Ad

Ad

28 September 2016

Shining Star Bueauty ຮ້ານເສີມຄວາມງາມທີ່ໜ້າສົນໃຈ

          ທ້າຍອາທິດຜ່ານມານີ້, ຮ້ານເສີມຄວາມງາມນ້ອງໃໝ່ໃນວຽງຈັນ Shining Star Bueauty, ໄດ້ຈັດພິທີເປີດຮ້ານຢ່າງເປັນທາງການ, ຢູ່ໂຮງແຮມລາວ ພລາຊາ ນະຄອນ ຫລວງວຽງຈັນ, ຊຶ່ງທ່ານນາງ ແສງດວງດາວ ສີພະໄຊ ເຈົ້າຂອງຮ້ານດັ່ງກ່າວໄດ້ນຳສະເໜີການເສີມຄວາມງາມແບບຄົບວົງຈອນທີ່ທັນສະໄໝ, ໂດຍນາຍຊ່າງມືອາຊີບທີ່ສາມາດເນລະ ມິດໃຫ້ຄົນທຳມະດາກາຍເປັນຄົນທີ່ງົດງາມດ້ວຍເຄື່ອງແຕ່ງກາຍຈາກຮ້ານເສີມຄວາມງາມແຫ່ງດັ່ງກ່າວໄດ້, ພ້ອມທັງໃຫ້ການເບິ່ງແຍງຢ່າງໃກ້ຊິດ ແລະ ໃຫ້ຄຳປຶກສາຄືກັບຄອບຄົວຕົວເອງ.

          ພາຍໃນງານຍັງມີການນຳສະເໜີຊົງຜົມ, ທີ່ເຮັດດ້ວຍເທັກໂນໂລຢີໃໝ່ໆ ຈາກຊ່າງຈັດແຕ່ງຊົງຜົມທີ່ມີຊື່ສຽງໂດ່ງດັງໃນປະເທດໄທ, ພ້ອມທັງການເຮັດສີຜົມແບບທັນສະໄໝ, ໂດຍທີມງານຜູ້ຈັດການຮ້ານເສີມຄວາມງາມທີ່ມີຊື່ສຽງ ແລະ ການນຳສະເໜີຊົງຜົມອອກງານທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນ ແລະ ໃນອະນາຄົດອີກດ້ວຍ.

          ເຈົ້າຂອງຮ້ານເສີມຄວາມງາມ Shining Star Bueauty ໃຫ້ຮູ້ວ່າ: ປັດຈຸບັນ ຮ້ານເສີມຄວາມງາມ ແມ່ນໄດ້ຮັບຄວາມນິຍົມກັນຢ່າງຫລວງຫລາຍ, ບໍ່ວ່າຈະເປັນການສະຜົມ, ຈັດແຕ່ງຊົງຜົມ, ແຕ່ງໜ້າເຈົ້າບ່າວ, ເຈົ້າສາວ, ນາງແບບ ແລະ ອື່ນໆ ດັ່ງນັ້ນ ຮ້ານເສີມຄວາມງາມຂອງພວກເຮົາ ເຫັນຄວາມຮຽກຮ້ອງຕ້ອງການດັ່ງກ່າວ ຈຶ່ງໄດ້ຕັດສິນໃຈເປີດໃຫ້ບໍລິການແບບຄົບວົງຈອນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງມວນຊົນໃຫ້ຝັນກາຍເປັນຈິງ, ຮ້ານຂອງພວກເຮົາຕັ້ງຢູ່ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ຮັບຮອງວ່າລູກຄ້າທີ່ເຂົ້າໄປໃຊ້ບໍລິການຈະພົບກັບຄວາມປະທັບໃຈຢ່າງແນ່ນອນ.

No comments:

Post a Comment