Ad

Ad

20 May 2016

ນະຄອນຫລວງ​ແຈ້ງ​​ໃຫ້​ຜູ້​ປະກອບ​ການ​ຂົນ​ສົ່ງ​ຫລຸດ​ນ້ຳໜັກ​ລົງ 20% ຊ່ວງ​ໄລຍະລະດູຝົນ

          ພະແນໂຍທາທິການແລະ ຂົນສົ່ງນະຄອນຫລວງວຽງຈັນໄດ້ອອກແຈ້ງການໃນວັນທີ 19 ພຶດສະພານີ້ເຖິງສະມາຄົມລົດຂົນສົ່ງ, ຜູ້ປະກອບການ, ບໍລິສັດດຳເນີນທຸລະກິດຂົນສົ່ງໃນນະຄອນ ຫລວງວຽງຈັນໂດຍສະເພາະລົດບັນທຸກທີ່ແລ່ນຕາມເສັ້ນທາງດິນແດງ, ທາງທຳມະຊາດໃຫ້ຫລຸດ ຜ່ອນນ້ຳໜັກລວມຂອງລົດທີ່ບັນທຸກລົງ 20% ​ໃນຊ່ວງໄລຍະລະດູຝົນ, ກໍຄືແຕ່ເດືອນມິຖຸນາ-​ເດືອນພະຈິກ 2016 ​ພື່ອເປັນການປົກປັກຮັກສາທາງໃຫ້ມີອາຍຸນຳໃຊ້ໄດ້ຍາວນານແລະ ຮັບປະກັນໃຫ້ທຽວໄດ້ສອງລະດູ ທັງເປັນການປະຢັດງົບປະມານລັດໃນການກໍ່ສ້າງສ້ອມແປງເສັ້ນທາງອີກດ້ວຍ. ຖ້າລົດບັນທຸກຄັນໃດຫາກລະເມີດແຈ້ງການນີ້ເມື່ອເຈົ້າໜ້າທີ່ກວດພົບຈະຖືກຄ່ຽນຖ່າຍວັດຖຸທີ່ນ້ຳໜັກເກີນອອກແລະ ປັບໄໝຕາມລະບຽບການໂດຍມອບໃຫ້ໜ່ວຍງານຄຸ້ມຄອງລົດບັນທຸກໜັກຂອງພາກ ສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມງວດ.


           ທ່ານຫົວໜ້າພະແນໂຍທາທິການແລະ ຂົນສົ່ງນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເສັ້ນທາງເກີດການເປ່ເພຫລາຍໃນແຕ່ລະປີຜ່ານມາແມ່ນຍ້ອນໃນຊ່ວງລະດູຝົນຈະເຮັດໃຫ້ຫລາຍເສັ້ນທາງດິນແດງ, ທາງທຳມະຊາດມັກມີນ້ຳອັ່ງຂັງແລະເມື່ອລົດບັນທຸກໜັກຜ່ານໄປມາຫລາຍກໍຈະເຮັດໃຫ້ເສັ້ນທາງເປ່ເພໄດ້ງ່າຍແລະ ສ້າງຄວາມຫຍຸ້ງຍາກລຳບາກຕໍ່ການສັນຈອນຂອງສັງຄົມ. ສະນັ້ນ ຈຶ່ງຂໍໃຫ້ບັນດາຜູ້ປະກອບການຂົນສົ່ງຈົ່ງພ້ອມກັນປະຕິບັດຕາມແຈ້ງການດັ່ງກ່າວຢ່າງເຂັ້ມງວດດ້ວຍ.

No comments:

Post a Comment