Ad

Ad

27 September 2016

ນາຍົກລັດຖະມົນຕີກ່າວປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 71

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວປາໄສໃນພາກອະທິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາ ຊາດສະໄໝທີ 71 ໃນຕອນບ່າຍວັນທີ 23 ກັນຍາ 2016 ທີ່ນະ ຄອນນີວຢອກ, ສະຫະລັດອາເມລິກາ, ເຊິ່ງມີເນື້ອໃນດັ່ງນີ້:
ໃນນາມຄະນະຜູ້ແທນແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ມາຍັງທ່ານ ປີເຕີ ທອມສັນ ທີ່ໄດ້ຮັບເລືອກຕັ້ງເປັນປະ ທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 71. ດ້ວຍປະສົບການຂອງທ່ານ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ທ່ານຈະສາມາດນຳພາກອງປະຊຸມດ້ວຍຜົນສຳເລັດອັນຈົບງາມ. ພວກຂ້າພະເຈົ້າ ພ້ອມທີ່ຈະໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ເປັນ
ປະທານຂອງທ່ານ. ພ້ອມກັນນີ້, ຂ້າພະເຈົ້າກໍ່ຂໍຊົມເຊີຍທ່ານ ໂມເກີນ ລີກກີຕ໊ອບ ທີ່ໄດ້ປະຕິບັດໜ້າທີ່ເປັນປະທານກອງປະຊຸມສະມັດຊາໃຫຍ່ສະໄໝຜ່ານມາດ້ວຍຜົນສຳເລັດເປັນຢ່າງດີ.   
ພ້ອມດຽວກັນນີ້, ຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມຊົມເຊີຍທ່ານເລຂາທິການໃຫຍ່ ບັນ ກີ ມູນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ໂດຍບໍ່ຮູ້ອິດຮູ້ເມື່ອຍ ເພື່ອພາລະກິດ ແລະ ເປົ້າໝາຍຂອງອົງການສະຫະປະຊາຊາດຢ່າງມີຜົນສຳເລັດໃນຫລາຍໆດ້ານຕະຫລອດໄລຍະທົດສະວັດທີ່ຜ່ານມາ. ປັດຈຸບັນ, ວົງຄະນາຍາດສາກົນສືບຕໍ່ມີຄວາມເປັນຫ່ວງຕໍ່ບັນດາສິ່ງທ້າທາຍ ແລະ ສະພາບການທີ່ເກີດຂຶ້ນໃນພາກພື້ນຕ່າງໆຂອງໂລກ ເປັນຕົ້ນ: ລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງສືບຕໍ່ຂົ່ມຂູ່ສັນຕິພາບ ແລະ ຄວາມໝັ້ນຄົງພາກພື້ນ ແລະ ສກົນ, ຄວາມທຸກຍາກຍັງກວມເອົາ 800 ລ້ານກວ່າຄົນໃນທົ່ວໂລກ, ໄພພິບັດທໍາມະຊາດລວມທັງການປ່ຽນແປງຂອງດິນຟ້າອາກາດ ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດ ແລະ ສັງຄົມໃນທົ່ວໂລກ ແລະ ບັນຫາອື່ນໆ. ພ້ອມດຽວກັນນີ້, ເສດຖະກິດໂລກຍັງມີຄວາມບອບບາງ ແລະຂະຫຍາຍຕົວດ້ວຍຈັງຫວະຊ້າ.
