Ad

Ad

18 February 2015

ປີ 2014 ມີລັດຖະກອນໄດ້ຮັບການດັດແກ້ຊັ້ນແລະຂັ້ນເງິນ ເດືອນຫຼາຍກວ່າ 5.800 ຄົນ



ກະຊວງພາຍໃນໃຫ້ຮູ້ວ່າ: ໃນປີ 214 ຜ່ານມາຂະ​​ແໜງ​ການ​ຂອງ​ຕົນໄດ້ຈັດຕັ້ງສອບເສັງຄັດເລືອກລັດຖະກອນ ພາກຄວາມຮູ້ທົ່ວໄປ, ພ້ອມທັງຊຸກຍູ້, ຕິດຕາມການສອບເສັງພາກວິຊາສະເພາະຢູ່ບັນດາກະຊວງ-ອົງການ ແລະ ທ້ອງ ຖິ່ນຈຳນວນ 16.500 ຄົນ, ເພື່ອບັນຈຸເຂັ້າລັດຖະກອນຕາມລະບຽບການ, ສຳເລັດການອະນຸມັດຍົກຍ້າຍ ຈາກກຳລັງ ປະກອບອາວຸດ 60 ຄົນ, ໄດ້ຮັບການດັດແກ້ຊັ້ນ ແລະ ຂັ້ນເງິນເດືອນ 5.877 ຄົນ, ອະນຸມັດໃຫ້ລັດ ຖະກອນອອກ ພັກຜ່ອນຮັບເບ້ຍບຳນານ1.995 ຄົນ, ພ້ອມນັ້ນກໍຍັງແນະນຳໃຫ້ທ້ອງຖິ່ນ ແຕ່ງຕັ້ງ, ຍົກຍ້າຍ ແລະ ປະຕິບັດວິໄນຕໍ່ຜູ້ດຳ ລົງຕຳແໜງບໍລິຫານຕາມນະໂຍບາຍ 3 ສ້າງ ແລະ ສຳເລັດການກວດກາຈຳນວນພົນ ເປັນຕົວເລກພື້ນຖານໃນການຄິດ ໄລເງິນເດືອນພື້ນຖານ ແລະ ເປົ້າໝາຍອຸດໜູນຕ່າງໆ ແລະ ໃນປີ 2015 ນີ້ລັດຖະບານໄດ້ຮັບຮອງຕົວເລກລັດຖະກອນ ໃໝ່ແລ້ວຈຳນວນ 5 ພັນຄົນ.
ກະຊວງດັ່ງກ່າວໃຫ້ຮູ້ວ່າ: ສຳລັບວຽກງານລັດຖະກອນໃນປີ 2015 ນີ້, ຂະແໜງການຂອງຕົນຈະສືບຕໍ່ຊຸກຍູ້, ແນະນຳກະຊວງ, ອົງການ ແລະ ທ້ອງຖິ່ນກ່ຽວກັບການສອບສອບເສັງພາກວິຊາສະເພາະເພື່ອຮັບເອົາລັດຖະ ກອນໃໝ່, ເພື່ອໃຫ້ຖືກຕ້ອງຕາມລະບຽບການ ແລະ ປັບປຸງກົນໄກລະບົບຂ່າວສານລັດຖະກອນໃຫ້ເຂົ້າສູ່ລະ ບົບ, ສືບຕໍ່ການກຳນົດ ຕຳແໜ່ງງານຢູ່ບັນດາກະຊວງ, ອົງການແລະທ້ອງຖິ່ນ, ໃຫ້ສອດຄ່ອງກັບນະໂຍບາຍ 3 ສ້າງ ແລະ ປະຕິບັດລະບຽບ ຄຸ້ມຄອງລັດຖະກອນກ່ຽວກັບການບັນຈຸ, ຍົກຍ້າຍຈາກກຳລັງປະກອບອາວຸດ, ການວິສາຫະກິດ, ດັດແກ້ຊັ້ນ-ຂັ້ນ ແລະ ການຜັກຜ່ອນບຳນານຕາມລະບຽບການ.

No comments:

Post a Comment