງບໍ່ທັນລົງທຶນເນື່ອງຈາກຕ້ອງການເອົາເນື້ອທີ່ໄປໃຫ້ຜູ້ອື່ນເຊົ່າ
ຫຼື ທ້ວງເອົາໃບອະນຸຍາດລົງທຶນ ເພື່ອໄປກູ້ຢືມເງິນກັບທະນາຄານ, ພ້ອມນີ້ ການສະໜອງແຮງງານໃຫ້ແກ່ບັນດາຫົວໜ່ວຍທຸລະກິດ
ຍັງບໍ່ທັນສາມາດຈັດຕັ້ງໄດ້ຢ່າງມີປະສິດທິຜົນພຽງພໍ, ແຮງງານຈຳນວນໜຶ່ງຍັງບໍ່ມີຄວາມຕັ້ງໃຈໃນການເຮັດວຽກຕາມລະ
ບຽບບໍລິສັດດີເທົ່າທີ່ຄວນ, ສ່ວນບັນຫາພື້ນຖານໂຄງລ່າງເປັນຕົ້ນ: ໄຟຟ້າ, ນ້ຳປະປາຍັງບໍ່ສາມາດສະໜອງໄດ້ພຽງພໍແມ່ນປັດໄຈໜຶ່ງທີ່ສ້າງຄວາມລັງເລໃນການຕັດສິນໃຈຂອງນັກລົງທຶນ.
No comments:
Post a Comment