ຕາມນິຍາມຂອງທະນາຄານໂລກ
ທີ່ອະທິບາຍເຖິງຈີດີພີ,
ຊຶ່ງເຮົາຮັບຮູ້ກັນທົ່ວໄປວ່າລາຍຮັບສະເລ່ຍຕໍ່ຫົວຄົນແມ່ນຜະລິດຕະພັນລວມພາຍໃນຫລືລາຍຮັບຂອງປະເທດ
ຫລື ຂົງເຂດໃດໜຶ່ງ ແລ້ວເອົາມາສະເລ່ຍໃຫ້ປະຊາຊົນທັງໝົດ ທີ່ຢູ່ໃນຂົງເຂດ ຫລື ປະເທດນັ້ນ.
ຕົວຢ່າງ: ອີງຕາມຕົວເລກຂອງທະນາຄານໂລກ (WB)
ໃນປີ 2014, ໄດ້ກາຍເປັນເຄື່ອງວັດແທກຫລາຍຢ່າງ ບໍ່ວ່າທາງດ້ານເສດ ຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ຂອບເຂດທົ່ວໂລກ, ໂດຍທັງທີ່ຕົວເລກດັ່ງກ່າວນີ້ ຍັງບໍ່ໄດ້ເວົ້າເຖິງຄວາມເທົ່າທຽມຂອງຄົນໃນສັງຄົມ, ຄວາມຢູ່ດີກິນດີຂອງໝົດທຸກຄົນ, ຄວາມເສຍຫາຍທາງສິ່ງແວດລ້ອມ ແລະ ອື່ນໆ ເພາະສະນັ້ນ, ນັກຄົ້ນຄວ້າຫລາຍທ່ານຈຶ່ງສົງໃສວ່າ
ເຮັາຈະເອົາຕົວເລກດັ່ງກ່າວມາເປັນໄມ້
ຫລາວັດແທກຂອງເຮົາເຮັດຫຍັງ
ເພາະເຮົາຕ້ອງເຮັດທຸກຢ່າງ ເພື່ອໃຫ້ຕົວເລກນັ້ນສູງຂຶ້ນ ແລ້ວພວກເຮົາຮຽກກັນວ່າຜົນສຳເລັດຊຶ່ງມັນອາດບໍ່ແນ່ວ່າເຮົາອາດຈະຕົກເປັນເຫຍື່ອຂອງຄວາມສຳເລັດນັ້ນດ້ວຍຊ້ຳ.
ທ່ານ ໄມເຄີລ ກຣິນ (Machael Green) ນັກເສດຖະສາດທີ່ມີຊື່ສຽງ ຊາວສະຫະລັດ
ໄດ້ຍົກຕົວຢ່າງບັນດາປະເທດທີ່ລາຍຮັບສະເລ່ຍຕໍ່ຫົວຄົນສູງເຊັ່ນ: ສະຫະລັດອາເມລິກາ
ທີ່ມີລາຍຮັບສະເລ່ຍຕໍ່ຫົວຄົນ 40 ພັນກວ່າລ້ານໂດລາ ແຕ່ບັນຫາສັງຄົມພາຍໃນປະເທດ, ຄວາມບໍ່ເທົ່າທຽມກັນ ຍັງມີແຜ່ຫລາຍ, ສ່ວນທາງດ້ານ ສປ ຈີນ
ທີ່ມີອັດຕາການເຕີບໃຫຍ່ທາງດ້ານເສດຖະກິດສູງ ແຕ່ບັນດາສິ່ງ ແວດລ້ອມພາຍໃນປະເທດເຊັ່ນ: ມົນລະພິດທາງອາກາດ, ບັນຫາສຸຂະພາບເຊັ່ນ: ອາຫານປອມ ແລະ ອື່ນໆ ຍັງເປັນໄພຂົ່ມຂູ່ຊີວິດການເປັນຢູ່ທີ່ດີຂອງປະຊາຊົນ
ແລະ ອິນເດຍ ທີ່ເສດຖະກິດຂະຫຍາຍຕົວໄວ ແລະ ມີຮອດໂຄງການທາງດ້ານຍານອະວາກາດ
ແຕ່ປະຊາຊົນພາຍໃນປະເທດຫລາຍລ້ານຄົນພັດຍັງບໍ່ມີຫ້ອງນ້ຳໃຊ້ຊ້ຳ.
ກົງກັນຂ້າມ
ພວກເຮົາຍັງມີປະເທດທີ່ບໍ່ແລ່ນນຳເລື່ອງການເຕີບໃຫຍ່ທາງດ້ານເສດຖະກິດ ແຕ່ໃຫ້ບູລິມະສິດທາງດ້ານຄວາມກ້າວໜ້າຂອງສັງຄົມເຊັ່ນ:
ປະເທດຄອສຕາຣິກາ (Costa
Rica) ທີ່ລັດຖະບານຖືເອົາວຽກງານການສຶກສາ, ສຸຂະພາບ ແລະ ຄວາມຍືນຍົງຂອງສິ່ງລ້ອມ ມາເປັນບູລິມະສິດຕົ້ນຕໍ, ຜົນກໍຄືປະເທດດັ່ງກ່າວ
ໄດ້ຮັບຂະໜາມນາມວ່າເປັນປະເທດທີ່ມີຄວາມສຸກ ແລະ ດັດສະນີຄວາມຄືບໜ້າທາງສັງຄົມກໍສູງໃນໂລກ
ໂດຍທີ່ລາຍຮັບສະເລ່ຍ ເທົ່າກັບ ¼
ຂອງສະຫະລັດເທົ່ານັ້ນ.
