ບໍລິສັດ MMG LXML ບໍ່ຄຳ-ທອງເຊໂປນໄດ້ເພີ່ມເງິນກອງທຶນພັດທະນາທ້ອງຖິ່ນຈາກ
278.000 ໂດລາສະຫະລັດ ໃນປີ 2013 ຂຶ້ນມາເປັນ 877.000 ໂດລາສະຫະລັດໃນປີ 2014 ເພື່ອຊ່ວຍເຫຼືອລັດຖະບານລາວຫຼຸດຜອນຄວາມທຸກຍາກໃນເມືອງວິລະບູລີ
ແຂວງສະຫວັນນະເຂດ.
ແຜນງານກອງທຶນພັດທະນາໝູ່ບ້ານ
ທີ່ໄດ້ຖືກອອກແບບໂດຍການປຶກສາຫາລືກັບອຳນາດການປົກຄອງເມືອງ ແລະ ຊາວ ບ້ານຈະຂະຫຍາຍການສະໜັບສະໜູນ ອອກອີກຈາກ
29 ບ້ານໃນປີ 2013 ມາເປັນ 42 ບ້ານໃນປີ 2014 ແລະ ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນອີກສິບພັນຄົນ
ແລະ 13 ບ້ານທີ່ທຸກຍາກທີ່ສຸດໃນເມືອງວິລະບູລີ. ນັບຕັ້ງແຕ່ກອງທຶນນີ້ໄດ້ເລີ່ມ
ຂຶ້ນໃນປີ 2010 ກໍໄດ້ຖືກຈັດຕັ້ງປະຕິບັດໂດຍການປຶກສາຫາລືກັບຫຼາຍບ້ານທີ່ຢູ່ໃກ້ບໍ່ຄຳ-ທອງເຊໂປນ
ແລະ ໃຫ້ການ
ສະໜັບ ສະໜູນໂດຍກົງຕໍ່ການສ້າງໂຮງຮຽນ, ຫົນທາງ, ວິດຖ່າຍ, ໜອງປາ ແລະ
ຫ້ອງປະຊຸມບ້ານ.
ທ່ານ
ລຳທຸກ ອຸພະໄຊ ນາຍບ້ານໜອງກະແດ້ງ ກ່າວວ່າ: “ຊາວບ້ານຂອງພວກເຮົາໄດ້ນຳໃຊ້ທຶນເຂົ້າໃນການຊື້ໂຕະຕັ່ງເພື່ອໃຫ້ເຊົ່າໃນລາຄາທີ່ຖືກສຳລັບໃຊ້ໃນງານສັງຄົມຕ່າງໆເຊັ່ນ:
ງານດອງ, ງານບຸນ ແລະ ງານສົບ ແລະ ກໍມີລາຍໄດ້ຈາກຄ່າເຊົ່າແລ້ວປະມານ 7 ລ້ານກີບ.”
ທ່ານ
ຣິກ ວັດສ໌ຝອດ ຜູ້ຈັດການໃຫຍ່ຂອງບໍ່ຄຳ-ທອງເຊໂປນ ກ່າວວ່າ: “MMG LXML ບໍ່ຄຳ-ທອງເຊໂປນມີຄວາມພາກພູມໃຈ
ທີ່ໄດ້ສະໜອງການສະໜັບສະໜູນຕື່ມອີກເພື່ອປັບປຸງການດຳລົງຊີວິດຂອງຊຸມຊົນ ແລະ
ຊ່ວຍລັດຖະບານລາວບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກໃນເມືອງວິລະບູລີ ຊຶ່ງການເພີ່ມທຶນສະໜັບສະໜູນດັ່ງກ່າວນີ້
ທັງບັນດາໂຄງການທີ່ພວມດຳເນີນຢູ່ໃນປັດຈຸບັນຈະຊ່ວຍເມືອງວິລະບູລີ ໃຫ້ສາມາດບັນລຸເປົ້າໝາຍການພັດທະນາເພື່ອຫຼຸດພົ້ນອອກຈາກບັນຊີເມືອງທີ່ທຸກຍາກທີ່ສຸດໃນປີ
2015.”
ນອກຈາກນີ້
ບໍລິສັດຍັງໄດ້ແນະນຳບັນດາໂຄງການລິເລີ່ມໃໝ່ໆຫຼາຍໂຄງການ ລວມມີໂຄງການກະສິກຳເພື່ອການຫາລ້ຽງ
ຊີບ ແລະ ໂຄງການ “ການສຶກສາສະຫັດສະວັດ” ເພື່ອສົ່ງເສີມການເຂົ້າໂຮງຮຽນຢູ່ແຂວງສະຫວັນນະເຂດ.
MMG ສະໜັບສະໜູນການຮ່ວມມືທີ່ມີຢູ່ແລ້ວກັບກະຊວງສາທາລະນະສຸກລາວ
ແລະ ອົງການຢູນີເຊບ ເພື່ອປັບປຸງສານອາຫານໃຫ້ແກ່ເດັກນ້ອຍຢູ່ໃນຫຼາຍໆແຂວງຂອງ
ສປປ ລາວ ພ້ອມທັງສະໜັບສະໜູນອົງການ Health Frontiers ປະ ສານງານ ແລະ ຈັດຕັ້ງແຜນງານດ້ານແພດກຸມມານສາດນຳອີກ.
ບໍລິສັດສະໜັບສະໜູນການພັດທະນາຊຸມຊົນ ໂດຍການຮ່ວມມືກັບອຳນາດການປົກຄອງເມືອງຜ່ານກອງທຶນພັດທະນາທ້ອງຖິ່ນຂອງບໍ່ຄຳ-ທອງເຊໂປນເປັນຈຳນວນ
750.000 ໂດລາສະຫະລັດຕໍ່ປີ ແລະ ນັບຕັ້ງແຕ່ໄດ້ເລີ່ມຕົ້ນຈັດຕັ້ງກອງທຶນນີ້ໃນປີ
2003 MMG LXML Sepon ໄດ້ປະກອບສ່ວນຫຼາຍກວ່າ 5 ລ້ານໂດລາສະຫະລັດ ເຂົ້າໃນການສ້າງໂຮງຮຽນ,
ໂຮງ ໝໍ, ສະໜອງນ້ຳສະອາດໂດຍກົງໃຫ້ແກ່ເມືອງວິລະບູລີ ແລະ ຊ່ວຍສ້າງພື້ນຖານໂຄງລ່າງອື່ນໆນຳອີກ.
ໃນແຕ່ລະປີ
ບໍລິສັດໄດ້ໃຊ້ເງິນຫຼາຍກວ່າໜຶ່ງແສນໂດລາສະຫະລັດ ເຂົ້າໃນການພັດທະນາຫົວໜ່ວຍທຸລະກິດທ້ອງຖິ່ນຢູ່ໃນເມືອງ
ທີ່ສະໜອງຜະລິດຕະພັນບໍລິໂພກຫຼາຍກວ່າ 75% ໃຫ້ແກ່ບໍ່ຄຳ-ທອງເຊໂປນ ແລະ ຍັງໄດ້ສະໜອງການຈ້າງງານທີ່ມີມູນຄ່າຫຼາຍຮ້ອຍລ້ານໂດລາສະຫະລັດ
ໂດຍຜ່ານບໍລິສັດຮັບເໝົາລາວ ອັນເປັນການປະກອບສ່ວນທີ່ສຳຄັນສຳລັບເສດຖະ ກິດລາວ.
No comments:
Post a Comment