Ad

Ad

13 February 2014

ຊາຍໜຸ່ມ​ກໍ່​ເຫດ​ຂົ່ມຂືນ​ຖືກ​ສານ​ຕັດສິນ​ລົງ​ໂທດ​ແລ້ວ.



   ​ ໃນ​ວັນ​ທີ 11 ກຸມພາ​ນີ້, ສານ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ສົມ​ພອນ ອາຍຸ 23 ປີ ຢູ່​ບ້ານ​ນາ​ຊ່າງ​ໄພ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ​ເປັນ​ເວລາ 5 ປີ ແລະ ປັບ​ໄໝ​ເງິນ 2 ລ້ານ​ກີບ ແລະ ​ເສຍ​ຄ່າ​ສູ່​ຂວັນ​ປົວ​ແປງ​ຈິດ​ໃຈ 30 ລ້ານ​ກີບ, ໃຫ້ກັບຍິງ​ຄົນ​ໜຶ່ງ​ອາຍຸ 15 ປີ ຢູ່​ບ້ານ​ໜອງ​ແວງ ເມືອງ​ຫາດ​ຊາຍຟອງ ນະຄອນຫລວງວຽງຈັນ ຊຶ່ງຖຶກ​ຜູ້ກ່ຽວ ຂົ່ມຂືນ​ເມື່ອວັນ​ທີ 8 ​ເມສາ 2013 ແລະ ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນ​ມື້ຕໍ່​ມາ.
      ​ເຈົ້າໜ້າ​ທີ່​ເປີດ​ເຜີຍ​ວ່າ: ເບື້ອງຕົ້ນຜູ້ກ່ຽວ​ໄດ້​ພົບ​ຍິງ​ຄົນ​ດັ່ງກ່າວ​ຢູ່​ງານ​ບຸນ​ພະ​ເຫວ​ດບ້ານ​ຖິ່ນ​ເພຍເມືອງ​ຫາດຊາຍ​ຟອງ ​ແລະ ຈາກ​ນັ້ນ ສອງ​ວັນ​ຕໍ່​ມາ​ຜູ້ກ່ຽວ​ໄດ້​ໂທລະສັບ​ຊັກ​ຊວນ ​ແລະ ມາ​ຮັບ​ຍິງຄົນດັ່ງກ່າວໄປ​ຫລິ້ນ​ແຄມ​ຂອງ ແລະ ດື່ມກິນຢູ່ຮ້ານອາ ຫານ​ຈົນ​ຮອດ​ຄ່ຳ, ຫລັງຈາກນັ້ນ,​ຜູ້ກ່ຽວ​ໄດ້​ພາ​ໄປ​ຂົ່ມຂືນຢູ່​ບ້ານ​ພັກ​ແຫ່ງ​ໜຶ່ງໂດຍຂູ່ວ່າ ຖ້າບໍ່ໃຫ້ນອນນຳຈະຂ້າຖີ້ມ, ຈົນເຖິງ ຮຸ່ງເຊົ້າມື້ຕໍ່ມາຈຶ່ງພາມາສົ່ງຢູ່ຕໍ່ໜ້າ ໂຮງໝໍເສດຖາທິລາດ ແລະ ຍິງຜູ້ເຄາະຮ້າຍຈຶ່ງໄດ້ໂທລະສັບຫາຜູ້ປົກຄອງ ແລະ ໄປແຈ້ງ ຄວາມຕໍ່ເຈົ້າໜ້າທີ່ ແລະ ສາມາດ ກັກຕົວຜູ້ກ່ຽວໄດ້ໃນວັນດັ່ງກ່າວ.

No comments:

Post a Comment