Ad

Ad

19 April 2016

ການ​ຄຸ້ມ​ຄອງ​ພະນັກງານ​ພາສີ ​ແລະ ປ້ອງ​ກັນ​​ເຕັກ​ໂນ​ໂລ​ຊີ​ທີ່ ສ.​ເກົາຫລີ ( ເບີ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ
    ຫລາຍທ່ານອາດຮູ້ແລ້ວວ່າ ຄໍລຳ “​ເບິ່ງກວ້າງ​​ເຫັນໄກນີ້ມີເປົ້າໝາຍນຳສະເໜີກ່ຽວກັບມາດຕະການທາງກົດໝາຍ, ລະບຽບການ ກໍຄືນະໂຍບາຍອັນຈຳເປັນທີ່ບ້ານເພິ່ນເມືອງທ່ານນຳໃຊ້ເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມ. ສຳລັບບົດປະຈຳວັນນີ້ຂໍສຸມໃສ່ບາງບັນຫາທີ່ເກີດຂຶ້ນໃນ .​ເກົາຫລີແລະເບິ່ງວ່າເພິ່ນແກ້ກັນແນວໃດ. ບັນຫາທີໜຶ່ງແມ່ນເລື່ອງການຫລົບຫລີກພາສີ ຫລື ການຜ່ອນສັ້ນຜ່ອນຍາວເລື່ອງພາສີດ້ວຍຮູບການຕີຄໍເຂົ້າກັນລະຫວ່າງພະນັກງານເກັບພາສີຂອງລັດກັບຄະນະນຳຂອງບັນດາບໍລິສັດເອກະຊົນເຊິ່ງເກີດຂຶ້ນໃນລັກສະນະຕ່ອງໂສ້ມາແຕ່ 3-4 ປີຢ້ອນຫລັງ ອັນເປັນເຫດໃຫ້ທາງການ .​ເກົາຫລີໂດຍສະເພາະແມ່ນໜ່ວຍງານບໍລິການພາສີແຫ່ງຊາດ (National Tax Service) ຂຽນຫຍໍ້ວ່າ NTS ຕ້ອງໄດ້ອອກກົດລະບຽບຫ້າມພະນັກງານການນຳຂອງ NTS ຮ່ວມຮັບປະທານອາຫານແລະ ຫລິ້ນກິລາຕີກ໋ອບ
ຢ່າງເດັດຂາດກັບການນຳລະດັບຜູ້ຈັດການຂອງບໍລິສັດໃຫຍ່ໆຈຳນວນ 100 ບໍລິສັດ ທີ່ຖືກໝາຍຫົວໄວ້ວ່າມີພຶດຕິກຳຫລົບຫລີກການເສຍພາສີ. ສ່ວນພະນັກງານຂອງ NTS ທີ່ຕິດຂໍ້ຫ້າມນັ້ນແມ່ນນັບແຕ່ຂັ້ນຫົວໜ້າກົມ ຫລື ຜູ້ອຳນວຍການຈົນຮອດປະທານ-ຮອງປະທານຂອງ NTS. ທາງການ .​ເກົາຫລີ ຖືວ່າການທີ່ພະນັກງານຂັ້ນສູງຂອງ NTS ຮ່ວມຮັບປະທານອາຫານ ຫລື ຮ່ວມຫລິ້ນກິລາຕີກ໋ອບກັບບຸກຄົນການນຳຂອງບໍລິສັດສຳຄັນນັ້ນຈະກາຍເປັນຊ່ອງຫວ່າງແບບຊີ້ນໄປ-ປາມາ, ​ເຮັດໃຫ້ມີການຜ່ອນສັ້ນຜ່ອນຍາວ ຫລື ຕີຄໍເຂົ້າກັນແບບຜີບ້ານພ້ອມຜີປ່າ. .​ເກົາຫລີເປັນປະເທດອຸດສາຫະກຳທີ່ກ້າວໜ້າອັນດັບທີ 10 ຂອງໂລກ (ສະຖິຕິເມື່ອ 5 ປີຜ່ານມາ) ລາຍ​​ໄດ້ແຫ່ງລັດກາງຕໍ່ພາສີຈາກບໍລິສັດໃຫຍ່ໆ, ​ແຕ່ໃນຊຸມປີຫລັງມານີ້ ສັງຄົມເລີ່ເສື່ອມສັດທາຕໍ່ມາດຕະການຂອງ NTS ​ໃນການເກັບພາສີໃຫ້ໄດ້ຕາມລະດັບຄາດໝາຍເພາະມີຕົວຢ່າງຜີບ້ານພ້ອມຜີປ່າ” ​ໃຫ້ເຫັນຫລາຍກໍລະນີ ອັນໄດ້ເຮັດໃຫ້ມີພິລຸດຜິດປົກກະຕິໃນການເກັບພາສີຈາກ 100 ບໍລິສັດໃຫຍ່ໆທີ່ເປັນເປົ້າໝາຍ. ​ໃນຕົ້ນເດືອນສິງຫາປີ 2013, ພະນັກງານຂັ້ນນຳຂອງ NTS 2 ຄົນຖືກຈັບໄດ້ໄລ່ທັນວ່າຮັບສິນບົນຈາກບໍລິສັດ CJ Croup. ທ່ານ ຈູນກຸນຜິວ (Jeon Goonpyo) ປະທານ NTS ຖືກຫາວ່າຮັບສິນບົນມູນຄ່າ 300.000 ​ໂດລາສະຫະລັດແລະໂມງລາຄາແພງຈາກບໍລິສັດ CJ Croup ​ເພື່ອແລກກັບການເອື້ອອຳນວຍໃຫ້ທາງບໍລິສັດເວລາມີການກວດສອບເລື່ອງການເສຍພາສີ.

