ໃບຂັບຂີ່ມັນມີຄວາມສຳຄັນເຊິ່ງບໍ່ສະເພາະແຕ່ສະແດງເຖິງຄວາມສັກສິດຂອງກົດໝາຍທີ່ມີແຕ່ຍັງເປັນສິ່ງຮັບປະກັນໃຫ້ຜູ້ຂັບຂີ່ມີທັກສະອັນແນ່ນອນເພື່ອຫລີກລ່ຽງອຸບັດເຫດຕ່າງໆ.
ຢູ່ຫລາຍປະເທດໂດຍສະເພາະຢູ່ບັນດາປະເທດທີ່ມີການບັງຄັບໃຊ້ກົດໝາຍທີ່ເຄັ່ງຂັດນັ້ນ, ການສອບເສັງເອົາໃບຂັບຂີ່ກໍບໍ່ແມ່ນເລື່ອງງ່າຍດາຍພໍປານໃດເຂົາເຈົ້າຕ້ອງຮຽນແລ້ວຮຽນອີກເພື່ອໃຫ້ເສັງຜ່ານຕາມມາດຕະຖານທີ່ວາງອອກເພາະຖືວ່າການຂັບຂີ່ເທິງທ້ອງຖະໜົນນັ້ນມັນກໍເປັນການຮັບຜິດ
ຊອບຕໍ່ສ່ວນລວມ,
ເຄົາລົບຕໍ່ລະບຽບການສັນຈອນຢ່າງເຄັ່ງຂັດ, ສິ່ງສຳຄັນກໍເພື່ອເພີ່ມທັກສະໃນການຂັບຂີ່ໃຫ້ມີຄວາມຊຳນິຊຳນານສາມາດຫລີກເວັ້ນຈາກອຸບັດເຫດທີ່ບໍ່ຈຳເປັນຕ່າງໆ.
ແຕ່ໃນຫລາຍປະເທດທີ່ກຳລັງພັດທະນານັ້ນການສອບເສັງເອົາໃບຂັບຂີ່ກໍເບິ່ງຄືວ່າ“ເຄັ່ງຂັດ”ແຕ່ “ບໍ່ເຄັ່ງຂັດ”ໝາຍວ່າຍັງເປີດຊ່ອງວ່າງທີ່ຈະເຮັດໃຫ້ບາງບຸກຄົນສາມາດມີໃບຂັບຂີ່ໄດ້ໂດຍປາສະ ຈາກການຮໍ່າຮຽນບົດຮຽນທັງພາກທິດສະດີແລະພາກປະຕິບັດຕົວຈິງນັ້ນເອງ, ອາດຈະເວົ້າຈະແຈ້ງຂຶ້ນຕື່ມກໍຄືການລະເລີຍວຽກງານຂອງເຈົ້າໜ້າທີ່ທີ່ຮັບຜິດຊອບດ້ວຍການຮັບສິນບົນ.
ປາກົດການດັ່ງກ່າວແມ່ນເກີດຂຶ້ນຢູ່ກັບຫລາຍປະເທດດັ່ງໝູ່ຂອງຜູ້ຂຽນຄົນກຳປູເຈຍເວົ້າສູ່ຟັງວ່າ“ຢູ່ປະເທດກຳປູເຈຍຖ້າບໍ່ຢາກເສຍເວລາໄປຮຽນຂັບລົດເພື່ອໄປເສັງເອົາໃບຂັບຂີ່ນັ້ນກໍມີແຕ່ກຽມກະເປົ໋າອ່າວຕຶ່ງໄວ້ເພື່ອເອົາເງິນຢັດໃຫ້ເຈົ້າໜ້າທີ່ທີ່ຮັບຜິດຊອບນັ້ນແລ້ວກໍມີແຕ່ນັ່ງຂາກ່າຍຫ້າງນັບມື້ທີ່ຈະໄດ້ໃບຂັບຂີ່ນັ້ນໂລດ”, ເລື່ອງລາວທີ່ໃກ້ຄຽງກັນນັ້ນໝູ່ຂອງຜູ້ຂຽນເອງທີ່ໄດ້ໄປລົງທະບຽນກຽມເສັງໄປຂັບຂີ່ຢູ່ນະຄອນຫລວງວຽງຈັນກໍຍັງເວົ້າສູ່ຟັງວ່າ“ຖ້າເຮົາບໍ່ຢາກເສັງຕົກກໍມີແຕ່ຈ່າຍກັນຕົກຫັ້ນແລ້ວ”. ມັນຈຶ່ງເປັນເລື່ອງຢາກຫົວວ່າເປັນຫຍັງເຮົາຈຶ່ງເວົ້າວ່າ“ຄ່າກັນເສັງຕົກ”ເພາະຫລາຍຄົນກໍຄິດວ່າຖ້າມີເງິນເສຍແລ້ວກໍບໍ່ໄດ້ຈຳເປັນຫຍັງທີ່ຈະໄປເສັງໃຫ້ມັນເມື່ອຍ.
