ວັນແຫ່ງຄວາມຮັກ 14 ກຸມພາ ວັນວາເລນທາຍ ຫລື ວາລັງແຕັງ ໃນຄວາມສຳ ນຶກ ຂອງຊາວໜຸ່ມລາວມາຮອດປັດຈຸບັນນີ້ ເຫັນວ່າມີລັກສະນະທີ່ໂລດໂຜນເກີນໄປ ແລະ ຖືວ່າວັນນີ້ເປັນວັນທີ່ມີຄວາມໝາຍສຳລັບຊີວິດຮັກຂອງຕົນ. ຕາມຄວາມຈິງ ແລ້ວ, ວັນທີ 14 ວັນວາເລນທາຍ ເປັນວັນແຫ່ງຄວາມຮັກທີ່ເປັນປະເພ ນີຂອງຊາວ ຕາເວັນຕົກ ເຊິ່ງເນື້ອແທ້ສ່ວນໃຫຍ່ແມ່ນ ເລັ່ງໃສ່ຄວາມຮັກລະຫວ່າງບ່າວສາວ ເທົ່ານັ້ນອັນນີ້ກໍແມ່ນສ່ວນໜຶ່ງທີ່ມີລັກສະນະເສີມສ້າງຄວາມຮັກທີ່ດີສຳລັບເຂົາເຈົ້າ, ແຕ່ ຖ້າທຽບໃສ່ກັບປະເພນີຮີດຄອງຂອງລາວແລ້ວ ເຫັນວ່າບໍ່ສອດຄ່ອງກັບຮີດ ຄອງເຊິ່ງມີຫລາຍຄົນໄດ້ໃຫ້ຄຳເຫັນວ່າ: ວັນແຫ່ງ ຄວາມຮັກດັ່ງກ່າວນີ້ເປັນສາເຫດໜຶ່ງທີ່ເຮັດໃຫ້ບ່າວສາວເສຍຄວາມບໍລິສຸດ ຜຸດຜ່ອງ ກ່ອນການແຕ່ງດອງເປັນຈຳ ນວນຫລວງ ຫລາຍ, ໃນບາງກໍລະນີ ເມື່ອເຖິງວັນນີ້ຄູ່ຮັກຂອງຕົນຫາກບໍ່ມາຫາ ແລະ ອວຍພອນກໍມີຄວາມເສົ້າໂສກເສຍໃຈ ບາງ ຄົນກໍເຖິງກັບຂ້າຕົວຕາຍກໍມີ. ເລື່ອງນີ້ເປັນສິ່ງທີ່ໄຮ້ດຽງສາ ແລະ ເປັນອັນຕະ
ລາຍຕໍ່ຊີວິດ, ແຕ່ສຳລັບລາວເຮົາແລ້ວ ພວກເຮົາບໍ່ ມີວັນດັ່ງກ່າວ ເພາະວ່າວັນແຫ່ງຄວາມຮັກຂອງພວກເຮົາແມ່ນມີທຸກ ມື້ທຸກວັນ ແລະ ຮັກກັນຕະຫລອດໄປ, ສິ່ງທີ່ພົ້ນເດັ່ນທີ່ ສຸດແມ່ນຄວາມຮັກທີ່ບໍ່ໄດ້ສະເພາະເຈາະຈົງແຕ່ຄູ່ບ່າວສາວເທົ່ານັ້ນ, ແຕ່ສຳຄັນທີ່ສຸດແມ່ນຮັກປະເທດຊາດບ້ານເມືອງ, ຮັກຜູ້ ນຳ, ຮັກຜູ້ມີບຸນຄຸນ, ຮັກພໍ່ຮັກແມ່ຍາດຕິວົງວານ, ຮັກເພື່ອນ ສະຫາຍໝູ່ຄູ່ດຽວກັນ.
