Ad

Ad

19 April 2016

ການລະບາດຂອງພະຍາດສັດຢູ່ເມືອງສັງທອງ ແລະ ເມືອງປາກງື່ມ​ກັບສູ່ລະພາບປົກກະຕິແລ້ວ

ຕາມການລາຍງານຂອງໜ່ວຍງານສັດຕະວະແພດນະຄອນ ຫຼວງວຽງຈັນເມື່ອມໍ່ໆມານີ້ໃຫ້ຮູ້ວ່າ: ນັບແຕ່ມີການລະບາດຂອງພະຍາດສັດລ້ຽງ(ປາກເປື່ອຍລົງເລັບ) ຢູ່: ເມືອງສັງທອງ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນມາແຕ່ທ້າຍປີ 2015 ​ໜ່ວຍງານສັດຕະວະແພດຂອງຕົນກໍໄດ້ລົງສົມທົບກັບເມືອງ ແລະ ສັດຕະວະແພດບ້ານເພື່ອຊ່ວຍເຫຼືອປິ່ນປົວສັດທີ່ຕິດເຊື້ອ ແລະ ສະໜອງຢາໃຫ້ແກ່ປະຊາຊົນໃນເຂດທີ່ມີການລະບາດຂອງພະຍາດດັ່ງກ່າວ ເລະ ກໍນັບເປັນເວລາເກືອບ 3 ເດືອນທີ່ໜ່ວຍງານສັດຕະວະແພດເສຸມໃສ່ຄວບຄຸມການລະບາດຂອງພະຍາດໃນຄັ້ງນີ້ໄດ້ເປັນຢ່າງດີ,ພ້ອມທັງສາມາດປິ່ນປົວສັດທີ່ຕິດເຊື້ອພະຍາດປະມານ 3 ພັນ
ກວ່າໂຕຫາຍດີ ແລະ ສາມາດເຮັດໃຫ້ ສອງເມືອງດັ່ງກ່າວກັບມາສູ່ສະພາບປົກກະຕິແລ້ວໃນປັດຈຸບັນ, ໜ່ວຍງານສັດຕະວະແພດໃຫ້ຮູ້ອີກວ່າ : ເຖິງຢ່າງໃດກໍຕາມເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງ ກ່າວກັບຄືນມາລະບາດອີກ​, ທາງໜ່ວຍງານກ່ຽວຂ້ອງຂອງຕົນໄດ້. ສືບຕໍ່ເຝົ້າລະວັງ ເລະ ປ້ອງກັນພະຍາດຢູ່ 2 ເມືອງ ດັ່ງກ່າວ ແລະ ເມືອງໃກ້ຄຽງອີກຈຳນວນໜຶ່ງ, ໜ່ວຍງານສັດຕະວະແພດໃຫ້ຮູ້ອີກວ່າ: ຜ່ານຈາກການວິເຄາະຢ່າງລະອຽດຈຶ່ງຮູ້ວ່າສາເຫດຂອງການລະບາດຂອງພະຍາດສັດໃນຄັ້ງນີ້ແມ່ນຍ້ອນການເຄື່ອນຍ້າຍສັດ ຫຼື ຜະ ລິດຕະພັນສັດທີ່ຕິດເຊື້ອພະຍາດຜ່ານເຂດ 2 ເມື່ອງດັ່ງກ່າວ.

No comments:

Post a Comment