Ad

Ad

20 May 2016

ລາວ​ຈະເຂົ້າ​ຮ່ວມ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງ​ທີ 11 ທີ່​ມາ​ເລ​ເຊຍ

          ວັນທີ 19 ພຶດສະພານີ້, ກະຊວງແຮງງານແລະ ສະຫວັດດີການສັງຄົມ, ​ໄດ້ຈັດການແຂ່ງຂັນສີມືແຮງງານ ລະດັບຊາດ ຄັ້ງທີ 2 ຂຶ້ນທີ່ສູນພັດທະນາສີມືແຮງງານເວດສະພົງ, ນະຄອນຫລວງວຽງຈັນ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ຄຳແພງໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມເພື່ອຄັດເລືອກເອົາຜູ້ມີສີມືດີເດ່ັນເຂົ້າຮ່ວມງານແຂ່ງຂັນສີສືແຮງງານອາຊຽນທີ່ຈະຈັດຂຶ້ນປະເທດມາເລ​​ເຊຍໃນເດືອນກັນຍານີ້.

          ທ່ານລັດຖະມົນຕີກະຊວງແຮງານແລະ ສະຫວັດດີການສັງຄົມ ກ່າວວ່າ: ການແຂ່ງຂັນດັ່ງ ກ່າວ ປະກອບມີ 9 ສາຂາຄື: ຊ່າງກໍ່, ຊ່າງໄມ້ເຄື່ອງເຮືອນ, ຊ່າງຕັດຫຍິບ ເຄື່ອງນຸ່ງແມ່ຍິງ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງປຸງແຕ່ງອາຫານ, ອອກແບບໜ້າເວບໄຊ, ຊ່າງຈອດ, ເຕັກໂນໂລຊີລົດຍົນ ແລະ ການອອກແບບກຣາຟິກ, ເຊິ່ງຈະມີຜູ້ເຂົ້າຮ່ວມແຂ່ງຂັນຈາກບັນດາປະເທດອາຊຽນເປັນຈຳນວນຫລາຍ, ເພື່ອ
ແນໃສ່ ຊຸກຍູ້, ສົ່ງເສີມ​ ​ແລະ ພັດທະນາສີມືແຮງງານໃຫ້ທຽບເທົ່າສາກົນ. ການແຂ່ງຂັນສີມືແຮງ ງານແມ່ນການແຂ່ງຂັນທາງດ້ານຄວາມຮູ້, ຄວາມສາມາດ, ສີມືແຮງງານຊ່າງເຕັກນິກ, ໂດຍປະຕິບັດຕາມຂັ້ນຕອນມີຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມ, ຊຶ່ງເປັນວຽກງານໜຶ່ງທີ່ນອນຢູ່ໃນວຽກງານ ການພັດທະນາຊັບພະຍາກອນມະນຸດ ຂອງລາວອີກດ້ວຍເພື່ອເປີດໂອກາດໃຫ້ຊາວໜຸ່ມ, ໄວ ໜຸ່ມ, ກຳມະກອນລາວບັນດາເຜົ່າໄດ້ສະແດງສີມືໃຫ້ສາກົນໄດ້ຮັບຮູ້ພ້ອມນີ້ ຍັງເປັນການປະຕິບັດພັນທະຂອງລາວໃນຖານະເປັນປະເທດສະມາຊິກອາຊຽນ, ພ້ອມທັງເປັນການສ້າງແຮງງານລາວໃຫ້ມີຄວາມຮູ້, ຄວາມສາມາດ, ພັດທະນາສີມືແຮງງານໃຫ້ໄດ້ມາດຕະຖານ, ມີຄຸນະພາບແລະ ຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການຂອງຕະຫລາດແຮງງານແລະແຜນພັດທະນາເສດຖະກິດ-ສັງຄົມເທື່ອລະກ້າວ.

No comments:

Post a Comment