Ad

Ad

28 September 2016

ລະວັງພະຍຸເມກິ ພວມເຄື່ອນເຂົ້າມາລາວ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໄລຍະນີ້, ບໍລິເວນຄວາມກົດດັນອາກາດຕ່ຳຍັງຈະສືບຕໍ່ປົກຄຸມເຂດພາກເໜືອຫາພາກກາງຂອງລາວດ້ວຍກຳລັງອ່ອນຫາປານກາງ, ປ່ອງເຂົ້າສູ່ພະຍຸເຂດຮ້ອນເມກິ (MEGI) ຫົວທີ 13, ຊຶ່ງມີສູນກາງຢູ່ເສັ້ນຂະໜານທີ 21,1 ອົງສາເໜືອ ແລະ ເສັ້ນແວງທີ 126,9 ອົງສາຕາເວັນອອກ ພວມເຄື່ອນທີໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ຊຶ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ສ່ວນພາກເໜືອອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ. ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ
ທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກເໜືອດ້ານຕາເວັນຕົກ: ຍັງຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ; ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກກາງ: ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກໃຕ້: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຮ້ອນ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ.

No comments:

Post a Comment