#
ວິເສດ ສະແຫວງສຶກສາ
ເຄີຍອ່ານພົບສະຖິຕິຫລາຍຕໍ່ຫລາຍທີ່ບອກວ່າ:
ແຕ່ລະປີຄົນທີ່ເສຍຊີວິດໃນທົ່ວໂລກຍ້ອນອຸປະຕິເຫດທາງຖະໜົນນັ້ນມີຈຳນວນລື່ນການເສຍຊີວິດຍ້ອນພະຍາດບາດເຍົາອື່ນໆລວມເຂົ້າກັນຫລາຍທົບເທົ່າ.
ຢູ່ລາວເຮົາ ແຕ່ລະປີຈຳນວນຄົນເສຍຊີວິດຍ້ອນອຸປະຕິເຫດທາງຖະໜົນນັ້ນທຽບໄດ້ກັບຈຳນວນປະຊາ ຊົນໃນບ້ານຂະໜາດກາງ.
ສາເຫດທີ່ພາໃຫ້ເກີດອຸປະຕິເຫດພວກເຮົາມັກຖິ້ມໂທດໃສ່ການລະເມີດກົດຈະລາຈອນ, ສະພາບຖະໜົນຫົນທາງ ກໍຄືສະພາບເຕັກນິກຍານພາຫະນະບໍ່ໄດ້ມາດຕະ ຖານ, ແຕ່ເຫດ ຜົນພູດໃຫຍ່ໆສຸດກໍແມ່ນຍ້ອນເມົາແລ້ວຂັບ
ຈົນມີຄົນຕ້ອງການຕັ້ງຄຳຂວັນເຕືອນສະຕິໃໝ່ວ່າ “ເມົາແລ້ວຂັບ
ດັບກາງທາງ” ແລະ ຄຳເຕືອນທີ່ໜ້າຢ້ານອີກຄື “ຂັບຕອນເມົາ ໄດ້ເຝົ້າປ່າຊ້າ”. ຄຳເຕືອນທີ່ຟັງມ່ວນຫູແຕ່ມີຄວາມໝາຍເຖິງຕາຍຄືກັນເວົ້າວ່າ
“ຂັບດີໄດ້ພວງມາໄລ ຂັບຈັ່ງໄຮໄດ້ພວງມາລາ”.
ຍ້ອນວ່າພິດເຫລົ້າເປັນກົກເຄົ້າເຫງົ້າກໍກໍ່ໃຫ້ເກີດອຸປະຕິເຫດກາງຖະໜົນຫລາຍ.
ດັ່ງນັ້ນ ປະເທດຕ່າງໆຈຶ່ງເອົາໃຈໃສ່ແກ້ໄຂບັນຫາເຫລົ້າກັບການຂັບລົດ. ຢູ່ຫວຽດນາມ, ຜູ້ຂຽນເຄີຍອ່ານພົບວ່າ ໄດ້ມີໜ່ວຍງານອາສາສະໝັກ ເພື່ອຊ່ວຍສົ່ງພວກຂີ້ເມົາກັບເຮືອນ
ເພາະຈະສ່ຽງຖ້າປ່ອຍໃຫ້ຂັບລົດເມືອເອງ. ຂ່າວບອກວ່າ:
ໜ່ວຍງານນີ້ມີການປະສານງານກັບບາເຄື່ອງດື່ມ ແລະ ຮ້ານອາຫານຕ່າງໆ
ເພື່ອກຳໄດ້ຈຳນວນຜູ້ທີ່ດື່ມຈົນໝົດຄວາມສາມາດຈະຂັບລົດເອງ.
ບັນຫານຳຄົນຂີ້ເຫລົ້າສົ່ງເຮືອນນີ້ມັນບໍ່ງ່າຍພໍປານໃດ ເພາະເມົາເທົ່າໃດພວກນີ້ແຮງມັກອ້າງວ່າໂຕບໍ່ເມົາ…
ຍັງຂັບລົດໄດ້ສະບາຍ !!.