          ຕໍ່ໜ້າສະພາບການດັ່ງກ່າວນີ້, ໃນໄລຍະຜ່ານມາວົງຄະນາຍາດສາກົນ ກໍໄດ້ໃຊ້ຄວາມພະຍາຍາມຮ່ວມກັນເພື່ອຮັບມື ແລະ ແກ້ໄຂສິ່ງທ້າທາຍເຫລົ່ານີ້ ໂດຍການຮັບຮອງເອົາມາດຕະການ ແລະ ກົນໄກຫລາຍຢ່າງລວມທັງຂອບການຮ່ວມມື ເຊັ່ນ: ແຜນດຳເນີນງານເຊັນໄດກ່ຽວກັບການຫລຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2030, ວາລະການດຳເນີນງານອາດີສອາເບບາ ກ່ຽວກັບການສະໜອງທຶນເພື່ອການພັດທະນາ, ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ສັນຍາປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ແລະ ແຜນດຳເນີນງານສະເພາະຂອງກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ. ສະນັ້ນ, ຂ້າພະເຈົ້າເຫັນວ່າສິ່ງທີ່ສຳຄັນທີ່ສຸດແມ່ນພວກເຮົາຈະຕ້ອງມີຄວາມເດັດ ດ່ຽວຜັນຂະຫຍາຍຄວາມໝາຍໝັ້ນທາງການເມືອງຂອງພວກເຮົາ ໃຫ້ເປັນຮູບປະທຳພ້ອມທັງເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຮັບມືແກ້ໄຂສິ່ງທ້າທາຍຕ່າງໆໃຫ້ໄດ້. ພວກເຮົາຕ້ອງສືບຕໍ່ຢຶດໝັ້ນບັນດາຫລັກການພື້ນຖານຂອງອົງການ ສປຊ ໃນການແກ້ໄຂບັນຫາຕ່າງໆຂອງພາກພື້ນ ແລະ ສາກົນດ້ວຍສັນຕິວິທີພ້ອມທັງສົ່ງເສີມການຮ່ວມມືເພື່ອການພັດທະນາ ໂດຍສຸມໃສ່ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ອົງການ ສປຊ ກໍຄວນໄດ້ຮັບການປັບປຸງດ້ານກົນໄກ ແລະ ແບບແຜນວິທີເຮັດວຽກຂອງຕົນເພື່ອໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ.
          ພາກພື້ນອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ມີສັນຕິພາບ ແລະ ສະຖຽນລະພາບອັນເປັນເງື່ອນໄຂພື້ນຖານທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນພາກພື້ນ ກໍຄືການເສີມຂະຫຍາຍການຮ່ວມມືພາກພື້ນ ທີ່ໄດ້ກ້າວເຂົ້າສູ່ສັງກາດໃໝ່ ແຫ່ງການເປັນປະຊາຄົມອາຊຽນ ນັບແຕ່ວັນທີ 31 ທັນວາ 2015 ແລະ ການຮັດແໜ້ນການຮ່ວມມື ລະຫວ່າງອາຊຽນ ກັບພາຍນອກ ແນໃສ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າຕາມວິໄສທັດປະຊາຄົມອາຊຽນ 2025 ໂດຍຜ່ານບັນດາກົນໄກການຮ່ວມມືທີ່ອາຊຽນລິເລີ້ມຂຶ້ນ. ພວກຂ້າພະເຈົ້າຫວັງວ່າ ວົງຄະນາຍາດສາກົນ ໂດຍສະເພາະຄູ່ເຈລະຈາກໍຄືຄູ່ຮ່ວມພາຍນອກຕ່າງໆຂອງອາຊຽນ ຈະສືບຕໍ່ສະໜັບສະໜູນອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນ.
          ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດທີ່ໄດ້ເປັນປະທານໝູນວຽນຂອງອາຊຽນ ໃນປີ 2016, ເຊິ່ງເປັນປີທຳອິດຂອງການເປັນປະຊາຄົມອາຊຽນ ແລະ ໄດ້ວາງຄໍາຂວັນ ຫັນວິໄສທັດ ໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຫາກໍ່ສຳເລັດລົງໃນຕົ້ນເດືອນກັນຍານີ້ ໄດ້ຮັບຮອງເອົາເອກະສານສຳຄັນຫລາຍອັນ ທີ່ພົວພັນເຖີງການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ. ທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ໃນໂອກາດນີ້, ສປປ ລາວ ຂໍຂອບໃຈຢ່າງຈິງໃຈຕໍ່ວົງຄະນາຍາດສາກົນ ໂດຍສະເພາະປະເທດສະມາຊິກອາຊຽນແລະ ຄູ່ເຈລະຈາຂອງອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້. 
