Ad

Ad

13 February 2014

ຈັດສຳມະນາການ​ນຳ​ໃຊ້​ເຄື່ອງ​ບົ່ງມະຕິ​ພະຍາດ MRI



        ວັນທີ 12 ກຸມພານີ້ ບໍລິສັດ ດີດີພີຈະເລີນຊັບ ຈຳກັດ ຮ່ວມກັບ ບໍລິສັດ ຮີຕາຊິ​ ໄດ້ຈັດສຳມະນາກ່ຽວກັບວິທີ​ການ​ນຳ​ໃຊ້ເຄື່ອງມືການ​ແພດ​ໃຊ້​ບົ່ງມະຕິ​ພະຍາດ MRI  ຂື້ນຢູ່ໂຮງແຮມດອນຈັນພາເລດ,ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານ ທອງຄຳ ພຸດທະວົງ, ຜູ້ອຳນວຍການ ບໍລິສັດ ດີດີພີຈະເລີນຊັບ ຈຳກັດ, ມີຜູ້ຕາງໜ້າຈາກບໍລິສັດຮີຕາຊິ, ພ້ອມດ້ວຍ ຕົວແທນຈາກໂຮງໝໍສູນກາງ ແລະ ແຂວງເຂົ້າຮ່ວມ.
      ການຈັດສຳມະນາຄັ້ງນີ້ແມ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ເຖິງຄຸນສົມບັດ ແລະ ວິທີການນຳໃຊ້ເຄື່ອງ MRI ທີ່ເປັນເຄື່ອງມື ທາງດ້ານການແພດຊະນິດໃໝ່ທີ່ທັນສະໄໝໃຊ້ບົ່ງມະຕິພະຍາດຄົນເຈັບ ແລະ ປະເທດເຮົາຍັງບໍ່ທັນມີເຄື່ອງຊະນິດນີ້, ມັນເປັນ ເທັກໂນໂລຢີທັນສະໄໝ, ເປັນເຄື່ອງສ້າງພາບດ້ວຍສະໜາມແມ່ເຫຼັກໄຟຟ້າໃຊ້ໃນການກວດ ແລະ ບົ່ງມະຕິພະຍາດ ແລະ ຊ່ວງ ຕິດຕາມການປິ່ນປົວຄົນ​ເຈັບ​ ຊຶ່ງ​ເຄື່ອງ​ດັ່ງກ່າວປັດຈຸບັນໄດ້ຖືກນຳໃຊ້ຢ່າງແຜ່ຫຼາຍຢູ່ບັນດາປະເທດຕ່າງໆໃນທົ່ວໂລກ, ເນື່ອງ ຈາກເປັນເຄື່ອງກວດ ແລະ ບົ່ມມະຕິພະຍາດທີ່ຖືກຕ້ອງ ແລະ ແມ້ນຢຳສູງ, ສາມາດກວດໄດ້ທຸກພາກສ່ວນຂອງຮ່າງກາຍ, ໂດຍສະເພາະລະບົບສະໝອງ ແລະ ກະດູກສັນຫຼັງ, ຈາກຄຸນສົມບັດດັ່ງກ່າວເຊື່ອວ່າໃນອະນາຄົດເຄື່ອງ MRI ຈະ​ໄດ້​ນຳໃຊ້ ເຂົ້າໃນການແພດຂອງລາວເຮົາເຊັ່ນກັນ.

No comments:

Post a Comment