    ​ເລື່ອງທີສອງແມ່ນກ່ຽວກັບມາດຕະການເຫລັກທີ່ .​ເກົາຫລີ ພວມເອົາໃຈໃສ່ ກໍຄືການລົງໂທດບໍລິສັດ ຫລື ບຸກຄົນທີ່ລັກເຕັກໂນໂລຊີຂອງພາກສ່ວນເສດຖະກິດຂະໜາດນ້ອຍແລະ ຂະໜາດກາງ (SME) ​ເຊິ່ງ .​ເກົາຫລີໃຫ້ຄວາມສຳຄັນເປັນພິເສດໂດຍກຳນົດໂທດໄວ້ວ່າ ບຸກຄົນ ຫລື ບໍລິສັດໃດກໍຕາມທີ່ລັກ ຫລືເປີດເຜີຍຂໍ້ມູນກ່ຽວກັບເຕັກໂນໂລຊີຂອງ SME ຈະຕ້ອງໄດ້ທົດແທນ 3 ທົບຂອງມູນຄ່າຄວາມເສຍຫາຍ. ​ເຫດຜົນທີ່ຕ້ອງມີມາດຕະການເຫລັກເພື່ອປ້ອງກັນການຮົ່ວໄຫລຂອງຂໍ້ມູນກ່ຽວກັບເຕັກໂນໂລຊີຂອງ SME ກໍເພາະວ່າ SME ​ໄດ້ຮັບຜົນກະທົບອັນໜັກໜ່ວງຈາກການລັກລອບແລະ ຮົ່ວໄຫລຂອງເຕັກໂນໂລຊີນັບແຕ່ປີ 2012 ​ເປັນຕົ້ນມາ. ນອກຈາກນັ້ນ ຍັງມີຫລັກຖານຊີ້ໃຫ້ເຫັນວ່າ ບາງປະເທດໄດ້ລັກເຕັກໂນໂລຊີ SME ຂອງ .​ເກົາຫລີໄປນຳໃຊ້ການປັບໄໝສຳລັບການລັກເຕັກໂນໂລຊີ SME ລະຫວ່າງປະເທດຈະເພີ່ມຈາກ 100 ລ້ານວອນ (87.000 ​ໂດລາສະຫະລັດ) ​ເປັນ 1 ຕື້ວອນ, ຖ້າເປັນການລັກລອບຢູ່ພາຍໃນປະເທດການປັບໄໝຈະເພີ່ມຈາກ 50 ລ້ານວອນເປັນ 500 ລ້ານວອນ (​ເທົ່າກັບ 435.000 ​ໂດລາສະຫະລັດ).

No comments:

Post a Comment