ປີ 2016 ເປັນປີທຳອິດຂອງການຈັດຕັ້ງປະຕິບັດວາລະ 2030 ລວມທັງເປົ້າໝາຍການພັດທະນາແບບຍືນຍົງ. ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍມາຍັງທ່ານປະທານ ທີ່ໄດ້ເລືອກເອົາຫົວຂໍ້ກອງປະຊຸມສະມັດຊາໃຫຍ່ອົງການສປຊສະໄໝທີ 71 ຄື: "ເປົ້າໝາຍການພັດທະນາແບບຍືນຍົງ: ເພີ້ມທະວີຄວາມພະຍາຍາມຂອງສາກົນເພື່ອຫັນປ່ຽນໂລກຂອງພວກເຮົາ", ເຊິ່ງເປັນຫົວຂໍ້ແທດເໝາະກັບສະພາບຄວາມເປັນຈິງ. ຂ້າພະເຈົ້າເຫັນວ່າພວກເຮົາຕ້ອງສ້າງຄວາມເຂົ້າໃຈຢ່າງກ້ວາງຂວາງ ແລະ ເລີກເຊິ່ງໃນລະດັບຊາດ, ພາກພື້ນ ແລະ ສາກົນ ເພື່ອເຊື່ອມສານເອົາບັນດາເປົ້າໝາຍເຫລົ່ານັ້ນ ເຂົ້າໃນແຜນການພັດທະນາແຫ່ງຊາດຂອງຕົນ ພ້ອມທັງຂົນຂວາຍທຶນຮອນຈາກແຫລ່ງຕ່າງໆເຂົ້າໃນການຈັດຕັ້ງປະຕິບັດວາລະດັ່ງກ່າວ ໃຫ້ເກີດຜົນຢ່າງເປັນຮູບປະທໍາ. ໃນຂະນະດຽວກັນ, ພວກເຮົາກໍຕ້ອງຮັບປະກັນໃຫ້ມີສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ເຊິ່ງອັນນີ້ແມ່ນຄວາມມຸ້ງມາດປາດຖະໜາຮ່ວມກັນຂອງມວນມະນຸດໃນທົ່ວໂລກ ພ້ອມທັງສອດຄ່ອງກັບຈຸດປະ ສົງ ແລະ ເປົ້າໝາຍ ຂອງການສ້າງຕັ້ງອົງການ ສະຫະປະຊາຊາດ ນັ້ນກໍຄື ສັນຕິພາບ, ມິດຕະພາບ ແລະ ມີການຮ່ວມມືເພື່ອການພັດທະນາ ແນໃສ່ເຮັດໃຫ້ມວນມະນຸດ ດຳລົງຊີວິດຢູ່ຢ່າງມີຄວາມຜາສຸກ ແລະ ມີກຽດສັກສີ.
