Ad

Ad

12 August 2016

ພາສີດ່ານສາກົນແດນສະຫວັນ-ລາວບາວຍຶດໄມ້ລັກລອບອອກນອກປະເທດໄດ້ຈໍານວນຫລາຍ

            ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນແດນສະຫວັນ-ລາວບາວ, ແຂວງສະຫວັນນະເຂດ, ສາມາດຢຶດໄມ້ຜິດລະບຽບທີ່ຈະລັກລອບອອກນອກປະເທດໂດຍຜ່ານດ່ານດັ່ງກ່າວເປັນຈໍານວນຫລາຍ ຄື: ໃນວັນທີ 26 ກໍລະກົດຜ່ານມາ, ໄດ້ກວດລົດບັນທຸກສີນຄ້າປະເພດຜະລິດຕະພັນໄມ້ຂອງບໍລິສັດ ສຸລິຍະພາໄຊ ທີ່ຈະສົ່ງໄປຮ່ວມງານວາງສະແດງຢູ່ຕະຫລາດນັດສາກົນ ທີ່ຈັດຂຶ້ນຢູ່ນະຄອນດານັງ, ສສ ຫວຽດນາມ, ຊຶ່ງຜ່ານການກວດກາໄດ້ພົບເຫັນໄມ້ຜິດລະບຽບປະເພດໄມ້ຕີຕັບ, ປູດໄມ້ ແລະ ອື່ນໆຫລາຍລາຍການ ທີ່ບໍ່ນອນໃນລາຍການສິນຄ້າທີ່ຈະນໍາໄປວາງສະແດງ ລວມມີບໍລິມາດຫລາຍກວ່າ 9 ແມັດກ້ອນ, ຈຶ່ງໄດ້ກັນຕົວຜູ້ກະທໍາຜິດໄປສືບສວນ ແລະ ຢຶດໄມ້ໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ອີກກໍລະນີໜຶ່ງແມ່ນເກີດຂຶ້ນໃນວັນທີ 2 ສິງຫານີ້, ເຈົ້າໜ້າທີ່ພາສີດ່ານຊາຍແດນດັ່ງກ່າວໄດ້ກວດພົບໄມ້ຂະຍຸງຈໍາ
ນວນ 34 ທ່ອນ, ນໍ້າໜັກ 450 ກິໂລ ຊຸກ ເຊື່ອງມານໍາລົດໂດຍສານໝາຍເລກທະບຽນ ບກ 8929 ກໍາແພງນະຄອນ ທີ່ຈະເອົາອອກໄປນອກປະເທດແບບຜິດກົດໝາຍ, ຈຶ່ງໄດ້ຈັບຕົວຜູ້ກະທໍາຜິດ ແລະ ຢຶດໄມ້ດັ່ງກ່າວໄວ້ດໍາເນີນຄະດີຕາມລະ ບຽບກົດໝາຍເຊັ່ນກັນ ແລະ ຈາກສອງກໍລະນີນີ້, ຈຶ່ງຢັ້ງຢືນໃຫ້ເຫັນວ່າຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ຄຸ້ມຄອງການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບທໍາໃນທົ່ວປະເທດເວົ້າລວມ, ເວົ້າສະເພາະຢູ່ແຂວງສະຫວັນນະເຂດ.  

No comments:

Post a Comment