ຂ່າວນີ້ອອກມາດົນແລ້ວຄິດວ່າປານນີ້ໜ່ວຍງານຊ່ວຍຊີວິດຄົນເມົາກັບເຮືອນຄົງໄປໄດ້ໄກແລ້ວ.
ອີກຂ່າວໜຶ່ງທີ່ອ່ານພົບຢູ່ວຽງຈັນທາມ (Vientiane Times) ສະບັບວັນທີ
24 ເດືອນມິຖຸນາ 2014 ທີ່ບອກວ່າ:
ໃນເດືອນຕົ້ນປີ 2014 ນະຄອນຫລວງຮ່າໂນ້ຍໄດ້ປັບປຸງລະບົບຄວາມປອດໄພໃນການໃຊ້ລົດໃຊ້ຖະໜົນ
ໂດຍການຕິດຕັ້ງໄຟອຳນາດຢູ່ບັນດາຈຸດສ່ຽງ. ນອກນັ້ນ
ຍັງໄດ້ຕິດປ້າຍເຕືອນບໍ່ໃຫ້ຂັບຂີ່ໄວເກີນກຳນົດຈຳນວນ 300 ປ້າຍ,
ແຕ່ຕິດໃຈແຮງແມ່ນການສ້າງຈຸດທາງເປັນຄື້ນກວ່າ 200 ຈຸດ (Speed bump) ເພື່ອວ່າເວລາຕີນລົດຢຽບຄື້ນກໍຈະເກີດສຽງດັງຕຶດໆໆໆເຕືອນສະຕິຜູ້ຂັບ
ທັງຊ່ວຍຫລຸດຄວາມໄວລົງ.
ຜູ້ຂຽນຢາກໃຫ້ນະຄອນຫລວງພວກເຮົາມີຈຸດທີ່ເປັນຄື້ນຫລາຍຕື່ມຢູ່ບ່ອນທີ່ມີຄວາມສ່ຽງເກີດອຸປະຕິເຫດສູງ.
ຢູ່ ສປ ຈີນ ນັ້ນ, ຜ່ານການສຳຫລວດຜູ້ຂັບຂີ່ຫລາຍເຖິງ 1.083
ຄົນ ໃນປີ 2014 ແລະ ພົບວ່າໃນຈຳນວນຜູ້ຂັບຂີ່ 10
ຄົນໃດມີ 1 ຄົນເຄີຍຂັບລົດພາຍຫລັງດື່ມນ້ຳເມົາມາແລ້ວ
ແລະ 34% ບອກວ່າ ເຄີຍມີກໍລະນີຫລັບໃນເວລາຂັບລົດ. ໃນປີ 2011,
ສປ ຈີນ ໄດ້ຍົກລະດັບໂທດ “ເມົາແລ້ວຂັບ” ໃຫ້ເປັນໂທດອາຍາໃນກົດໝາຍອາຍາສະບັບປັບປຸງ, ແຕ່ນັ້ນມາປາກົດວ່າອຸປະຕິເຫດຈາກສະພາບ
“ເມົາແລ້ວຂັບ” ຫລຸດລົງເຖິງ 25%,
ສ່ວນການຕາຍ ແລະ ບາດເຈັບຍ້ອນສາເຫດດັ່ງກ່າວຫລຸດລົງເກືອບ 40% ອັນນີ້ແມ່ນສະຖິຕິນັບແຕ່ມື້ປະກາດໃຊ້ກົດໝາຍອາຍາສະບັບປັບປຸງຫາປີ 2014.
ຢູ່ສາທາລະນະເຊັກ (ແຕ່ກ່ອນເຊັກກັບສະໂລວັກໂຮມເປັນປະເທດດຽວເອີ້ນວ່າ
ເຊັກໂກສະໂລວາກີ) ນັ້ນ, ບັນຫາການດື່ມເຫລົ້າໄດ້ກາຍເປັນສິ່ງທ້າທາຍໃຫຍ່.