ສຳລັບ ສປປ ລາວ, ໃນຕົ້ນປີນີ້ກໍໄດ້ມີການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ເຊິ່ງໄດ້ຮັບຮອງເອົາຄະນະລັດຖະບານຊຸດໃໝ່ ທີ່ໄດ້ສືບຕໍ່ເສີມຂະຫຍາຍນະໂຍບາຍການພັດທະນາປະເທດຊາດ ແລະໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020)ກໍຄືແຜນຍຸດທະສາດການພັດທະນາ2025 ແລະ ວິໄສທັດ 2030. ລັດຖະບານສປປລາວ ຖືວ່າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແມ່ນພັນທະສາກົນຂອງຕົນ, ເຊິ່ງບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງເທົ່ານັ້ນ ແຕ່ຍັງຈະນຳຜົນປະໂຫຍດດ້ານການພັດທະນາມາສູ່ສປປ ລາວ. ສະນັ້ນ, ເພື່ອຈຸດ ປະສົງດັ່ງກ່າວ, ລັດຖະບານພວກຂ້າພະເຈົ້າ ຈະຕ້ອງສຸມໃສ່ການບັນລຸເປົ້າໝາຍຕ່າງໆຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII, ແຜນຍຸດທະສາດການພັດທະນາ2025 ແລະ ວິໄສທັດ 2030 ຂອງຕົນ ເຊັ່ນ: ການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຮັກສາການຂະຫຍາຍຕົວດ້ານເສດຖະກິດ ແລະ ຫລຸດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງຕໍ່ເນື່ອງ, ຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ອື່ນໆ. ນອກຈາກຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນແລ້ວ, ລັດຖະບານລາວ ຍັງໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງທີ 18 ໄດ້ແກ່: "ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ", ເຊິ່ງຂ້າພະເຈົ້າພ້ອມດ້ວຍ ທ່ານເລຂາທິການໃຫຍ່ ບັນກີມູນ ໄດ້ຮ່ວມກັນປະກາດໃນວັນທີ 7 ກັນຍາ ທີ່ຜ່ານມານີ້ ຢູ່ນະຄອນຫລວງວຽງຈັນ, ສປປ ລາວ. ເປົ້າໝາຍດັ່ງກ່າວນີ້ ແມ່ນແນໃສ່ຮັບປະກັນການເກັບກູ້ລະເບີດບໍ່ທັນແຕກ ໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ໃນເຂດທີ່ໄດ້ຮັບຜົນກະທົບ ແລະ ບ່ອນມີຄົນທຸກຍາກຢູ່ຫລາຍທີ່ສຸດພາຍໃນປີ 2030, ຫລຸດຜ່ອນຈຳນວນຜູ້ບາດເຈັບຈາກລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ. ສປປ ລາວ ເປັນປະເທດດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດທະເລຍັງປະເຊີນກັບສິ່ງທ້າທາຍ ແລະ ຂໍ້ຈຳກັດຫລາຍຢ່າງໃນການພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກວົງຄະນາຍາດສາກົນ.ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງຂອງລັດຖະບານລາວ ບວກກັບການຮ່ວມມື ແລະ ຊ່ວຍເຫລືອທີ່ສະເໝີຕົ້ນສະເໝີປາຍຂອງວົງຄະນາຍາດສາກົນ, ພວກຂ້າພະເຈົ້າຈະສາມາດບັນລຸເປົ້າໝາຍເຫລົ່ານີ້ໄດ້.
          ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ ທີ່ເກີດຖີ່ຂຶ້ນ ແລະ ຮຸນແຮງຂຶ້ນເລື້ອຍໆຢູ່ໃນພາກພື້ນຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການພັດທະນາປະເທດ ກໍຄືຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ, ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫລວງທີ່ບໍ່ມີປະເທດໃດໃນໂລກ ສາມາດແກ້ໄຂໄດ້ໂດຍລຳພັງ. ໂດຍເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ, ລັດຖະບານລາວ ຈຶ່ງໄດ້ເຂົ້າເປັນພາຄີສັນຍາປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າສັນຍາດັ່ງກ່າວ ຈະມີຜົນບັງຄັບໃຊ້ພາຍໃນປີນີ້ ແລະ ຖືກນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ສຳລັບ ສປປລາວ, ລັດຖະບານ ໄດ້ສະເໜີບົດລາຍງານແຫ່ງຊາດ ໃນການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ພ້ອມທັງໄດ້ເຊື່ອມສານເອົາບັນຫາການປ່ຽນແປງດິນຟ້າອາກາດ, ການຫລຸດຜ່ອນຄວາມສ່ຽງ ແລະ ການຄວບຄຸມໄພພິບັດທຳມະຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຕົນ.
