Ad

Ad

19 April 2016

ກະສິກຳ​ຕັ້ງ​ເປົ້າ​ຜະລິດເບ້ຍໄມ້ໃຫ້​ໄດ້​ຫຼາຍ​ກວ່າ 19 ລ້ານເບ້ຍ ສະໜອງໃຫ້ວັນປູກໄມ້ແຫ່ງຊາດປີນີ້

ຫົວໜ້າພະແນກສົ່ງເສີມການປູກໄມ້, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນຂະ ແໜງການກ່ຽວຂ້ອງພວມກະກຽມໃຫ້ແກ່ການປູກໄມ້ປະຈຳປີ 2016 ທີ່ຈະມີຂຶ້ນໃນຕົ້ນເດືອນມີຖຸນາ ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນແລ ຮັບປະກັນໄດ້ຕາມລະດັບຄາດໝາຍວາງໄວ້, ​ໂດຍສະເພາະແມ່ນ ກ້າເບ້ຍ ເພື່ອສະໜອງໃຫ້ວັນດັ່ງກ່າວ,ຊຶ່ງມີແຜນວາງໄວ້ໃຫ້​​ໄດ້ຫຼາຍກວ່າ 19 ລ້ານເບ້ຍໃນທົ່ວປະເທດ,​​ໃນນັ້ນ​​ແຂວງຜົ້ງສາລີໃຫ້ໄດ້ 5 ແສນເບ້ຍ, , ຫຼວງນ້ຳທາ 1 ລ້ານເບ້ຍ, ອຸດົມໄຊ 2 ລ້ານເບ້ຍ, ບໍ່​​ແກ້ວ  ​5 ແສນເບ້ຍ, ​ໄຊຍະບູລີ 5 ແສນເບ້ຍ, ຫຼວງພະບາງ 1,5 ລ້ານເບ້ຍ​, ຫົວພັນ 5 ແສນເບ້ຍ, ຊຽງຂວາງ 2 ແສນເບ້ຍ, ວຽງຈັນ 2,5 ລ້ານເບ້ຍ, ນະຄອນຫຼວງວຽງຈັນ​ 5 ແສນເບ້ຍ, ບໍລິຄຳໄຊ 3 ແສນ
ເບ້ຍ, ຄຳມ່ວນ 1,2 ລ້ານເບ້ຍ, ສະຫວັນນະເຂດ 3,2 ລ້ານກວ່າເບ້ຍ ​, ສາລະວັນ 2 ລ້ານເບ້ຍ,ຈຳປາສັກ 1,5 ລ້ານເບ້ຍ, ​​ເຊກອງ 127 ພັນເບ້ຍ , ອັດຕະປື 1 ລ້ານເບ້ຍແລະໄຊສົມບູນ  3 ແສນເບ້ຍແລະເພື່ອຮັບປະກັນໃຫ້ການ ກ້າເບ້ຍໄມ້ໄດ້ຕາມຄາດໝາຍ,ທາງກົມປ່າໄມ້ໄດ້ສົ່ງພະນັກງານວິຊາການລົງຊຸກຍູ້ການຜະລິດ ຂອງພະແນກກະສິກຳຢູ່ແຕ່ລະແຂວງ ແລະ ຄຽງຄູ່ກັບແຜນການຜະລິດເບ້ຍໄມ້ແລ້ວກະຊວງກະສິກຳຍັງມີແຜນຟື້ນຟູປ່າ,​ ​ຊຸດໂຊມໃນເຂດປ່າຜະລິດໃຫ້ໄດ້ 122 ພັນ​​ເຮັກຕາ ແລະນອກເຂດປ່າສາມປະເພດໃຫ້ໄດ້ 154 ພັນເຮັກຕາໃນປີນີ້ ແລະເພື່ອເຮັດ​​ໃຫ້ບັນລຸ​​ແຜນດັ່ງກ່າວ, ກະຊວງກະສິກຳໄດ້ກະກຽມຄວາມພ້ອມທາງດ້ານງົບປະມານ, ລວມເຖິງພະນັກ ງານວິຊາການລົງຊ່ວຍແນະນຳການຈັດຕັ້ງປະຕິບັດຂະບວນການດັ່ງກ່າວໃຫ້ມີຜົນ ແລະ ເປັນຂະບວນຟົດຟື້ນ.

No comments:

Post a Comment