ສິ່ງດັ່ງກ່າວສໍ່ໃຫ້ເຫັນວ່າ ພວກເຮົາບໍ່ແມ່ນຂ້ອຍຂ້າຂອງຈີດີພີ, ມັນຂຶ້ນກັບການເລືອກຂອງພວກເຮົາ, ບາງທີປະເທດນ້ອຍໆ ປະຊາກອນບໍ່ຫລາຍ
ແຕ່ມີຊັບພະຍາກອນອັນລົ້ນເຫລືອບໍ່ຈຳເປັນດອກທີ່ຈະດຶງເອົາໂຄງການໃຫຍ່ໆມາ
ເພື່ອເຮັດໃຫ້ໂຕເລກຂອງຈີດີພີສູງຂຶ້ນ,
ເພາະກະໂຕຈີດີພີນັ້ນ
ມັນນຳເອົາທັງຄວາມກ້າວໜ້າ ແລະ ຄ່າເສຍຫາຍທີ່ພວກເຮົາຕ້ອງຊົດໃຊ້ທີ່ບໍ່ຕ່ຳໄປກວ່າກັນ.
ສະນັ້ນ ເຮົາຄວນໃສ່ໃຈໃນບຸລະມະສິດ ທີ່ຈະເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນແທ້ທດີກວ່າ.
ເມື່ອເປັນເຊັ່ນນັ້ນ, ຈຶ່ງມີຄຳຖາມວ່າ ເຮົາຈະເອົາຈີດີພີນີ້ບໍ່ມາເປັນໄມ້ຫລາວັດແທກຄວາມກ້າວໜ້າພວກເຮົາ
ຫລື ເຮົາຈະເອົາຄວາມກ້າວໜ້າທາງດ້ານການພັດະທນາສັງຄົມຫລາຍກວ່າ, ເລື່ອງຂອງດັດສະນີຂອງຄວາມກ້າວໜ້າທາງສັງຄົມນັ້ນ
ມີສາມຄຳຖາມທີ່ເປັນພື້ນຖານຄື: 1 ແຕ່ລະຄົນພາຍໃນປະເທດໄດ້ຮັບຄວາມຕ້ອງການພື້ນຖານ
ເພື່ອໃຫ້ມີຊີວິດຢູ່ລອດບໍ່ເຊັ່ນ: ອາຫານ,
ນ້ຳ, ທີ່ພັກພາອາໄສ,
ມີຄວາມປອດໄພ? 2,
ແຕ່ລະຄົນພາຍໃນປະເທດໄດ້ຮັບໂອກາດໃນການສ້າງຊີວິດສ່ວນຕົວ
ແລະ ສັງຄົມໃຫ້ດີຂຶ້ນບໍ່ເຊັ່ນການສຶກສາ,
ຂໍ້ມູນ-ຂ່າວສານ, ສຸຂະພາບ ແລະ ຄວາມຍືນຍົງຂອງສິ່ງ ແວດລ້ອມ?
ແລະ 3.
ແຕ່ລະຄົນໄດ້ຮັບໂອກາດໃນການປັບປຸງຊີວິດຂອງຕົນ ໂດຍຜ່ານການມີສິດທິພື້ນຖານໃນການເລືອກ, ປາສະຈາກການຈຳແນກໃນສັງຄົມ ແລະ
ສາມາດເຂົ້າສູ່ຄັງຄວາມຮູ້ທີ່ກ້າວໜ້າຂອງໂລກບໍ່?
ແນ່ນອນແລ້ວ ບັນດາຄຳຖາມຂ້າງເທິງນັ້ນ
ມັນອາດບໍ່ຫລາຍແລ້ວ ແລະ ບໍ່ຍາວ ທັງເຂົ້າໃຈເນື້ອໃນໄດ້ດີ ແຕ່ການຫາຄຳຕອບນັ້ນ
ມັນບໍ່ແມ່ນວ່າມື້ໜຶ່ງຍາມດຽວ,
ບໍ່ແມ່ນວ່າມີແຕ່ໃຜຜູ້ໜຶ່ງ
ແຕ່ມັນຂຶ້ນກັບການເລືອກຂອງເຮົາໝົດທຸກຄົນ ໂດຍເຫັນຄວາມຈຳເປັນແທ້ໆ
ແທນທີ່ຈະໄລ່ຕາມຄວາມເຫີ່ເຫີມນຳສິ່ງທີ່ບໍ່ແນ່ນອນນັ້ນ.
No comments:
Post a Comment