          ບົດຮຽນໃນຜ່ານມາໄດ້ຊີ້ໃຫ້ເຫັນວ່າ ການນຳໃຊ້ກຳລັງອາວຸດເພື່ອແກ້ໄຂບັນຫາ ທີ່ເກີດຂຶ້ນໃນຫລາຍພາກພື້ນຂອງໂລກ ມີແຕ່ຈະນຳເອົາຄວາມຫາຍະນະອັນໃຫຍ່ຫລວງມາສູ່ມວນມະນຸດ ເຊັ່ນ: ການສູນເສຍຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍ, ເຮັດໃຫ້ມີຄວາມທຸກຍາກ ແລະ ໄພອຶດ  ຫິວ ແລະ ຜົນກະທົບອື່ນໆ ອັນໄດ້ນຳໄປສູ່ການແຜ່ຂະຫຍາຍ ຂອງອາຊະຍາກຳ ແລະ ການກໍ່ການຮ້າຍຕ່າງໆ. ສະນັ້ນ, ສປປ ລາວ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ຈົ່ງພ້ອມກັນຍົກສູງເຈດຕະນາລົມທາງການເມືອງ ທີ່ຈະແກ້ໄຂບັນດາຂໍ້ຂັດແຍ່ງຢູ່ພາກພື້ນຕ່າງໆ ໂດຍສັນຕິວິທີ, ເຊິ່ງ ສປປ ລາວ ສະໜັບສະໜູນວິທີການແກ້ໄຂທາງສັນຕິນີ້ຢ່າງສະເໝີຕົ້ນສະເໝີປາຍຕະຫລອດມາ.
ສປປ ລາວ ຍາມໃດກໍຫວັງວ່າ ບັນຫາປາແລັດສະຕິນ ຈະໄດ້ຮັບການແກ້ໄຂດ້ວຍສັນຕິວິທີໂດຍຝ່າຍທີ່ກ່ຽວຂ້ອງ ເພື່ອບັນລຸການສ້າງຕັ້ງສອງລັດ ປາແລັດສະຕິນ ແລະ ອິດສະລາແອນ ດຳລົງຄົງຢູ່ຮ່ວມກັນຢ່າງສັນຕິ.
ສປປ ລາວ ຊົມເຊີຍການຟື້ນຟູສາຍພົວພັນການທູດ ລະຫວ່າງສະຫະລັດອາເມລິກາ ແລະ ສາທາລະນະລັດ ກູບາ ແລະ ຫວັງຢ່າງຍິ່ງວ່າ ການຟື້ນຟູສາຍພົວພັນດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຈະນຳໄປສູ່ການຍົກເລີກການຂວ້ຳບາດຕ່າງໆຕໍ່ສາທາລະນະລັດ ກູບາ ໃນອະນາຄົດອັນໃກ້ນີ້.

ທ້າຍສຸດນີ້, ຂ້າພະເຈົ້າຂໍຢ້ຳວ່າ ອົງການສະຫະປະຊາຊາດ ຕ້ອງເພີ້ມທະວີຄວາມເຂັ້ມແຂງ, ຄວາມສັກສິດ ໃນການແກ້ໄຂບັນຫາສໍາຄັນຂອງໂລກ. ປະເທດສະມາຊິກ ສປຊ ຄວນໃຫ້ການຮ່ວມມືຢ່າງເຕັມສ່ວນ, ຄວນປະຕິບັດພັນທະສາກົນ ເພື່ອການແກ້ໄຂບັນຫາກວມໂລກ ໂດຍສະເພາະການຈັດ ຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິຜົນ ແລະ ທັນການ. ສປປ ລາວ ຢືນຢັນເຈດຕະນາລົມ ແລະ  ຄວາມໝາຍອັນອັນແຮງກ້າຂອງຕົນ ທີ່ຈະສືບຕໍ່ຮ່ວມມືຢ່າງເຕັມສ່ວນກັບວົງຄະນາຍາດສາກົນ ໃນການສ້າງໂລກ ໃຫ້ມີຄວາມສະຫງົບ, ມີສັນຕິພາບ, ເປັນທຳ ແລະ ຄວາມວັດທະນາຖາວອນ. 

No comments:

Post a Comment