ມັນມີຜົນກະທົບຫຍັງຖ້າໃຫ້ປາກົດການເຊັ່ນນີ້ສືບຕໍ່ໄປ? ແນ່ນອນຫລາຍຄົນກໍຄົງບໍ່ຕ້ອງການໄປຮຽນແລະເຂົ້າຮ່ວມສອບເສັງໃຫ້ເສຍເວລາມີແຕ່ຫາເງິນໄວ້ໃນຈຳນວນທີ່ຕ້ອງການແລ້ວກໍເອົາໄປຈ່າຍເພື່ອແລກກັບໃບຂັບຂີ່ນັ້ນກໍແລ້ວ.
ເມື່ອເປັນເຊັ່ນນັ້ນຢູ່ຕາມທ້ອງຖະໜົນເຮົາທີ່ມີລົດຫລາຍຂຶ້ນນັບມື້ນັ້ນກໍອາດຈະມີຜູ້ຂັບຂີ່ທີ່ມີໃບຂັບຂີ່ອັນຈອມປອມດ້ວຍຄ່າຂອງເງິນເທົ່ານັ້ນແຕ່ຂາດທັກສະທີ່ແນ່ນອນໃນການຂັບຂີ່, ຂາດຄວາມຮັບຮູ້ກ່ຽວກັບລະບຽບການສັນຈອນຕ່າງໆນັບທັງຄວາມໝາຍຂອງປ້າຍ, ສັນຍະລັກຕ່າງໆຕາມເສັ້ນທາງອັນນຳມາເຊິ່ງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງການຂັບຂີ່ແລະອຸບັດເຫດຕາມທ້ອງຖະໜົນນຳອີກ.
ແນ່ນອນແລ້ວວ່າອຸບັດເຫດທີ່ເກີດຂຶ້ນແຕ່ລະມື້ຢູ່ປະເທດເຮົາໂດຍສະເພາະຕົວເມືອງໃຫຍ່ນັ້ນກໍມີສາເຫດສຳຄັນຫລາຍອັນບໍ່ວ່າຈະເປັນຂັບຂີ່ເວລາມືນເມົາ, ລະເມີດກົດລະບຽບການສັນຈອນແຕ່ຜູ້ຂຽນກໍຍັງເຊື່ອວ່າສາເຫດສຳຄັນອີກອັນໜຶ່ງກໍແມ່ນການອອກໃບຂັບຂີ່ເຮົານີ້ລະ.
ດ້ວຍປັດຊະຍາຊີວິດແລະຈັນຍາທຳທັງໝົດທີ່ເຮົາມີນັ້ນເປັນຫຍັງຈຶ່ງຍອມໃຫ້ຜູ້ຂັບຂີ່ທີ່ໄຮ້ທັກສະແຕ່ມີໃບຂັບຂີ່ໄວ້ໃນຄອບຄອງ? ມັນເປັນເລື່ອງທີ່ອັນຕະລາຍຫລາຍທີ່ພວກເຮົາຍອມຮັບເງິນຈຳນວນສ່ວນໜ້ອຍເພື່ອແລກກັບຄວາມສູນເສຍອັນປະເມີນຄ່າບໍ່ໄດ້ຈາກການສູນເສຍຊີວິດແລະຊັບສິນໃນແຕ່ລະມື້ດ້ວຍອຸບັດເຫດທີ່ພວກເຮົາສາມາດປ້ອງກັນມັນໄດ້.
ເພາະສະນັ້ນ, ພວກເຮົາຄວນສຳນຶກໄວ້ສະເໝີວ່າການສູນເສຍຊີວິດຂອງພົນລະເມືອງຜູ້ໜຶ່ງຈາກອຸບັດເຫດມັນບໍ່ແມ່ນເລື່ອງນ້ອຍແຕ່ມັນໝາຍເຖິງຄວາມອ່ອນນ້ອຍຂອງລະບົບການຄຸ້ມຄອງພົນລະເມືອງທັງໝົດທີ່ເຮົາມີ, ໃນທ່າມກາງທີ່ພວກເຮົາຮູ້ວ່າຊີວິດພວກເຮົານັ້ນມັນມີຄ່າເກີນກວ່າທີ່ຈະປະເມີນໄດ້ແລະແມ່ນແຕ່ລົດໂອໂຕຄັນໜຶ່ງປະເທດເຮົາກໍຍັງບໍ່ສາມາດຜະລິດໄດ້ນັ້ນ,ພວກເຮົາຕ້ອງເລັ່ງແກ້ໄຂບັນຫາການເກີດອຸບັດເຫດໃນປະເທດເຮົາໃຫ້ຫລຸດລົງຢ່າງເລັ່ງດ່ວນ, ຄຽງຄູ່ກັບການຈັດການຕໍ່ບັນຫາອື່ນໆນັ້ນກໍຂໍໃຫ້ປັບປຸງເລື່ອງການອອກໃບຂັບຂີ່ນີ້ຢ່າງເຄັ່ງຂັດບໍ່ສະນັ້ນພວກເຮົາຈະໄດ້ໃຊ້ຄ່າເສຍຫາຍທີ່ເກີດຂຶ້ນຈາກໃບຂັບຂີ່ອັນຈອມປອມນີ້ເປັນຈຳນວນມະຫາສານ.
No comments:
Post a Comment