ໃນຄວາມຮັກຂອງບ່າວສາວນັ້ນ
ສຳລັບຄົນລາວເຮົາແມ່ນຮັກກັນ ໂດຍມີຄວາມໝັ້ນໝາຍແມ່ນ ຮັກ ເພື່ອກໍ່ສ້າງກັນ ຮັກດ້ວຍຈິດໃຈບໍລິສຸດຜຸດຜ່ອງ
ຮັກນວນສະຫງວນໂຕຈົນກວ່າວັນວິວາຈະມາເຖິງ ເພື່ອສ້າງຄວາມດີ, ຄວາມເຊື່ອໝັ້ນທາງ ດ້ານຈິດໃຈຕໍ່ກັນ,
ສ້າງອະນາຄົດອັນສົດໃສດ້ວຍກັນ ເຊິ່ງສ່ວນໃຫຍ່ຍັງຮັກສາໄດ້ຈົນເທົ່າທຸກວັນນີ້. ອັນນີ້ແມ່ນປະເພນີຮີດ
ຄອງອັນດີງາມຂອງຊາດລາວເຮົາ ເຊິ່ງບໍ່ອາດຫລົງລືມ ແລະ ຄວນໄດ້ສືບຕໍ່ຮັກສາເອົາໄວ້ຕໍ່ໄປ. ສະນັ້ນ
ພວກເຮົາຊາວໜຸ່ມລາວ ບໍ່ຄວນໃຫ້ຄ່ານິຍົມກັບວັນວາເລນທາຍເກີນໄປ ຈົນລືມເນື້ອລືມໂຕ ຈົນເຮັດໃຫ້ຄວາມຫວັງຂອງພໍ່ແມ່
ແລະ ຜູ້ປົກຄອງພັງ ທະລາຍລົງຢ່າງບໍ່ໜ້າເຊື່ອ. ດ້ານໜຶ່ງກໍເປັນການບັນທອນອະນາຄົດອັນສົດໃສຂອງຕົນ
ແນ່ນອນເມື່ອເສຍຄວາມບໍລິສຸດແລ້ວ ຕ່າງຝ່າຍກໍມາຍເມີນ ແລະ ຄິດວ່າເຂົາປະພຶດກັບຕົນເອງໄດ້ແນວນີ້
ເຂົາກໍອາດປະພຶດກັບຄົນອື່ນໄດ້ເຊັ່ນຄືກັນ. ຈາກນັ້ນ ກໍ ເປັນຈຸດເລີ່ມໃນຄວາມບໍ່ເຊື່ອໝັ້ນ
ແລະ ໄວ້ວາງໃຈກັນແລ້ວກໍມີການຈາກລາ ແລະ ຫັນຫລັງໃສ່ກັນໃນນາທີສຸດທ້າຍ ແລະ ອາດເປັນເລື້ອຍໄປປຽບດັ່ງນົກບິນເວີ່ນເລືອກຄອນຈັບໃນປ່າດົງວົງກົດອັນກວ້າງໃຫຍ່ໄພສານ
ເຊິ່ງບໍ່ມີວັນສິ້ນສຸດລົງໄດ້. ລວມ ຄວາມວ່າ: ພວກເຮົາມີຄວາມຮັກຄວາມແພງໃຫ້ກັນໄດ້ທຸກມື້ທຸກວັນ
ພວກເຮົາຮັກກັນແມ່ນຕຳນິກໍ່ສ້າງຊ່ວຍເຫລືອກັນຢ່າງມີ ຈຸດປະສົງເປົ້າໝາຍທາງດ້ານອຸດົມການ ບໍ່ວ່າທາງດ້ານວັດຖຸ
ແລະ ຈິດໃຈ. ສຳລັບຜູ້ທີ່ຢູ່ໃນໄວຮຽນຍິ່ງມີຄວາມສຳຄັນ ເຊິ່ງ ສຸພາສິດໄດ້ເວົ້າໄວ້ວ່າ: “ເປັນນັກຮຽນຢ່າຮຽນຮັກ
ຖ້າອົກຫັກຈະສະງັກການຮຽນ” ໃນກໍລະນີຫາກເກີດມີຄວາມຮັກກໍຕ້ອງໃຊ້ ຄວາມຮັກໃຫ້ເປັນປະໂຫຍດໃນການກໍ່ສ້າງກັນແຂ່ງຂັນກັນເປັນນັກຮຽນເປັນຜູ້ມັກຮັກໃນການຄົ້ນຄວ້າ
ເພື່ອເປັນນັກສຶກສາທີ່ ຮຽນເກັ່ງ ເປັນປັນຍາຊົນທີ່ສະຫລາດຂອງຊາດ ເປັນຊັບພະຍາກອນມະນຸດທີ່ມີຄຸນສົມບັດມີຄວາມຮູ້ຄວາມສາມາດ
ກາຍ ເປັນຜູ້ຮອງຮັບ ແລະ ຜູ້ສືບທອດພາລະກິດປະຕິວັດຂອງຊາດ ເພື່ອສ້າງປະເທດຊາດໃຫ້ມີຄວາມຮັ່ງມີເຂັ້ມແຂງ
ສັງຄົມ ມີຄວາມສີວິໄລ ຍຸຕິທຳ ແລະ ປະຊາຊົນມີຄວາມຜາສຸກ ເຊິ່ງອັນນີ້ມັນແມ່ນສຸດຍອດແຫ່ງຄວາມຮັກຄວາມປາຖະໜາຂອງ
ພວກເຮົາທຸກຄົນ.
No comments:
Post a Comment