ສະຖິຕິເມື່ອ 4 ປີກ່ອນບອກວ່າ
ໂດຍສະເລ່ຍແລ້ວຄົນເຊັກຜູ້ໜຶ່ງດື່ມເຫລົ້າຈຳນວນ 9,9 ລິດຕໍ່ປີ
ເປັນໜຶ່ງໃນບັນດາປະເທດແຖວໜ້າເລື່ອງດື່ມເຫລົ້າ. ເດັກທີ່ດື່ມເຫລົ້າຕອນມີອາຍຸ 16
ປີນັ້ນຫລາຍກວ່າເດັກໃນເກນອາຍຸດຽວກັນຢູ່ປະເທດອື່ນໆ.
ພູດຄວາມຕາຍຈາກພິດເຫລົ້າຢູ່ປະເທດເຊັກນັ້ນກວມ 6% ຂອງຈຳນວນການຕາຍທັງໝົດ.
ໃນປີ 2007 ການໃຊ້ຈ່າຍເພື່ອປິ່ນປົວພະຍາດທີ່ເກີດຈາກການດື່ມເຫລົ້ານັ້ນຕົກເປັນເງິນເຖິງ
117,30 ລ້ານໂດລາສະຫະລັດ. ເພື່ອແກ້ໄຂບັນຫາຈາກນ້ຳເມົາ, ປະເທດເຊັກໄດ້ດຳເນີນຂະບວນການ “ຫລຸດຜ່ອນການສະໜອງຄວາມຕ້ອງການເຫລົ້າ
ແລະ ຜົນຮ້າຍຂອງມັນ”. ຢູ່ສິງກະໂປ, ເພື່ອນໆຊາວສິງກະໂປເຄີຍບອກຜູ້ຂຽນວ່າ
ຖ້າໃຜຢາກ “Drive Drink ແລະ Smoke” ນັ້ນ
ຕ້ອງໄດ້ຈ່າຍແພງທີ່ສຸດ. ແປເປັນພາສາລາວໃຫ້ໄດ້ຄວາມໝາຍກໍແມ່ນໃຜຢາກມີລົດຂີ່, ຢາກດື່ມເຫລົ້າ ແລະ ສູບຢານັ້ນ ຕ້ອງໄດ້ຈ່າຍລາຄາແພງທີ່ສຸດ
ເພາະທາງການສິງກະໂປບໍ່ຕ້ອງການໃຫ້ລົດມີຈຳນວນລົ້ນປະເທດ, ບໍ່ຕ້ອງການໃຫ້ຄົນເສຍສຸຂະພາບຍ້ອນຢາສູບ
ແລະ ບໍ່ຕ້ອງການໃຫ້ພິດເຫລົ້າບັນຊາຄົນສິງກະໂປ ໂດຍສະເພາະແມ່ນເວລາຂັບຂີ່.
ໂທດໃນການຂັບຂີ່ພາຍຫລັງດື່ມເຫລົ້າເມົາມານັ້ນແມ່ນຕິດຄຸກສູງສຸດ 3 ປີ ແລະ ປັບໄໝສູງສຸດ 30.000 ໂດລາສະຫະລັດ.
ຢູ່ບ້ານເຮົາເຄີຍມີຜູ້ສະເໜີຂໍ້ຄິດວ່າ: ການກຳຈັດບັນຫາ “ເມົາແລ້ວຂັບ”
ນັ້ນ ຈະອາໄສແຕ່ການສຶກສາອົບຮົມນັ້ນບໍ່ໄດ້ກິນດອກ, ມັນຕ້ອງມີມາດຕະການປັບໄໝໃສ່ໂທດຕົວຈິງໜັກໆ, ພວກເມົາແລ້ວຂັບຈຶ່ງຊິຫລາບຊິຈື່
ບໍ່ດື້ເຮັດຄືເກົ່າ ວ່າຊັ້ນ !.
No comments:
Post a Comment