ທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ລາຍງານໃນກອງປະຊຸມ ສະຫລຸບຖອດຖອນບົດຮຽນກ່ຽວກັບການຕ້ານ
ແລະ ຄວບຄຸມພະຍາດໄຂ້ຍຸງລາຍປະຈຳປີ 2014 ໃນທົ່ວປະເທດເມື່ອວັນທີ 17 ກຸມພານີ້,
ຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະ ມົນຕີ,
ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການແຫ່ງຊາດຕ້ານ ແລະ
ຄວບຄຸມພະຍາດຕິດຕໍ່ ກ່າວວ່າ:ໃນປີຜ່ານມາ, ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍແມ່ນໄດ້ຮັບຜົນສຳເລັດດີ,ຖ້າທຽບໃສ່ບັນດາປະເທດໄກ້ຄຽງໄຂ້ຍຸງລາຍຍັງສືບຕໍ່ລະບາດຢູ່ບັນດາປະເທດໃນອາຊຽນເຊັ່ນ:
ປະເທດມາເລເຊຍມີຈຳນວນຄົນເປັນໄຂ້ຍຸງລາຍເຖິງ 98 ພັນກວ່າກໍລະນີ, ເສຍຊີວິດ
189 ກໍລະນີ, ຟິລິບປິນມີ 90 ພັນກວ່າກໍລະນີ, ເສຍຊີວິດ 342 ກໍລະນີ, ຫວຽດນາມ ມີ 17
ພັນກວ່າກໍລະນີ, ເສຍຊີວິດ 17 ກໍລະນີ,ສິງກະໂປມີ 17 ພັນກວ່າກໍລະນີ, ເສຍຊີວິດ 4
ກໍລະນີ, ໄທມີ 41 ພັນກວ່າກໍລະນີ, ເສຍຊີວິດ 45
ກໍລະນີ, ກຳປູເຈຍ 3 ພັນກໍລະນີເສຍຊີວິດ
21 ກໍລະນີ, ສຳລັບລາວຈຳນວນຄົນເປັນໄຂ້ຍຸງ 1.700 ກວ່າກໍລະນີບໍ່ມີຜູ້ເສຍຊີວິດ, ສະນັ້ນຈຶ່ງສາມາດເວົ້າໄດ້ວ່າການປ້ອງກັນ
ແລະ ສະກັດກັ້ນບໍ່ໃຫ້ໄຂ້ຍຸງລະບາດໃນປີຜ່ານມາແມ່ນເຮັດໄດ້ດີສົມຄວນ.
ໃນໂອກາດນີ້, ທ່ານ ດຣ. ພັນຄຳ ວິພາວັນ ກໍໄດ້ໃຫ້ທິດຊີ້ນຳ
ແລະ ເນັ້ນໃຫ້ຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ຢູ່ແຕ່ລະຂັ້ນນັບແຕ່ຂັ້ນສູນກາງ
ແລະ ທ້ອງຖິ່ນ ຕ້ອງໄດ້ເອົາໃຈໃສ່ໂຄສະນາໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບຜົນຮ້າຍ
ແລະ ຜົນເສຍຫາຍຈາກການເປັນໄຂ້ຍຸງລາຍ, ອຳນາດການປົກຄອງແຕ່ລະຂັ້ນຕ້ອງມີຄວາມຮັບ
ຜິດຊອບ, ເອົາໃຈໃສ່ຊີ້ນຳໆພາປະຊາຊົນໄປຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍຢ່າງໃກ້ຊິດຕິດແທດ,
ໃຫ້ແຕ່ລະຄອບຄົວມີສ່ວນຮ່ວມໃນການກຳຈັດແຫລ່ງເພາະພັນຍຸງລາຍຕາມບໍລິເວນເຮືອນຊານຢ່າງສະ
ໝ່ຳສະເໝີ, ຄູອາຈານກໍຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມນັກຮຽນໃຫ້ມີຄວາມເຂົ້າໃຈກ່ຽວກັບການກຳຈັດຍຸງລາຍຕາມສະຖານທີ່ເພາະພັນຂອງຍຸງລາຍຢູ່ໂຮງຮຽນ
ແລະ ເຮືອນຂອງຕົນ, ໃຫ້ທຸກຂະແໜງການມີສ່ວນຮ່ວມໃນການປະ ຕິບັດກິດຈະກຳຕ່າງໆໃນການກຳຈັດແຫລ່ງເພາະພັນຍຸງລາຍ,
ຂະແໜງສາທາລະນະສຸກຕ້ອງປະສານສົມທົບກັບບັນດາປະເທດໃກ້ຄຽງໃນການວິເຄາະ,
ວິໄຈ ແລະ ບົ່ງມະຕິພະຍາດໃຫ້ມີຄວາມຖືກຕ້ອງ ແລະ ທັນການໃນເວລາທີ່ເກີດພະຍາດລະບາດ,
ໃຫ້ຄະນະກຳມະການທຸກຂັ້ນໂດຍສະເພາະແມ່ນຮອງເຈົ້າຄອງນະຄອນຫລວງ ແລະ ຮອງເຈົ້າແຂວງໃຫ້ຊີ້ນຳໆພາບັນດາອຳນາດການປົກຄອງເມືອງ
ແລະ ບ້ານຢ່າງໃກ້ຊິດໃນການຕິດຕາມການເຄື່ອນໄຫວຂອງໂຮງໝໍ, ສຸກສາລາໃຫ້ມີອຸປະກອນຕອບໂຕ້ຢ່າງທັນການ
ເພື່ອເຮັດໃຫ້ພະຍາດໄຂ້ຍຸງລາຍຫລຸດລົງ ແລະ ໝົດໄປ.
No comments:
Post a Comment